22/07/2026
ໃນຕອນເຊົ້າຂອງວັນທີ 22 ກໍລະກົດ 2026, ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ພ້ອມທັງຈັດກິດຈະກໍາປີ່ນອ້ອມອື່ນໆ ເພື່ອສະເຫຼີມສະຫຼອງວັນທີ 20 ກໍລະກົດ ຄົບຮອບ 71 ປີ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ 04, ຕຶກ ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ເຂດສາຍລົມ, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານເປີດກອງປະຊຸມ ໂດຍ ສະຫາຍ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີສະຫາຍ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍກຳມະການຄະນະປະຈຳພັກ, ກຳມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ, ປະທານສະຫະພັນແມ່ຍິງ ກຕສ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ , ປະທານກຳມະບານກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ແລະ ເອື້ອຍນ້ອງແມ່ຍິງຈາກຮາກຖານ ແລະ ໜ່ວຍສະຫະພັນແມ່ຍິງ ອອ້ມຂ້າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ ລວມຈໍານວນ 250 ສະຫາຍ.
ກອງປະຊຸມສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງສະຫະພັນແມ່ຍິງ ກຕສ ໃນຄັ້ງນີ້ໄດ້ຈັດຂື້ນເປັນຄັ້ງທໍາອິດ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ສະໄໝທີ III. ພ້ອມນີ້, ກອງປະຊຸມຍັງໄດ້ເປີດບັ້ນແຂ່ງຂັນ ຂໍ້ແຂ່ງຂັ້ນ 3 ດີ ສະເພາະ ປະຈໍາສົກປີ 2026 ຫາ 2030 ເພື່ອໃຫ້ການເຄື່ອນໄຫວວຽກງານແມ່ຍິງຕິດພັນກັບວຽກງານວິຊາສະເພາະໃນຂະແໜງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງໄດ້ມີພິທີມອບໃບຍ້ອງຍໍໃຫ້ແກ້ເອື້ອຍນ້ອງແມ່ຍິງອອ້ມຂ້າງ ກຕສ ຈຳນວນ 1000 ກວ່າສະຫາຍ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄຫມທີ VIII (2021 – 2025).
ໃນໂອກາດດຽວກັນນີ້, ໄດ້ມີເວທີສົນທະນາ ແລະ ແລກປ່ຽນພາຍໃຕ້ຫົວຂໍ້ “ ສິດທິ, ຄວາມຍຸດຕິທໍາ, ການລົງມືປະຕິບັດ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ທີ່ໄດ້ເຊີນເອົາຜູ້ທີ່ມີປະສົບການ ແລະ ບົດຮຽນໃນການນໍາພາ ແລະ ຊີ້ນຳວຽກງານ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມາໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈໃນວຽກງານດັ່ງກ່າວ. ພິເສດສຸດ ທາງສະຫະພັນແມ່ຍິງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນທີ 20 ກໍລະກົດ ດ້ວຍການນຳພາເອື້ອຍນ້ອງແມ່ຍິງອອ້ມຂ້າງກະຊວງ ຈຳນວນ 100 ສະຫາຍ ໄປຢ້ຽມຢາມແລກປ່ຽນ ແລະ ຖອດຖອນບົດຮຽນ ທີ່ຕະຫຼາດຫລັກຊັບລາວ ແລະ ຕະຫຼາດແລກປ່ຽນເງີນຕາຕ່າງປະເທດລາວ ໃນວັນທີ 16 ກໍລະກົດ 2026 ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ ແລະ ຄວາມສາມາດ ວຽກງານການເງີນ ຊື່ງເປັນໜື່ງເສົາຄໍ້າຂອງວຽກງານການຫັນເປັນເສດຖະກິດດິຈິຕອນ ຢ່າງມີຂະບວນຟົດຟື້ນ.
ໃນກອງປະຊຸມ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ໄດ້ໂອ້ລົມ ແລະ ມີຄໍາເຫັນຕໍ່ວຽກງານແມ່ຍິງ ໂດຍເນັ້ນໜັກ 3 ບັນຫາຫຼັກ ຄື: 1) ເອົາໃຈໃສ່ດ້ານການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍິງ ເພືີ່ອສ້າງຄວາມສາມັກຄີ, ເສີມຂະຫຍາຍບົດບາດຂອງແມ່ຍິງ ໃນການນໍາພາທັງວຽກພັກ ແລະ ວຽກລັດ; ສົົ່ງເສີມການມີສ່ວນຮ່ວມທຸກອົງການຈັດຕັ້ງທາງດ້ານການເມືອງ-ສັງຄົມ, ປູກຈິດສຳນຶກ ໃຫ້ເຫັນໄດ້ຄວາມສຳຄັນຂອງວຽກງານແມ່ຍິງ ໂດຍຖື ວຽກງານການຫັນເປັນດິຈິຕອນ ຕິດພັນກັບວຽກງານ ຂໍ້ແຂ່ງຂັນ 3 ດີ ແລະ ພ້ອມກັນເອົາໃຈໃສ່ເຄື່ອນໄຫວວຽກງານແມ່ຍິງຢ່າງເປັນຂະບວນການຟົດຟື້ນ ໃຫ້ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ. 2) ສ້າງແນວຄິດຈິດໃຈໃຫ້ຟົດຟື້ນໃນການຊອກຮູ້ຮ່ຳຮຽນ ແລະ ສ້າງຂະບວນການແມ່ຍິງ ໃຫ້ຕິດພັນກັບຄໍາຂວັນ ແມ່ຍິງ 3 ດີ: ຜົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີມີຄວາມຜາສຸກ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຄໍາຂວັນ ສະເພາະຂອງເອື້ອຍນ້ອງແມ່ຍິງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ຄື: " ແມ່ຍິງ 3 ດີ: ເກັ່ງດິຈິຕອນ, ຮຽນຮູ້ ແລະ ນຳໃຊ້ປັນຍາປະດິດ ". 3) ເພີ່ມທະວີຫົວຄິດປະດິດສ້າງໃໝ່ ເສີມຄວາມເປັນເຈົ້າການໃນການນຳໃຊ້ບັນດາເຕັກໂນໂລຊີດິຈິຕອນ ເຊັ່ນ: ປັນຍາປະດິດ ໂດຍນໍາໃຊ້ໃຫ້ເປັນປະໂຫຍດທີ່ສຸດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄໍາຂວັນສະເພາະວຽກງານ 3 ດີ ຂອງແມ່ຍິງຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນເຂັມທິດ ແລະ ແນວທາງໃນການປະຕິບັດວຽກງານ ແລະ ການດຳລົງຊິວິດປະຈຳວັນ ຂອງເອື້ອຍນ້ອງແມ່ຍິງ ພ້ອມທັງນໍາໃຊ້ ສື່ສັງຄົມອອນລາຍຢ່າງມີສະຕິ, ເປັນເຈົ້າການໃນການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມຢ່າງກ້ວາງຂວາງ, ເອົາໃຈໃສ່ໃນການສ້າງເສດຖະກິດດິຈິຕອນ ເພື່ອເປັນອີກຊ່ອງທາງໜື່ງ ທີ່ຊ່ວຍສ້າງລາຍໄດ້ເພີ່ມ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ໃນການສ້າງຄວາມຜາສຸກ ແລະ ຄວາມອົບອຸ່ນໃນຄອບຄົວ.

