26/06/2026
ໃນຕອນເຊົ້າຂອງ ວັນທີ 25 ມິຖຸນາ 2026, ທີ່ແຂວງສະຫວັນນະເຂດ, ກົມເຕັກໂນໂລຊີດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາເຜີຍແຜ່ນິຕິກໍາ ແລະ ແນະນໍາການນໍາໃຊ້ລະບົບອອກອະນຸຍາດອອນລາຍ ຂອງວຽກການເຕັກໂນໂລຊີດິຈິຕອນ ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີ ທ່ານ ປະສິດທິເດດ ຫຼວງວິໄລ, ຮັກສາການຫົວໜ້າກົມເຕັກໂນໂລຊີດິຈິຕອນ ແລະ ທ່ານ ສຸດສາຄອນ ພົມມະຈັນ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການອ້ອມຂ້າງ, ສະຖາບັນການສຶກສາ, ທະນາຄານທຸລະກິດ, ບໍລິສັດໂທລະຄົມມະນາຄົມ, ໄປສະນີ ແລະ ຜູ້ປະກອບການດ້ານໄອຊີທີ ພາຍໃນແຂວງ ຈໍານວນ 100 ກວ່າຄົນ.

ຈຸດປະສົງຂອງການຈັດສຳມະນາຄັ້ງນີ້, ແມ່ນເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບ ແລະ ເປັນບ່ອນອີງດ້ານກົດໝາຍອັນໜັກແໜ້ນໃນການບໍລິຫານ ແລະ ດຳເນີນທຸລະກິດ. ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ນິຕິກຳ 2 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການດໍາເນີນທຸລະກິດດ້ານເຕັກໂນໂລຊີດິຈິຕອນ: ກຳນົດມາດຕະຖານ, ສ້າງສະພາບແວດລ້ອມການແຂ່ງຂັນທີ່ຍຸຕິທຳ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຂໍ້ຕົກລົງວ່າດ້ວຍຖານລະບົບດິຈິຕອນ (Digital Platform): ຄຸ້ມຄອງ ແລະ ສົ່ງເສີມພລາດຟອມຕ່າງໆໃນ ສປປ ລາວ ໃຫ້ມີຄວາມປອດໄພ, ສາມາດເຊື່ອມໂຍງຂໍ້ມູນກັນໄດ້, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ພາຍໃຕ້ຂອບເຂດຄວາມປອດໄພທາງໄຊເບີ.

ນອກຈາກການເຜີຍແຜ່ນິຕິກຳແລ້ວ, ໃນກອງປະຊຸມຍັງໄດ້ມີການແນະນຳ ແລະ ສາທິດການນຳໃຊ້ ລະບົບຄຸ້ມຄອງການອອກອະນຸຍາດດ້ານເຕັກໂນໂລຊີດິຈິຕອນ ເຊິ່ງລະບົບດັ່ງກ່າວໄດ້ເລີ່ມເປີດທົດລອງນຳໃຊ້ຢູ່ຂັ້ນສູນກາງ ຕັ້ງແຕ່ວັນທີ 07 ຕຸລາ 2025 ແລະ ມີບໍລິສັດຫັນມານຳໃຊ້ຕົວຈິງແລ້ວຫຼາຍກວ່າ 100 ບໍລິສັດ. ລະບົບນີ້ ຈະຊ່ວຍໃຫ້ພາກທຸລະກິດສາມາດຍື່ນເອກະສານ ແລະ ຕິດຕາມສະຖານະຄຳຮ້ອງໄດ້ຕະຫຼອດ 24/7 ໂດຍບໍ່ຕ້ອງເດີນທາງ, ຊ່ວຍປະຢັດເວລາ ແລະ ຕົ້ນທຶນ. ສຳລັບພາກລັດ ຈະຊ່ວຍໃຫ້ພະນັກງານສາມາດກວດກາ ແລະ ອະນຸມັດຜ່ານຖານຂໍ້ມູນທີ່ເປັນເອກະພາບ, ຫຼຸດຜ່ອນການພົບປະໂດຍກົງ ເຊິ່ງເປັນການສ້າງຄວາມໂປ່ງໃສຢ່າງເປັນຮູບປະທຳ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ໄດ້ຕາງຫນ້າໃຫ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມອບອຸປະກອນຄອມພິວເຕີ ແລະ ອຸປະກອນໄອທີ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄວາມທັນສະໄໝ ປະກອບມີ: ຄອມພິວເຕີ ຈຳນວນ 11 ຊຸດ, ເຄື່ອງພິມ (Printer) ແລະ ເຄື່ອງສະແກນເນີ (Scanner) ຈຳນວນ 1 ຊຸດ, ລວມມູນຄ່າທັງໝົດ 159 ລ້ານກີບ ຕາງໜ້າຮັບໂດຍ ທ່ານ ສຸດສາຄອນ ພົມມະຈັນ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ.
:
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ເນັ້ນໜັກທິດທາງແຜນການໃຫ້ບັນດາພາກສ່ວນໄປຈັດຕັ້ງປະຕິບັດ ດັ່ງນີ້:
ສໍາລັບພາກລັດ: ໃຫ້ນໍາເອົາເນື້ອໃນຈິດໃຈ ແລະ ຄວາມຮູ້ກ່ຽວກັບນິຕິກຳ-ລະບົບໃໝ່ນີ້ ໄປຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຕໍ່ໃນຂະແໜງການຂອງຕົນ, ໂດຍຖືເອົາການນໍາໃຊ້ເຕັກໂນໂລຊີດິຈິຕອນ ເປັນໜ້າທີ່ຫຼັກໃນການປັບປຸງກົນໄກການບໍລິການປະຊາຊົນ ແລະ ພາກທຸລະກິດ, ສໍາລັບພາກທຸລະກິດ ແລະ ຜູ້ປະກອບການ: ຊຸກຍູ້ ແລະ ເຊີນຊວນໃຫ້ເຂົ້າມານໍາໃຊ້ລະບົບອອກອະນຸຍາດອອນລາຍໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນຂັ້ນຕອນ, ປະຢັດເວລາ ແລະ ຕົ້ນທຶນ, ທັງເປັນການເພີ່ມຂີດຄວາມສາມາດໃນການແຂ່ງຂັນ ແລະ ປະກອບສ່ວນເຂົ້າໃນການສ້າງເສດຖະກິດດີຈີຕອນຂອງຊາດ, ດ້ານການຮ່ວມມື: ໃຫ້ທຸກພາກສ່ວນ (ພາກລັດ, ພາກເອກະຊົນ ແລະ ສະຖາບັນຕ່າງໆ) ສືບຕໍ່ປະສານສົມທົບ, ແລກປ່ຽນຂໍ້ມູນຂ່າວສານ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ປົກປ້ອງລະບົບນິເວດດິຈິຕອນ ໃຫ້ມີຄວາມໝັ້ນຄົງປອດໄພທາງໄຊເບີ.
:
ກອງປະຊຸມສຳມະນາຄັ້ງນີ້ ຖືເປັນບາດກ້າວເລີ່ມຕົ້ນອັນສຳຄັນ ໃນການເປີດປະຕູສູ່ການຫັນເປັນທັນສະໄໝ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ, ທັງເປັນການຊຸກຍູ້ທ່າແຮງທາງດ້ານເສດຖະກິດຂອງແຂວງສະຫວັນນະເຂດ ໃຫ້ກ້າວຂຶ້ນອີກຂັ້ນໜຶ່ງຢ່າງແໜ້ນແຟ້ນ.


