ກອງປະຊຸມເປີດກ້ວາງທາບທາມ ປະກອບຄໍາເຫັນໃສ່ຮ່າງ ແຜນຍຸດທະສາດການພັດທະນາ ແລະ ນໍາໃຊ້ດາວທຽມລາວ ຢູ່ ສປປ ລາວ

23/07/2026

ກອງປະຊຸມເປີດກ້ວາງທາບທາມ ປະກອບຄໍາເຫັນໃສ່ຮ່າງ ແຜນຍຸດທະສາດການພັດທະນາ ແລະ ນໍາໃຊ້ດາວທຽມລາວ ຢູ່ ສປປ ລາວ

ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2026 ຜ່ານມາ, ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກ້ວາງທາບທາມ ປະກອບຄໍາເຫັນໃສ່ ຮ່າງແຜນຍຸດທະສາດການພັດທະນາ ແລະ ນໍາໃຊ້ດາວທຽມລາວ ຢູ່ ສປປ ລາວ ຂຶ້ນທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂາວສານ. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກກະຊວງ, ອົງການລັດ/ທຽບເທົ່າກະຊວງ, ອົງການປົກຄອງແຂວງ, ນະຄອນຫຼວງ, ບັນດາຂະແໜງການ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມທັງໝົດ 35 ທ່ານ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນ ແລະ ປັບປຸງ ແຜນຍຸດທະສາດການພັດທະນາ ແລະ ນໍາໃຊ້ດາວທຽມລາວ ຢູ່ ສປປ ລາວ ເຊິ່ງການສ້າງແຜນຍຸດທະສາດການພັດທະນາ, ນໍາໃຊ້ ແລະ ຄຸ້ມຄອງການສື່ສານຜ່ານດາວທຽມ ຈະເປັນປັດໃຈໜຶ່ງເພື່ອພັດທະນາເສດຖະກິດດິຈິຕອນ ເຊິ່ງດາວທຽມຈະຊ່ວຍຂະຫຍາຍການເຂົ້າເຖິງອິນເຕີເນັດ ແລະ ໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກ, ຫຼຸດຜ່ອນຊ່ອງຫວ່າງທາງດ້ານດິຈິຕອນ ແລະ ສົ່ງເສີມການເຕີບໂຕຂອງເສດຖະກິດດິຈິຕອນໃນທົ່ວປະເທດ, ເຕັກໂນໂລຊີດາວທຽມຊ່ວຍ ໃນການສໍາຫຼວດ, ຕິດຕາມ, ແລະ ປະເມີນ ຊັບພະຍາກອນທຳມະຊາດທີ່ສໍາຄັນ ເຊັ່ນ: ປ່າໄມ້, ແຫຼ່ງນໍ້າ, ພື້ນທີ່ກະສິກຳ ແລະ ການປ່ຽນແປງຂອງສະພາບອາກາດ ເພື່ອການຄຸ້ມຄອງທີ່ມີປະສິດທິພາບ ແລະ ຍືນຍົງ. ພ້ອມນັ້ນ, ເພື່ອເສີມສ້າງຄວາມໝັ້ນຄົງແຫ່ງຊາດ ເພາະວ່າດາວທຽມມີບົດບາດສໍາຄັນໃນວຽກງານ ການເຝົ້າລະວັງ, ການເກັບກຳຂໍ້ມູນຂ່າວສານ ແລະ ການສື່ສານທີ່ໝັ້ນຄົງ ສໍາລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກຈາກນີ້ເພື່ອການຄຸ້ມຄອງການນໍາໃຊ້ດາວທຽມຕ່າງປະເທດ ການສ້າງແຜນຍຸດທະສາດຈະເປັນການກຳກົດລະບຽບທີ່ຊັດເຈນ ສໍາລັບການນໍາໃຊ້ດາວທຽມຕ່າງປະເທດ, ເພື່ອປົກປ້ອງຜົນປະໂຫຍດຂອງຊາດ ແລະ ຮັບປະກັນການແຂ່ງຂັນທີ່ເປັນທຳ.

ຕອນທ້າຍກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ມີການຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນຢ່າງຟົດຟື້ນ ສ້າງໃຫ້ມີຜົນສໍາເລັດ ໂດຍການປັບປຸງເນື້ອໃນແຜນຍຸດທະສາດ ການພັດທະນາ, ນໍາໃຊ້ ແລະ ຄຸ້ມຄອງການສື່ສານຜ່ານດາວທຽມ ເພື່ອການພັດທະນາ ແລະ ການນໍາໃຊ້ເທັກໂນໂລຊີດາວທຽມ ໃຫ້ກາຍເປັນປັດໄຈສໍາຄັນໃນການຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງປະເທດ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ