30/06/2026
ໃນລະຫວ່າງວັນທີ 25-26 ມິຖຸນາ 2026 ນີ້, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສະມາຊິກສະພາແຫ່ງຊາດ ຊຸດທີ X, ເຂດເລືອກຕັ້ງທີ 13, ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເປັນປະທານໃນພິທີເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V, ທີ່ເມືອງພະລານໄຊ, ແຂວງສະຫວັນນະເຂດ.

ການລົງເຄື່ອນໄຫວໃນຄັ້ງນີ້, ກໍເພື່ອຮີບຮ້ອນນຳເອົາເນື້ອໃນຈິດໃຈ, ມະຕິຕົກລົງ ແລະ ໝາກຜົນອັນສຳຄັນ ຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ມາເຜີຍແຜ່ໃຫ້ແກ່ບັນດາ ການນຳເມືອງ, ພະນັກງານ-ລັດຖະກອນ, ນາຍທະຫານ, ນາຍຕຳຫຼວດ, ອຳນາດການປົກຄອງບ້ານເທດສະບານ ທົ່ວເມືອງພະລານໄຊ ຕະຫຼອດຮອດພໍ່ແມ່ປະຊາຊົນ ຜູ້ມີສິດເລືອກຕັ້ງ ໄດ້ຮັບຊາບ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ.

ເນື່ອງໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ຕາງໜ້າໃຫ້ ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ່ 13 ແຂວງສະຫວັນນະເຂດ ມອບອຸປະກອນການສຶກສາ ແລະ ອຸປະກອນກິລາ (ປຶ້ມແບບຮຽນການສຶກສາ ຊັ້ນປະຖົມ (ປໍ 1 - ປໍ 5), ປຶ້ມຂຽນ, ບິກ, ສໍ, ໝາກບານເຕະ, ກະຕໍ້) ໃຫ້ແກ່ບ້ານຈຸດສຸມ ໃນເຂດກຸ່ມໂນນມີໄຊ ທີ່ບ້ານສະໜູນໄຊ (ລວມມີ 7 ບ້ານເຂົ້າຮ່ວມ) ລວມມູນຄ່າທັງໝົດ 55.000.000 ກີບ ເພື່ອປະກອບສ່ວນເຂົ້າໃນການພັດທະນາການສຶກສາ ແລະ ສົ່ງເສີມພັດທະນາການຂອງເດັກນ້ອຍ-ເຍົາວະຊົນ ໃນເຂດຫ່າງໄກສອກຫຼີກ.

ພ້ອມດຽວກັນນັ້ນ, ໃນໂອກາດດັ່ງກ່າວ ຍັງໄດ້ໃຫ້ກຽດມອບອຸປະກອນຄອມພິວເຕີ ແລະ ເຄື່ອງພິມ (Printer) ຈຳນວນ 2 ຊຸດ ລວມມູນຄ່າ 30 ລ້ານກີບ ໃຫ້ແກ່ ສະພາປະຊາຊົນເມືອງພະລານໄຊ ເພື່ອປະກອບສ່ວນນຳໃຊ້ເຂົ້າໃນການປັບປຸງພື້ນຖານໂຄງລ່າງດ້ານເຕັກໂນໂລຊີ ແລະ ຫັນວຽກງານຫ້ອງການຂອງສະພາເມືອງ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ເກີດປະໂຫຍດສູງສຸດ ແກ່ການຮັບໃຊ້ປະຊາຊົນ.



