ກອງປະຊຸມປຶກສາຫາລືວຽກງານການຫັນເປັນດີຈີຕອນ ຮ່ວມກັບ ຄະນະກຳມະການ ການຫັນເປັນດີຈີຕອນຂອງແຂວງບໍລິຄໍາໄຊ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃນວຽກງານການບໍລິຫານ ແລະ ບໍລິການລັດດີຈີຕອນ

03/07/2026

ກອງປະຊຸມປຶກສາຫາລືວຽກງານການຫັນເປັນດີຈີຕອນ ຮ່ວມກັບ ຄະນະກຳມະການ ການຫັນເປັນດີຈີຕອນຂອງແຂວງບໍລິຄໍາໄຊ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃນວຽກງານການບໍລິຫານ ແລະ ບໍລິການລັດດີຈີຕອນ

ໃນວັນທີ 30 ມິຖຸນາ 2026, ຢູ່ທີ່ ຫ້ອງປະຊຸມ ຫ້ອງວ່າການແຂວງບໍລິຄຳໄຊ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການຫັນເປັນດີຈີຕອນ ຮ່ວມກັບ ຄະນະກຳມະການ ການຫັນເປັນດີຈີຕອນຂອງແຂວງບໍລິຄໍາໄຊ ແລະ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃນວຽກງານການບໍລິຫານ ແລະ ບໍລິການລັດດີຈີຕອນ ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນແຂວງ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ແກ້ວວີສຸກ ໂສລະພົມ, ຄະນະປະຈຳພັກກະຊວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄໍາແຫວນ ປັນຍານຸວົງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ. ມີຜູ້ເຂົ້າຮ່ວມຈາກບັນດາ ຄະນະກຳມະການ ການຫັນເປັນດີຈີຕອນຂອງແຂວງບໍລິຄໍາໄຊ ແລະ ພະນັກງານຫຼັກແຫຼ່ງຈາກບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມຫຼາຍກວ່າ 70 ທ່ານ.

ໃນກອງປະຊຸມ ທ່ານ ຄໍາແຫວນ ປັນຍານຸວົງ ໄດ້ກ່າວຕ້ອນຮັບ ຄະນະຜູ້ແທນຈາກກະຊວງ ຕສ ແລະ ມີຄໍາເຫັນກ່ຽວກັບສະພາບການພັດທະນາ ເສດຖະກິດ ແລະ ສັງຄົມ ຂອງແຂວງບໍລິຄຳໄຊ ບັນດາກາລະໂອກາດ,ສີ່ງທ້າທາຍ ລວມທັງ ຄວາມສໍາຄັນ ຂອງ ວຽກງານການຫັນເປັນດີຈີຕອນ. ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ເອົາໃຈໃສ່ ຊຸກຍູ້ ວຽກການບໍລິຫານລັດດີຈີຕອນຂອງແຂວງ ໃຫ້ເປັນແຂວງຕົວແບບ ຕາມການມອບໝາຍຂອງລັດຖະບານ ແລະ ທ່ານ ແກ້ວວີສຸກ ໂສລະພົມ ກໍ່ໄດ້ກ່າວຈຸດປະສົງ ການເຄື່ອນໄຫວ, ແຜນເປົ້າໝາຍການຊຸກຍູ້ ແຂວງບໍລິິຄໍາໄຊ ໃຫ້ເປັນແຂວງຕົວແບບ ດ້ວຍການນຳໃຊ້ເຕັກໂນໂລຊີທັນສະໄໝ ຄວບຄູ່ກັບການພັດທະນາບຸກຄະລາກອນ ເພື່ອຍົກລະດັບຄຸນນະພາບການບໍລິຫານ, ການບໍລິການລັດ ແລະ ການພັດທະນາທີ່ຍືນຍົງ. ທ່ານໄດ້ຊີ້ໃຫ້ເຫັນວ່າ: ການຫັນເປັນດີຈີຕອນ ແມ່ນບູລິມະສິດອັນດັບໜຶ່ງ ເພື່ອຍົກສູງປະສິດທິພາບການບໍລິຫານລັດໃຫ້ມີຄວາມໂປ່ງໃສ ແລະ ວ່ອງໄວ. ກອງປະຊຸມຄັ້ງນີ້ໄດ້ສຸມໃສ່ການເຜີຍແຜ່ ແລະ ຝຶກອົບຮົມລະບົບທີ່ສຳຄັນ ເປັນຕົ້ນແມ່ນ: ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Drive/G-Share) ແລະ ລະບົບການບໍລິການລັດ (e-Portal) ເພື່ອແນ່ໃສ່ການຂະຫຍາຍການບໍລິການລັດ ລົງສູ່ຮາກຖານທ້ອງຖິ່ນ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພຂຶ້ນກວ່າເກົ່າ, ພ້ອມທັງເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງຍົກສູງຄວາມຮັບຜິດຊອບ ເພື່ອຫັນກາຍເປັນ “ພະນັກງານດີຈີຕອນ” ທີ່ສາມາດນຳພາການປ່ຽນແປງພາຍໃນກົມກອງຂອງຕົນຢ່າງແທ້ຈິງ ແລະ ສາມາດນຳໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານ ແລະ ການບໍລິການປະຊາຊົນຢ່າງມີປະສິດທິພາບ.

ພ້ອມດຽວກັນນັ້ນ, ທ່ານ ແກ້ວວີສຸກ ໂສລະພົມ, ຄະນະປະຈຳພັກກະຊວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ນໍາພາຄະນະເຂົ້າຢ້ຽມຄໍານັບ ສະຫາຍ ປອ. ສອນທະນູ ທໍາມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ເພື່ອລາຍງານຈຸດປະສົງຂອງການລົງມາເຄື່ອນໄຫວ ແລະ ປຶກສາຫາລືແນວທາງການຊຸກຍູ້ການຫັນເປັນດີຈີຕອນ ພາຍໃນແຂວງ. ໃນການພົບປະດັ່ງກ່າວ, ທ່ານ ເລຂາພັກແຂວງ ໄດ້ສະແດງຄວາມຊົມເຊີຍ ແລະ ຢືນຢັນຄວາມພ້ອມຂອງແຂວງທີ່ຈະຫັນປ່ຽນລະບົບບໍລິຫານລັດໄປສູ່ຄວາມທັນສະໄໝ ແລະ ສະເໜີ ກະຊວງ ຕສ ສືບຕໍ່ ຊ່ວຍກໍ່ສ້າງບຸກຄະລາກອນ ທ້ອງຖີ່ນໃຫ້ເຂັ້ມແຂງດ້ານເຕັກນິກ.

ກອງປະຊຸມ ແລະ ຝຶກອົບຮົມ ຄັ້ງນີ້ ຖືເປັນບາດກ້າວສຳຄັນ ແລະ ເປັນຂີດໝາຍໃໝ່ ໃຫ້ແກ່ແຂວງບໍລິຄຳໄຊ ໃນການຫັນປ່ຽນລະບົບບໍລິຫານລັດ ໄປສູ່ຄວາມທັນສະໄໝແບບດີຈີຕອນຢ່າງເຕັມຮູບແບບ ຕາມທິດທາງທີ່ພັກ ແລະ ລັດວາງອອກ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ