ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບອຳລາ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

03/07/2026

ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບອຳລາ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນວັນທີ 3 ກໍລະກົດ 2026, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບອຳລາ ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດທີ່ທ່ານຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ຈອງ ຢອງ ຊູ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຕະຫຼອດໄລຍະການປະຕິບັດໜ້າທີ່ຂອງທ່ານ. ທ່ານໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການພົວພັນສອງຝ່າຍ.

ທ່ານ ສັນຕິສຸກ ສິມມາລາວົງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ການປະຕິບັດໜ້າທີ່ຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງທ່ານໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ, ອີງຕາມຂອບການພົວພັນຄູ່ຮ່ວມມືດ້ານ ເຕັກໂນໂລຊີ ແລະ ການສື່ສານ ທີ່ທັງສອງຝ່າຍໄດ້ຕົກລົງຍົກລະດັບການພົວພັນໃນໄລຍະຜ່ານມາ.

ທັງນີ້, ການຢ້ຽມຂ່ຳນັບອຳລາຄັ້ງນີ້ ສະແດງໃຫ້ເຫັນເຖິງສາຍພົວພັນອັນໃກ້ຊິດ ແລະ ມິດຕະພາບທີ່ເປັນມາຍາວນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເກົາຫຼີ ເຊິ່ງຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ລວມທັງເຕັກໂນໂລຊີ ແລະ ການສື່ສານ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ