22/07/2026
ໃນວັນທີ 21 ກໍລະກົດ 2026, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຂົ້າຮ່ວມກອງປະຊຸມປະກອບເຫັນໃສ່ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ, ທີ່ຫ້ອງປະຊຸມໄອຊີທີ, ກະຊວງສຶກສາທິການ ແລະ ກິລາ (ສສກ). ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ, ມີຄະນະນໍາຈາກບັນດາກະຊວງອ້ອມຂ້າງ, ຄະນະຈັດຕັ້ງສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະພາທິດສະດີສູນກາງພັກ, ປະທານຄະນະກໍາມາທິການວັດທະນະທໍາ, ສັງຄົມ ແລະ ເຜົ່າ ສະພາແຫ່ງຊາດ, ຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ, ຜູ້ອຳນວຍການໃຫຍ່, ຜູ້ອໍານວຍການ ມະຫາວິທະຍາໄລ ແລະ ຫົວໜ້າກົມ-ຮອງຫົວໜ້າກົມ, ຜູ້ຕາງໜ້າຊ່ຽວຊານທະນາຄານໂລກ ແລະ ຄູ່ຮ່ວມພັດທະນາ ທີ່ເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍ.


ໂອກາດນີ້, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວວ່າ: ໃນສະພາບການທີ່ເຕັກໂນໂລຊີດິຈິຕອນ ເປັນເຄື່ອງມື ທີ່ປະຕິເສດບໍ່ໄດ້ ໃນການບໍລິຫານ-ບໍລິການລັດ, ໃນການຂັບເຄື່ອນເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບ, ການຫັນເປັນດິຈິຕອນຈຶ່ງເປັນໜຶ່ງປັດໄຈຈຳເປັນທີ່ຕ້ອງຄຳນຶງເຂົ້າໃນວຽກງານການພັດທະນາຊັບພະຍາກອນມະນຸດຢ່າງຮອບ ດ້ານ. ຕໍ່ກັບຄວາມຈຳເປັນດັ່ງກ່າວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສາມາດປະກອບສ່ວນ: ໃນການຕິດຕາມປະເມີນຄວາມພ້ອມ, ສະໜອງລະບົບບໍລິຫານ-ບໍລິການລັດ ແລະ ຈັດຝຶກອົບຮົມການນໍາໃຊ້ລະບົບດັ່ງກ່າວ ແຕ່ລະໄລຍະ ເພື່ອຊຸກຍູ້ຄະນະພັກ, ອົງການປົກຄອງທຸກຂັ້ນ ໃນການຫັນເປັນດິຈິຕອນ ເທື່ອລະກ້າວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີກົມວິຊາການ, ສູນ ແລະ ສະຖາບັນທີ່ສາມາດຈັດຝຶກອົບຮົມວິຊາສະເພາະ ເຊັ່ນ: ຄວາມປອດໄພໄຊເບີ, ການຫັນເປັນລັດຖະບານດິຈິຕອນ, ປັນຍາປະດິດ, Big Data ທີ່ພ້ອມຮ່ວມຝຶກອົບຮົມຄູຫຼັກແຫຼ່ງ ຕາມສະພາບການພັດທະນາເຕັກໂນໂລຊີ ໃນແຕ່ລະໄລຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ສາມາດເປັນຂົວຕໍ່, ຂອດປະສານສົມທົບລະຫວ່າງພາກລັດ ແລະ ເອກະຊົນ ໃນຂະແໜງການ ເພື່ອພັດທະນາພື້ນຖານໂຄງລ່າງທີ່ຮັບປະກັນຄວາມສະຖຽນ ແລະ ຄວາມທົ່ວເຖິງໃນການເຂົ້າເຖິງຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕອນ ແລະ ເຮັດວຽກກັບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ວິທີການ ໃນການສະໜອງອິນເຕີເນັດໃຫ້ນັກຮຽນ/ນັກສຶກສາ ແບບບໍ່ເສຍຄ່າ; ໂດຍສະເພາະໃນເຂດຫ່າງ ໄກສອກຫຼີກ, ຮ່ວມສ້າງຫຼັກສູດໄລຍະສັ້ນ, ໄລຍະຍາວ ທີ່ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ ແລະ ອຸດສາຫະກຳ ໃນແຕ່ລະໄລຍະ ແລະ ຄົ້ນຄວ້າ, ອໍານວຍໃນການສ້າງກົນໄກນິເວດທາງເຕັກໂນໂລຊີ ທີ່ຊ່ວຍຊຸກຍູ້ ການສ້າງຫົວໜ່ວຍທຸລະກິດໃໝ່. ພ້ອມທັງຈະສືບຕໍ່ເຜີຍແຜ່ ຍຸດທະສາດເສດຖະກິດດິຈິຕອນ, ແຜນການຫັນເປັນດິຈິຕອນ ເພື່ອໃຫ້ແຕ່ລະຂະແໜງການສາມາດຜັນຂະຫຍາຍບັນດາແຜນວຽກ, ແຜນໂຄງການ ແລະ ນິຕິກຳ ກ່ຽວຂ້ອງ ເພື່ອຊຸກຍູ້ການຂະຫຍາຍຕົວເສດຖະກິດ ດິຈິຕອນຂອງຊາດ ເທື່ອລະກ້າວ.


ພາບ : ການຈະນາ ວົງປັນຍາ

