ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການບານເຕະມິດຕະພາບຮ່ວມກັບ ອົງການກວດສອບແຫ່ງລັດ

27/06/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຂະບວນການບານເຕະມິດຕະພາບຮ່ວມກັບ ອົງການກວດສອບແຫ່ງລັດ

ກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂະບວນການແຂ່ງຂັນບານເຕະມິດຕະພາບ ຮ່ວມກັບກົມກວດສອບອົງການຈັດຕັ້ງລັດ, ອົງການກວດສອບແຫ່ງລັດ. ໃນວັນທີ 27 ມີຖຸນາ 2026, ທີ່ເດີນເຕະບານໂກຣເດັນທີ ທ່າມກາງບັນຍາກາດແຫ່ງຄວາມສາມັກຄີ ແລະ ອົບອຸ່ນ. ໂດຍການເຂົ້າຮ່ວມຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າກົມ, ສູນ, ພະນັກງານ ແລະ ນັກກິລາ ທັງສອງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ການເຕະບານມິດຕະພາບໃນຄັ້ງນີ້, ບໍ່ພຽງແຕ່ເປັນການສ້າງຂະບວນການອອກກຳລັງກາຍ ແລະ ເສີມສ້າງສຸຂະພາບເທົ່ານັ້ນ ແຕ່ຍັງເປັນການເສີມສ້າງຄວາມສາມັກຄີ, ຄວາມສຳພັນອັນດີງາມ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອົງການກວດສອບແຫ່ງລັດ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ