25/06/2026
ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ ແຜນການຮ່ວມມືສອງຝ່າຍປະຈຳປີ 2026. ໃນວັນທີ 25 ມີຖຸນາ 2026 ທີ່ ສູນອິນເຕີເນັດ ແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມ ພາຍໃຕ້ຫົວຂໍ້ "ການສົ່ງເສີມການນຳໃຊ້ ໃບຮັບຮອງເອເລັກໂຕຣນິກ ເຂົ້າໃນການຫັນເປັນດິຈິຕອນ" ໂດຍສູນອິນເຕີເນັດ ແຫ່ງຊາດ (ສອຊ) ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ຮ່ວມກັບ ສູນຮັບຮອງເອເລັກໂຕຣນິກ ແຫ່ງຊາດ (NEAC) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ
ຊຸດຝຶກອົບຮົມ ໄດ້ຮັບກຽດເປັນປະທານໃນພິທີເປີດໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ, ແລະ ທ່ານ ບຸຍ ຮ່ວງ ເຟືອງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ມີບັນດາທ່ານຫົວໜ້າ–ຮອງຫົວໜ້າກົມ ພ້ອມດ້ວຍຄະນະ ຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ບັນດາທ່ານຫົວໜ້າ–ຮອງຫົວໜ້າ ແລະ ຜູ້ເຂົ້າຮ່ວມຈາກ ບັນດາ ກົມ, ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ ແລະ ກະຊວງອ້ອມຂ້າງ, ຜູ້ໃຫ້ບໍລິການ Certificate Authority (CA) ພ້ອມທັງ ທະນາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງ. ໂດຍລວມ ມີຜູ້ເຂົ້າຮ່ວມ ທັງໝົດ ຫຼາຍກວ່າ 80 ທ່ານ.

ຊຸດຝຶກອົບຮົມ ໃນຄັ້ງນີ້ ມີຈຸດປະສົງຫຼັກ ເພື່ອສ້າງາງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງໃບຮັບຮອງລາຍເຊັນເອເລັກໂຕຣນິກ ໃນການຫັນເປັນດິຈິຕອນ; ສ້າງຄວາມຮ່ວມມື ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃນການຂະຫຍາຍການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃຫ້ກ້ວາງຂວາງ; ແລກປ່ຽນບົດຮຽນ ຈາກ ສສ ຫວຽດນາມ ທີ່ປະສົບຜົນສໍາເລັດໃນການນໍາໃຊ້ລາຍເອເລັກໂຕຣນິກ ເຂົ້າໃນທຸກຂະແໜງ.
:
ໃນໂອກາດນີ້ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໄດ້ໃຫ້ກຽດກ່າວຕ້ອນຮັບຄະນະຈາກ ສສ ຫວຽດນາມ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈຕໍ່ສະຫາຍຫວຽດນາມ ທີ່ໄດ້ເອົາໃຈໃສ່ໃນການກະກຽມ ແລະ ເດີນທາງມາຖ່າຍທອດບົດຮຽນອັນລ້ຳຄ່າ ກ່ຽວກັບການສົ່ງເສີມການນຳໃຊ້ໃບຮັບຮອງເອເລັກໂຕຣນິກ ເຂົ້າໃນການຫັນເປັນດິຈິຕອນ, ພ້ອມທັງໄດ້ ຕີລາຄາສູງ ແລະ ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນ ຂອງການຮ່ວມມືໃນຄັ້ງນີ້.

ໃນພິທີ, ທ່ານ ບຸຍ ຮ່ວງ ເຟືອງ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມດັ່ງກ່າວ, ເຊິ່ງສະທ້ອນໃຫ້ເຫັນ ເຖິງ ຄວາມສຳຄັນ ຂອງກິດຈະກຳດັ່ງກ່າວ ຕໍ່ກັບວຽກງານການຫັນເປັນດີຈີຕອນ ເຊິ່ງ ສສ ຫວຽດນາມ ໄດ້ກະກຽມເອົາເນື້ອໃນ ແລະ ບົດຮຽນອັນສຳຄັນ ທີ່ໄດ້ຖອນຖອນມາຈາກປະສົບການຕົວຈິງໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ເພື່ອນຳມາຖ່າຍທອດ ແລກປ່ຽນ ນຳພາກສ່ວນກ່ຽວຂ້ອງຂອງຝ່າຍລາວ.
:
ຊຸດຝຶກອົບຮົມ ໄດ້ຮັບຟັງ ການນຳສະເໜີ ແລະ ແລກປ່ຽນ ຈາກ ຫຼາຍພາກສ່ວນ ເປັນຕົ້ນແມ່ນ: ສະພາບການຄຸ້ມຄອງ, ການໃຫ້ບໍລິການ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ໂດຍ ທ່ານ ນາງ ນີລາເພັດ ຄຳມຸງຄຸນ ຈາກສູນອິນເຕີເນັດ ແຫ່ງຊາດ; ການພັດທະນາຕະຫຼາດລາຍເຊັນເອເລັກໂຕຣນິກ ຂອງ ສສ ຫວຽດນາມ ແລະ ການນຳໃຊ້ ເຂົ້າໃນຂະແໜງການຕ່າງໆ ໂດຍ ທ່ານ ວູ ຮວງ ລິ່ງ ຈາກສູນ NEAC; ການນຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຫ້ອງການທັນສະໄໝ (e–Office) ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ນາງ ມະໄລທອງ ຊຳພູວົງ ສູນບໍລິຫານລັດດິຈິຕອນ; ການນຳໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຂໍ້ມູນຂ່າວສານການເງິນພາກລັດ (LIFMIS) ຂອງ ກະຊວງການເງິນ ໂດຍ ທ່ານ ໄຊຍະເດດ ສີສະຫວັດ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ປະສົບການ ແລະ ການນຳໃຊ້ລາຍເຊັນເອເລັກໂຕຣນິກ ຈາກພາກປະຕິບັດ ໃນຂະແໜງພາສີ ແລະ ທະນາຄານ ໂດຍ ທ່ານ ຫວຽນ ຕັວນ ລິ່ງ ຈາກສະຕາໂທລະຄົມ.


ຂ່າວ: ສູນອິນເຕີເນັດແຫ່ງຊາດ.
ຮູບພາບ: ທ່ານ ພຸດດາວອນ ພາສຸວັນ.

