27/06/2026
ໃນວັນທີ 26 ມີຖຸນາ 2026, ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dato Mohd Riza Yunos ລັດຖະມົນຕີ ກະຊວງ ຂົນສົ່ງ ແລະ ການສື່ສານ ປະເທດ ບຣູໄນ ພ້ອມດ້ວຍຄະນະຕິດຕາມ 05 ທ່ານ, ເນື່ອງໃນໂອກາດທີ່່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ເພື່ອເປັນການຮັດແໜ້ນສາຍພົວພັນຮ່ວມມື ມິດຕະພາບ ແລະ ປຶກສາຫາລືການຮ່ວມມື ລະຫວ່າງ ສອງພາກສ່ວນ ປະເທດລາວ ແລະ ບຣູໄນ ໃນຕໍ່ໜ້າ.

ໂອກາດດຽວກັນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍທີ່ບຣູໄນຈະເປັນເຈົ້າພາບກອງປະຊຸມລັດຖະມົນຕີດິຈິຕອນອາຊຽນ ແລະ ກອງປະຊຸມປິ່ນອ້ອມ ປະຈໍາປີ 2027 ນີ້ຕາມຮອບວຽນ ພາຍໃຕ້ການຊີ້ນໍານຳພາຂອງທ່ານ Dato Mohd Riza Yunos ກອງປະຊຸມດັ່ງກ່າວຈະໄດ້ຮັບຜົນສໍາເລັດຕາມຄາດໝາຍ, ການຮ່ວມມືລະຫວ່າງສອງກະຊວງ ຍັງບໍ່ທັນໄດ້ຮັບການຮັບຮອງຢ່າງເປັນທາງການຫວັງວ່າການຮ່ວມມືໃນອະນາຄົດໃນຂົງເຂດທີ່ກ່ຽວຂ້ອງກັບເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ, ການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມການຫັນເປັນດິຈິຕອນໃນຂະແໜງການລັດ, ການພັດທະນາລະບົບດິຈິຕອນທີ່ທັນສະໄໝເພື່ອສົ່ງເສີມການຄ້າ ແລະ ເສດຖະກິດສາກົນ, ຫຼື ຂົງເຂດອື່ນໆທີ່ພະນະທ່ານຢາກແນະນຳສຳລັບການຮ່ວມມືໃນອະນາຄົດ, ສາມາດແລກປ່ຽນ ແລະ ແບ່ງປັນທັດສະນະ ກ່ຽວກັບຫົວຂໍ້ເຫຼົ່ານີ້. ສຸດທ້າຍນີ້ ທ່ານ ລມຕສະແດງຄວາມຂອບໃຈ ແລະ ຂໍອວຍພອນໃຫ້ ທ່ານ ລັດຖະມົນຕີ Dato Mohd Riza Yunos ພ້ອມດ້ວຍຄະນະ ປະສົບຜົນສຳເລັດຢ່າງຈົບງາມ ໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ມີສຸຂະພາບແຂງແຮງ ມີຄວາມສຸກຕະຫຼອດໄລຍະເວລາການນຳພາ ຢູ່ ສປປ ລາວ ນີ້ດ້ວຍ.

ຂ່າວ ແລະ ຮູບພາບ: ທ່ານ ພຸດດາວອນ ພາສຸວັນ

