ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລັ່ງວາງຍຸດທະສາດ AI ແຫ່ງຊາດ ພັດທະນາໂຄງລ່າງໂທລະຄົມ ເສີມສ້າງສື່ມວນຊົນຍຸກດິຈິຕອນ

15/07/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລັ່ງວາງຍຸດທະສາດ AI ແຫ່ງຊາດ ພັດທະນາໂຄງລ່າງໂທລະຄົມ ເສີມສ້າງສື່ມວນຊົນຍຸກດິຈິຕອນ

ວັນທີ 14 ກໍລະ ກົດ 2026 ທີ່ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນຳໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ເຂົ້າຮ່ວມກອງປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ຈຸດປະສົງກໍ່ເພື່ອເປັນກຳລັງເລັ່ງຂັບເຄື່ອນການພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ຄວບຄູ່ກັບການສ້າງຍຸດທະສາດປັນຍາປະດິດ (AI) ແຫ່ງຊາດ ແລະ ພັດທະນາແພລັດຟອມ LaoAI ເພື່ອຍົກລະດັບວຽກ ງານສື່ມວນຊົນໃນໄລຍະໃໝ່ ໃຫ້ທັນສະໄໝ ປອດໄພ ແລະ ຮອງ ຮັບການຫັນປະເທດສູ່ດີຈີຕອນ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຂຶ້ນນຳສະເໜີຫົວຂໍ້ “ການພັດທະນາໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ປັນຍາປະດິດ (AI) ໃຫ້ເຂັ້ມແຂງ ເພື່ອຮອງຮັບວຽກງານສື່ມວນຊົນ ໃນໄລຍະໃໝ່”.

:

ທ່ານ ກ່າວວ່າ ພັກໄດ້ກຳນົດໃຫ້ເຕັກໂນໂລຊີດີຈີຕອນ ແລະ AI ເປັນກຳລັງຂັບເຄື່ອນສຳຄັນໃນການພັດທະນາເສດຖະກິດ ການບໍລິການ ແລະ ການຄຸ້ມຄອງລັດໃຫ້ທັນສະໄໝ. ປັດຈຸບັນ ສປປ ລາວ ມີຄວາມກ້າວໜ້າດ້ານໂຄງລ່າງໂທລະຄົມຢ່າງຊັດເຈນ ຈຶ່ງບໍ່ສາມາດຕັດແຍກອອກຈາກວຽກງານສື່ມວນຊົນໄດ້. ໂຄງລ່າງພື້ນຖານໂທລະຄົມມະນາຄົມ ແລະ ເຕັກໂນໂລຊີດິຈິຕອນ, ໂດຍສະເພາະແມ່ນ ປັນຍາປະດິດ, ໄດ້ກາຍເປັນປັດໃຈພື້ນຖານອັນສຳຄັນ ໃນການຮັບ-ສົ່ງ ແລະ ເຜີຍແຜ່ຂ່າວສານ ຊ່ວຍໃຫ້ການຖ່າຍທອດສົດ, ການຂຽນຂ່າວ ແລະ ລາຍງານຂ່າວ ແບບທ່ວງທັນເວລາ ມີປະສິດທິຜົນສູງຂຶ້ນ. ພ້ອມກັນນັ້ນ, ຍັງເປັນຊ່ອງທາງສ້າງໂອກາດໃຫ້ສື່ມວນຊົນ ສາມາດເຂົ້າເຖິງ ແລະ ຮັບຟັງຄຳຄິດຄຳເຫັນຂອງປະຊາຊົນ ແມ້ແຕ່ໃນເຂດຫ່າງໄກຊົນນະບົດ. ເຄື່ອງມືດິຈິຕອນເຫຼົ່ານີ້ ໄດ້ກາຍເປັນປັດໄຈຫຼັກ ທີ່ບໍ່ເປັນພຽງເຄື່ອງມືທີ່ສະໜັບສະໜູນການຜະລິດ, ແຕ່ໄດ້ກາຍເປັນກຳລັງການຜະລິດ ແລະ ທັງເປັນຜູ້ຜະລິດໂດຍກົງ ທີ່ສ້າງ ແລະ ເຜີຍແຜ່ເນື້ອຫາຜ່ານແພລດຟອມຕ່າງໆ, ອັນໄດ້ຊ່ວຍຍົກລະດັບວຽກງານສື່ມວນຊົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນຢ່າງກ້າວກະໂດດ. ຜົນງານພົ້ນເດັ່ນໃນທ້າຍປີ 2025 ແມ່ນໄດ້ສຳເລັດການສ້າງ "ຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ ໄລຍະປີ 2026 ຫາ 2040", ເຊິ່ງລັດຖະບານໄດ້ປະກາດໃຊ້ຢ່າງເປັນທາງການ. ປັດຈຸບັນ, ປະເທດເຮົາມີພື້ນທີ່ປົກຄຸມຂອງສັນຍານໂທລະສັບມືຖື ລະບົບ 2G ກວມ 98%, 3G ກວມ 85%, 4G ກວມ 78% ຂອງຈຳນວນບ້ານທົ່ວປະເທດ ແລະ 5G ກໍໄດ້ກວມ 18% ຂອງຕົວເມືອງໃຫຍ່. ຜູ້ຊົມໃຊ້ໂທລະສັບມືຖືຫຼາຍກວ່າ 7,8 ລ້ານເລກໝາຍ ແລະ ມີຜູ້ຊົມໃຊ້ອິນເຕີເນັດແບບມີສາຍຫຼາຍກວ່າ 344 ພັນບັນຊີ. ປັດຈຸບັນ ມີຜູ້ໃຊ້ອິນເຕີເນັດ ກວມ 64% ແລະ ມີຜູ້ຊົມໃຊ້ສື່ສັງຄົມອອນລາຍກວມ 58% ຂອງປະຊາກອນ. ພ້ອມກັນນັ້ນ ກຕສ ກຳລັງຈັດສ້າງຍຸດທະສາດ AI ແຫ່ງຊາດ ເພື່ອນຳສະເໜີຕໍ່ລັດຖະບານ ແລະ ໄດ້ເປີດຕົວ LaoAI ເພື່ອພັດທະນາໂມເດວ AI ພາສາລາວ ຮອງຮັບວຽກງານແປພາສາ ການຂຽນບົດ ການວິເຄາະຂ່າວ ແລະ ການກວດຈັບຂ່າວປອມ. ທ່ານລັດຖະມົນຕີ ກ່າວວ່າ AI ບໍ່ແມ່ນພຽງເຄື່ອງມືຊ່ວຍເຮັດ ວຽກ ແຕ່ເປັນກຳລັງການຜະລິດໃໝ່ ທີ່ຈະຊ່ວຍໃຫ້ວຽກງານສື່ ມວນຊົນມີຄວາມວ່ອງໄວ ຖືກຕ້ອງ ແລະ ເຂົ້າເຖິງປະຊາຊົນໄດ້ດີຂຶ້ນ ຂະນະດຽວກັນ ກໍຕ້ອງເອົາໃຈໃສ່ການຮັບມືກັບຂ່າວປອມ Deepfake ແລະ ໄພຄຸກຄາມທາງຂໍ້ມູນຂ່າວສານ ຜ່ານການພັດທະນາເຄື່ອງມື AI ຍົກລະດັບບຸກຄະລາກອນ ສ້າງນິຕິກຳ ແລະ ເສີມຂະຫຍາຍການຮ່ວມມືສາກົນ.

:

ໃນຕອນທ້າຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ສະແດງຄວາມເຊື່ອໝັ້ນວ່າ ການພັດທະນາໂຄງລ່າງໂທລະຄົມ ແລະ AI ຄວບຄູ່ກັບຈັນຍາບັນຂອງນັກຂ່າວ ຈະເປັນຮາກຖານສຳຄັນໃນການຫັນປະເທດລາວສູ່ດີຈີຕອນ ຢ່າງຍືນຍົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ