ຄະນະນໍາ ກຕສ ຈັດກອງປະຊຸມປະຖົມມະລຶກ ຂອງຄະນະຊີ້ນຳຄົ້ນຄວ້າເນື້ອໃນ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ຫັນເປັນດິຈິຕອນ

14/07/2026

ຄະນະນໍາ ກຕສ ຈັດກອງປະຊຸມປະຖົມມະລຶກ ຂອງຄະນະຊີ້ນຳຄົ້ນຄວ້າເນື້ອໃນ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ຫັນເປັນດິຈິຕອນ

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2026, ທີ່ສູນອິນເຕິເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປະຖົມມະລຶກຂອງຄະນະຊີ້ນຳຄົ້ນຄວ້າເນື້ອໃນ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ການຫັນເປັນດິຈິຕອນ. ໂດຍການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ມີທ່ານຮອງລັດຖະມົນຕີ ກຕສ, ບັນດາທ່ານຫົວໜ້າກົມ, ບັນດາທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ ແລະ ສະພາວິທະຍາສາດແຫ່ງຊາດ, ພ້ອມດ້ວຍຄະນະຊີ້ນຳ ແລະ ຄະນະກອງເລຂາ ເຂົ້າຮ່ວມທັງໝົດຈຳນວນ 35 ທ່ານ.

ການຈັດກອງປະຊຸມໃນຄັ້ງນີ້, ນັບເປັນບາດກ້າວສຳຄັນໃນການເລີ່ມຕົ້ນຂະບວນການຄົ້ນຄວ້າ, ວິເຄາະ ແລະ ພັດທະນາເນື້ອໃນດ້ານວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ຫັນເປັນດິຈິຕອນ ເພື່ອສ້າງພື້ນຖານທາງວິຊາການ ແລະ ຂໍ້ສະເໜີດ້ານນະໂຍບາຍ ສຳລັບການຂັບເຄື່ອນການພັດທະນາຂອງ ສປປ ລາວ ໃຫ້ສອດຄ່ອງກັບແນວໂນ້ມການພັດທະນາຂອງໂລກ.

ໃນກອງປະຊຸມ, ປະທານໄດ້ກ່າວວ່າ: ວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ຫັນເປັນດິຈິຕອນ ແມ່ນປັດໃຈພື້ນຖານໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ, ພັດທະນາຊັບພະຍາກອນມະນຸດ, ສົ່ງເສີມນະວັດຕະກຳ ແລະ ຍົກສູງປະສິດທິພາບການບໍລິຫານພາກລັດເພື່ອກ້າວເຂົ້າສູ່ຍຸກດິຈິຕອນ. ພ້ອມກັນນັ້ນ, ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນລະດົມສະຕິປັນຍາ, ແລກປ່ຽນບົດຮຽນ ແລະ ປະສານຄວາມຮ່ວມມືຢ່າງໃກ້ຊິດ ເພື່ອຄົ້ນຄວ້າໃຫ້ໄດ້ເນື້ອໃນທີ່ມີຄຸນນະພາບ ແລະ ສາມາດນຳໄປນຳໃຊ້ໄດ້ຢ່າງແທ້ຈິງ.

ພາຍໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຫຼາກຫຼາຍຄຳຄິດເຫັນຢ່າງກວ້າງຂວາງ ແລະ ກົງໄປກົງມາ ກ່ຽວກັບຂອບເຂດການຄົ້ນຄວ້າ, ທິດທາງການພັດທະນາ, ກົນໄກການປະສານງານ ແລະ ແຜນການດຳເນີນວຽກງານໃນໄລຍະຕໍ່ໄປ. ການປຶກສາຫາລື ໄດ້ວາງພື້ນຖານສຳຄັນສຳລັບການສຶກສາ ແລະ ການພັດທະນາເນື້ອໃນໃຫ້ມີຄວາມຮອບດ້ານ, ທັນສະໄໝ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດ ແລະ ສາກົນ. ພ້ອມນີ້, ໄດ້ມີການຈັດເເບ່ງກຸ່ມຄົ້ນຄວ້າຕາມຂອບເຂດຂອງວຽກງານ ເພື່ອສັງລວມ ແລະ ຮຽບຮຽງເນື້ອໃນໃຫ້ສຳເລັດໃນບາດກ້າວທີ່ໜື່ງຂອງແຜນການຄົ້ນຄວ້າດັ່ງກ່າວ.

ກອງປະຊຸມໃນຄັ້ງນີ້, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພາກລັດໃນການເຊື່ອມໂຍງການຄົ້ນຄວ້າທາງວິຊາການ ກັບການກຳນົດນະໂຍບາຍ ແລະ ການພັດທະນາປະເທດ ໂດຍຖືເອົາວິທະຍາສາດ, ເຕັກໂນໂລຊີ, ປະດິດສ້າງ ແລະ ດິຈິຕອນ ເປັນກຳລັງຂັບເຄື່ອນສຳຄັນໃນການບັນລຸການພັດທະນາເສດຖະກິດ-ສັງຄົມທີ່ຍືນຍົງຂອງປະເທດໃນອະນາຄົດ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ