ກົມຈັດຕັ້ງ, ກຕສ ຕ້ອນຮັບການເຂົ້າພົບປະຜູ້ອໍານວຍການສະຖາບັນການສຶກສາ ແລະ ເຕັກໂນໂລຊີແຫ່ງຊາດ, ປະເທດອົດສະຕຣາລີ

09/07/2026

ກົມຈັດຕັ້ງ, ກຕສ ຕ້ອນຮັບການເຂົ້າພົບປະຜູ້ອໍານວຍການສະຖາບັນການສຶກສາ ແລະ ເຕັກໂນໂລຊີແຫ່ງຊາດ, ປະເທດອົດສະຕຣາລີ

ໃນຕອນເຊົ້າ ຂອງວັນທີ 29 ມິຖຸນາ 2026 ຜ່ານມາ, ທີ່ຫ້ອງປະຊຸມ, ສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ທ່ານ ນາງ ວຽງທອງ ທິບພະວົງພັນ, ຮອງຫົວໜ້າກົມຈັດຕັ້ງ ໄດ້ຕ້ອນຮັບການເຂົ້າພົບປະ ທ່ານ ເນວສັນ ຊາລາແຊງ, ຜູ້ອຳນວຍການ ສະຖາບັນການສຶກສາ ແລະ ເຕັກໂນໂລຊີແຫ່ງຊາດ, ປະປະເທດອົດສະຕຣາລ ມີຄະນະພະແນກ, ວິຊາການຂອງກົມຈັດຕັ້ງ ແລະຜູ້ຕາງໜ້າຈາກຫ້ອງການກະຊວງ ເຂົ້າຮ່ວມທັງໝົດຈຳນວນ 08 ທ່ານ, ເປັນຍິງ 04 ທ່ານ.

:

ຈຸດປະສົງການເຂົ້າພົບປະໃນຄັ້ງນີ້, ກໍເພື່ອປຶກສາຫາລືແນວທາງການຮ່ວມມືສອງຝ່າຍ ລະຫວ່າງ ກົມຈັດຕັ້ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຖາບັນການສຶກສາ ແລະ ເຕັກໂນໂລຊີແຫ່ງຊາດ, ປະເທດອົດສະຕຣາລີ ໃນຂົງເຂດວຽກງານການພັດທະນາຊັບພະຍາກອນມະນຸດ ເພື່ອເສີມສ້າງຂີດຄວາມສາມາດດ້ານບຸກຄະລາກອນ ເພື່ອຮອງຮັບການຫັນປ່ຽນສູ່ຍຸກດິຈິຕອນ ຂອງ ສປປ ລາວ.

:

ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ທິບພະວົງພັນ ໄດ້ກ່າວຕ້ອນຮັບ ແລະ ນຳສະເໜີ ກ່ຽວກັບໜ້າທີ່, ບົດບາດ ແລະ ທິດທາງຂອງກົມຈັດຕັ້ງ ໃນການຄຸ້ມຄອງ, ບໍລິຫານ ແລະ ພັດທະນາບຸກຄະລາກອນຂອງກະຊວງ, ພ້ອມທັງໄດ້ເນັ້ນໜັກວ່າ ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງຜູ້ນຳຮຸ່ນໃໝ່ ແມ່ນປັດໃຈສຳຄັນໃນການຂັບເຄື່ອນການຫັນປ່ຽນດິຈິຕອນ, ການພັດທະນາລັດຖະບານດິຈິຕອນ ແລະ ການຍົກລະດັບປະສິດທິພາບການບໍລິຫານພາກລັດ.

:

ຫຼັງຈາກນັ້ນ, ທ່ານ ເນວສັນ ຊາລາແຊງ ໄດ້ນຳສະເໜີພາລະກິດ ແລະ ບົດບາດ ຂອງສະຖາບັນການສຶກສາ ແລະ ເຕັກໂນໂລຊີ, ປະເທດອົດສະຕຣາລີ. ເຊິ່ງເປັນສະຖາບັນການສຶກສາ ແລະ ພັດທະນາຂີດຄວາມສາມາດຊັ້ນນຳຂອງອົດສະຕາລີ ທີ່ມີປະສົບການຫຼາຍກວ່າ 20 ປີ ໃນການດໍາເນີນໂຄງການພັດທະນາສາກົນ, ການພັດທະນາຜູ້ນຳ, ການສ້າງຂີດຄວາມສາມາດ ແລະ ການສ້າງຄວາມຮ່ວມມືກັບພາກລັດ ແລະ ສະຖາບັນການສຶກສາຫຼາຍກວ່າ 60 ປະເທດໃນພາກພື້ນອິນໂດ-ປາຊີຟິກ.

:

ພ້ອມນັ້ນ, ທັງສອງຝ່າຍໄດ້ແລກປ່ຽນທັດສະນະ ແລະ ສະເໜີຫຼາຍແນວຄວາມຄິດທີ່ສຳຄັນ ເພື່ອວາງຮາກຖານການຮ່ວມມືໄລຍະຍາວ ແລະ ເຫັນພ້ອມໃນຫຼັກການ ທີ່ຈະສຶກສາຄວາມເປັນໄປໄດ້ຂອງການຮ່ວມມືໃນ 05 ຂົງເຂດບູລິມະສິດສໍາຄັນ ຄື: 1) ການສະໜັບສະໜູນຫຼັກສູດຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານການພັດທະນາຜູ້ນຳ, Digital Performance, Coaching and Mentoring, Digital Tranformation, AI, TOT ແລະ English Language Training. 2) ການສະໜັບສະໜູນທຶນການສຶກສາ ລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສາຂາເຕັກໂນໂລຊີການສື່ສານ, ການບໍລິຫານພາກລັດ ແລະ ການພັດທະນາຊັບພະຍາກອນມະນຸດ. 3) ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມຈັດຕັ້ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຖາບັນການສຶກສາ ແລະ ເຕັກໂນໂລຊີແຫ່ງຊາດ, ປະເທດອົດສະຕຣາລີ ເພື່ອກໍານົດກອບການຮ່ວມມື ແລະ ການຈັດຕັ້ງປະຕິບັດ. 4) ພິຈາລະນາຕັ້ງຈຸດປະສານງານ (Point of Contact (POC)) ເພື່ອກຳນົດແຜນຄວາມຮ່ວມມື ໃນໄລຍະ 05 ປີ (2026–2030), ພ້ອມທັງຕິດຕາມ ແລະ ຂັບເຄື່ອນໃຫ້ເກີດມີໂຄງການເປັນຮູບປະທຳ. 5) ຮ່ວມມືກັນພັດທະນາໂຄງການຫຼັກ ໃນຫົວຂໍ້ “Lao–Australia Leadership and Digital Transformation Programme” ໃຫ້ເປັນເວທີລະດັບຍຸດທະສາດ ສຳລັບການພັດທະນາຜູ້ນຳ, ການສ້າງຂີດຄວາມສາມາດ, ການແລກປ່ຽນຄວາມຮູ້-ວັດທະນະທໍາ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການຫັນປ່ຽນສູ່ຍຸກດິຈິຕອນ ຂອງ ສປປ ລາວ ໃນໄລຍະ 5 ປີຂ້າງໜ້າ.

:

ໃນຕອນທ້າຍຂອງກອງປະຊຸມ, ທັງສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າ ການພົບປະໃນຄັ້ງນີ້ເປັນຈຸດເລີ່ມຕົ້ນທີ່ດີ ໃນການພັດທະນາຄວາມຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໂດຍຈະສືບຕໍ່ປະສານງານຢ່າງໃກ້ຊິດ ເພື່ອຜັນຂະຫຍາຍແນວຄວາມຄິດທີ່ໄດ້ຮ່ວມກັນປຶກສາຫາລື ໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳ ເພື່ອປະກອບສ່ວນຍົກສູງຄຸນນະພາບບຸກຄະລາກອນ ແລະ ສົ່ງເສີມການພັດທະນາຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ.

ພາບ ແລະ ຂ່າວ: ກົມຈັດຕັ້ງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ