10/07/2026
ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ສູນອິນເຕີເນັດແຫ່ງຊາດ, ໜ່ວຍພັກຮາກຖານຫ້ອງການ, ໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ພັກສົມບູນ ຂອງພັກປະຊາປະຕິວັດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກຫ້ອງການ, ກົມຈັດຕັ້ງ, ແລະ ສູນສົ່ງເສີມ ເຂົ້າຮ່ວມຈຳນວນ 40 ກວ່າສະຫາຍ.



ໃນພິທີ ສະຫາຍ ມະໂນທອງ ວົງລໍຄຳ ເລຂາໜ່ວຍພັກຮາກຖານກົມຈັດຕັ້ງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ, ສະຫາຍ ນາງ ເກສອນ ສຸລິວົງ ເລຂາໜ່ວຍພັກຮາກຖານສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 01 ສະຫາຍ ແລະ ຜ່ານມະຕິຕົກລົງສະມາຊິພັກສຳຮອງຂຶ້ນເປັນສົມບູນ ຈຳນວນ 02 ສະຫາຍ, ສະຫາຍ ບິນລີ້ ສີສຸລາດ ກຳມະການໜ່ວຍພັກຮາກຖານຫ້ອງການໄດ້ຂຶ້ນຜ່ານມະຕິຕົກລົງສະມາຊິພັກສຳຮອງຂຶ້ນເປັນສົມບູນ ຈຳນວນ 01 ສະຫາຍ. ພ້ອມນີ້, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເລຂາບໍລິຫານງານພັກກະຊວງ ໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສໍາຮອງ ແລະ ສົມບູນຂອງພັກປະຊາຊົນປະຕິວັດລາວ.

ໃນຕອນທ້າຍ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ຮັບເຂົ້າເປັນສະມາຊິກພັກສໍາຮອງ ແລະ ສົມບູນ ທີ່ໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ຜ່ານຜ່າບັນດາອຸປະສັກຕ່າງໆຈົນສາມາດເຂົ້າເປັນສະມາຊິກພັກສໍາຮອງ ໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງແກ່ມະຫາຊົນ, ສຸມທຸກສະຕິເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນເລື້ອຍໆ.



ຂ່າວ ແລະ ພາບ ສະຫາຍ ພຸດດາວອນ

