ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຄຳແນະນຳກ່ຽວກັບວຽກງານຮາກຖານບ້ານ ເພື່ອຍົກສູງປະສິດທິພາບການນຳພາ

01/07/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຄຳແນະນຳກ່ຽວກັບວຽກງານຮາກຖານບ້ານ ເພື່ອຍົກສູງປະສິດທິພາບການນຳພາ

ວັນທີ 30 ມິຖຸນາ 2026 ທີ່ຫ້ອງປະຊຸມ ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມມະຕິ ແລະ ເອກະສານສຳຄັນຂອງພັກ ໃຫ້ແກ່ພະນັກງານ-ສະມາຊິກພັກ ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາຄະນະພັກ, ຄະນະປະຈໍາ, ສະມາຊິກພັກ ຫ້ອງການ, ກົມ, ສູນ ແລະ ບັນດາບໍລິສັດອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນເພື່ອແນໃສ່ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບສູງ ໃຫ້ແກ່ຄະນະພັກ ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ຕໍ່ກັບບັນດາເນື້ອໃນຈິດໃຈ ຫຼັກການ ແລະ ກົດລະບຽບຂອງພັກ ເຊິ່ງໃນກອງປະຊຸມໄດ້ມີການເຜີຍແຜ່ ແລະ ເຊື່ອມຊຶມ 4 ເອກະສານສຳຄັນ ເຊັ່ນ: ❶ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ເພື່ອໃຫ້ສະມາຊິກພັກທຸກສະຫາຍ ກຳແໜ້ນບັນດາທິດທາງຍຸດທະສາດ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະໃໝ່; ❷ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ ລົງວັນທີ 20 ພຶດສະພາ 2026 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກົດລະບຽບພັກມີຄວາມເຂັ້ມງວດ ຖືກຕ້ອງ ແລະ ເປັນເອກະພາບກັນໃນທົ່ວພັກ ເຜີຍແຜ່ໂດຍທ່ານ ໄຊລືຊາ ອິນສີຊຽງໃໝ່ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ❸ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ ສະບັບເລກທີ 296/ຄຈສພ ລົງວັນທີ 08 ພຶດສະພາ 2026 ເພື່ອແນໃສ່ປັບປຸງ ກໍ່ສ້າງ ແລະ ຮັດແໜ້ນລະບົບການເມືອງຢູ່ຮາກຖານບ້ານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິຜົນ ເຜີຍແຜ່ໂດຍ ທ່ານ ມະໂນທອງ ວົງລໍຄໍາ ກໍາມະການປະຈໍາພັກ ຫົວໜ້າກົມຈັດຕັ້ງ ພະນັກງານ; ❹ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງເປັນການກໍານົດທິດທາງ ໜ້າທີ່ຈຸດສຸມ ແລະ ມາດຕະການຕ່າງໆ ໃນການຊີ້ນຳ-ນຳພາ ວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານພັກ-ພະນັກງານ ໃນສະເພາະໜ້າ ແລະ ຍາວນານ ເຜີຍແຜ່ໂດຍ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

ການເຊື່ອມຊຶມເອກະສານໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮຽນຮູ້ທາງດ້ານທິດສະດີເທົ່ານັ້ນ ແຕ່ແມ່ນການກຽມພ້ອມທາງດ້ານຄວາມຄິດ ແລະ ການກະທຳ ເພື່ອນຳເອົາເນື້ອໃນຈິດໃຈໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ແຕ່ລະຂະແໜງການ ໃຫ້ເກີດດອກອອກຜົນ ແລະ ຮັບປະກັນການພັດທະນາຮາກຖານບ້ານໃຫ້ເຂັ້ມແຂງ.

ຂ່າວ ແລະ ພາບ ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ