03/07/2026
ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2026 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ກົມຈັດຕັ້ງ ຮ່ວມກັບສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມການບໍລິຫານຄຸ້ມຄອງອົງກອນ ສໍາລັບຜູ້ບໍລິຫານລະດັບກາງ ຊຸດທີ 03 ແລະ ການສໍາຫຼວດ-ເກັບກໍາຂໍ້ມູນດັດສະນີຕົວຊີ້ວັດການພັດທະນາບໍລິຫານລັດດິຈິຕອນ ຊຸດທີ 01. ໂດຍການເປັນປະທານຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງຫົວໜ້າພະແນກ, ຂັ້ນຂະແໜງ ຈາກບັນດາພະແນກ ຕສ 11 ແຂວງພາກກາງ-ເໜືອ ລວມທັງຫ້ອງການ ຕສ 03 ເມືອງ ທີ່ຂຶ້ນກັບພະແນກ ຕສ ແຂວງຫຼວງພະບາງ ແລະ ກົມຈັດຕັ້ງເຂົ້າຮ່ວມ.
:
ຈຸດປະສົງ ຂອງການເປີດຊຸດຝຶກອົບຮົມຄັ້ງນີ້, ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃນວຽກງານການບໍລິຫານຄຸ້ມຄອງອົງກອນ ແລະວຽກງານເກັບກໍາຂໍ້ມູນດັດສະນີຕົວຊີ້ວັດດ້ານການບໍລິຫານລັດດິຈິຕອນ, ແນ່ໃສ່ຍົກສູງບົດບາດການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກໍຄືຂັ້ນທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນກວ່າເກົ່າ.

ການຈັດຝຶກອົບຮົມຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງການໃຫ້ຄວາມສຳຄັນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເວົ້າລວມ, ເວົ້າສະເພາະ ແມ່ນກົມຈັດຕັ້ງ ແລະ ສູນບໍລິຫານລັດດິຈິຕອນ ຕໍ່ການພັດທະນາຄຸນນະພາບຂອງບຸກຄະລາກອນພາກລັດ ຕາມແນວທາງຂອງພັກ ແລະ ນະໂຍບາຍຂອງລັດ ທີ່ຖືເອົາ “ຄົນ” ເປັນປັດໃຈຫຼັກໃນການຂັບເຄື່ອນການບໍລິຫານພາກລັດ.
:
ໃນພິທີເປີດຊຸດຝຶກອົບຮົມດັ່ງກ່າວ ປະທານໄດ້ກ່າວເນັ້ນໜັກວ່າ ຜູ້ບໍລິຫານໃນຍຸກໃໝ່ບໍ່ພຽງແຕ່ຈະຕ້ອງມີຄວາມຮູ້ດ້ານວິຊາການເທົ່ານັ້ນ ແຕ່ຍັງຕ້ອງມີທັກສະໃນການນຳພາ, ການບໍລິຫານການປ່ຽນແປງ, ການຕັດສິນໃຈ, ການຄິດວິເຄາະ, ການປະສານງານ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອນຳມາປັບໝູນໃຊ້ໃນການຍົກລະດັບການຄຸ້ມຄອງອົງກອນໃຫ້ມີປະສິດທິພາບ. ນອກຈາກນັ້ນ, ຍັງຕ້ອງສາມາດສ້າງຄວາມສາມັກຄີພາຍໃນອົງກອນ, ສົ່ງເສີມການມີສ່ວນຮ່ວມ ແລະ ພັດທະນາບຸກຄະລາກອນ ໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.
:
ຫຼັກສູດການບໍລິຫານຄຸ້ມຄອງອົງກອນ ຊຸດທີ 03 ມີໄລຍະເວລາຝຶກອົບຮົມ 03 ວັນ (23–25 ມິຖຸນາ 2026) ໂດຍມີເນື້ອໃນສຳຄັນ 08 ຫົວຂໍ້ ຄື: ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ, ການບໍລິຫານເວລາຢ່າງມີຄຸນຄ່າ, ການນຳພາ ແລະ ຄຸ້ມຄອງອົງກອນໃນຍຸກດິຈິຕອນ, ການມອບໝາຍໜ້າທີ່ຢ່າງມີປະສິດທິຜົນ, ການແກ້ໄຂບັນຫາຢ່າງມີຫຼັກການ, ການເຮັດວຽກເປັນທີມ, ການວາງແຜນຍຸດທະສາດ ແລະ ມະນຸດສຳພັນທີ່ດີ. ຊຶ່ງແຕ່ລະຫົວຂໍ້ຖືກອອກແບບໃຫ້ເຊື່ອມໂຍງກັບການປະຕິບັດວຽກງານຕົວຈິງ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳໄປປັບໃຊ້ໄດ້ທັນທີ.
ຄວບຄູ່ກັນນັ້ນ ຫຼັກສູດການສຳຫຼວດ-ເກັບກຳຂໍ້ມູນດັດສະນີຕົວຊີ້ວັດການພັດທະນາບໍລິຫານລັດດິຈິຕອນ ຊຸດທີ 01 ມີໄລຍະເວລາຝຶກອົບຮົມ 01 ວັນ (26 ມິຖຸນາ 2026) ໂດຍມີເນື້ອໃນສໍາຄັນ 02 ຫົວຂໍ້ ຄື: ການສໍາຫຼວດດັດສະນີຕົວຊີ້ວັດລັດຖະບານດິຈິຕອນ ແລະ ການພັດທະນາດັດສະນີຕົວຊີ້ວັດລັດຖະບານດິຈິຕອນ. ຊຶ່ງໃນສອງຫົວຂໍ້ຖືວ່າເປັນກິດຈະກຳທີ່ມີຄວາມສຳຄັນຕໍ່ການວາງຮາກຖານຂອງລະບົບບໍລິຫານລັດດິຈິຕອນ ເພື່ອເຮັດໃຫ້ຜູ້ຊົມໃຊ້ຂໍ້ມູນຂອງພາກລັດມີຄວາມເຊື່ອໝັ້ນ ແລະສາມາດນໍາໃຊ້ຢ່າງເກີດຜົນປະໂຫຍດສູງສຸດ.
ຕະຫຼອດການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮ່ວມຮຽນຮູ້ຜ່ານການບັນຍາຍ, ການແລກປ່ຽນປະສົບການ, ການຈັດກິດຈະກຳເປັນກຸ່ມ, ການຝຶກປະຕິບັດ ແລະ ການວິເຄາະກໍລະນີສຶກສາ, ຊຶ່ງຜູ້ເຂົ້າຮ່ວມໄດ້ຮ່ວມສະແດງຄວາມຄິດເຫັນ, ແລກປ່ຽນບົດຮຽນ ແລະ ນຳສະເໜີແນວທາງແກ້ໄຂບັນຫາຈາກປະສົບການຕົວຈິງຂອງແຕ່ລະພາກສ່ວນດ້ວຍບັນຍາກາດຢ່າງຟົດຟື້ນ. ການຝຶກອົບຮົມດັ່ງກ່າວຜູ້ເຂົ້າຮ່ວມສ່ວນໃຫຍ່ມີຄວາມເພີ່ງພໍໃຈຫຼາຍຕໍ່ເນື້ອໃນຫຼັກສູດ, ວິທີການຖ່າຍທອດຂອງວິທະຍາກອນ ແລະ ຮູບແບບການຮຽນຮູ້ແບບມີສ່ວນຮ່ວມ. ຊຶ່ງຄວາມຮູ້ ແລະ ທັກສະທີ່ໄດ້ຮັບຈະເປັນພື້ນຖານສຳຄັນໃນການນຳໄປພັດທະນາການຄຸ້ມຄອງອົງກອນ, ຍົກລະດັບປະສິດທິພາບການບໍລິການພາກລັດ ແລະ ສ້າງຂໍ້ມູນທີ່ມີຄຸນນະພາບ ເພື່ອຮອງຮັບການກຳນົດນະໂຍບາຍ ແລະ ການຕັດສິນໃຈຂອງພາກລັດໃນການຂັບເຄື່ອນການບໍລິຫານ ແລະ ການພັດທະນາລັດດິຈິຕອນ ຂອງ ສປປ ລາວ ໃຫ້ກ້າວສູ່ຄວາມທັນສະໄໝ ແລະຕອບສະໜອງການພັດທະນາປະເທດຊາດຢ່າງຍືນຍົງ.

