ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມອິນເຕີເນັດໂລກ (World Internet Conference) ປະຈໍາປີ 2026.

23/07/2026

ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມອິນເຕີເນັດໂລກ (World Internet Conference) ປະຈໍາປີ 2026.

ໃນວັນທີ 22 ກໍລະກົດ 2026, ທີ່ເມືອງຊີອານ, ສປ ຈີນ, ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີ ໃນຂອບກອງປະຊຸມ World Internet Conference Digital Silk Road Development Forum ພາຍໃຕ້ຫົວຂໍ້: “ການສົ່ງເສີມການພັດທະນາແບບມີສ່ວນຮ່ວມ ແລະ ການແບ່ງປັນຜົນປະໂຫຍດຈາກນະວັດຕະກໍາດິຈິຕອນ ແລະ ປັນຍາປະດິດ”.  ກອງປະຊຸມດັ່ງກ່າວໄດ້ຮວບຮວມຜູ້ນໍາ, ລັດຖະມົນຕີ, ຜູ້ກໍານົດນະໂຍບາຍ, ຜູ້ຊ່ຽວຊານ ແລະ ຜູ້ຕາງໜ້າຈາກອົງການສາກົນ ຈາກຫຼາຍປະເທດ ເພື່ອຮ່ວມແລກປ່ຽນທັດສະນະ ແລະ ສົ່ງເສີມການຮ່ວມມືດ້ານເຕັກໂນໂລຊີດິຈິຕອນ, ປັນຍາປະດິດ (AI), ໂຄງລ່າງພື້ນຖານດິຈິຕອນ ແລະ ການພັດທະນາເສດຖະກິດດິຈິຕອນຢ່າງຍືນຍົງ.

ໃນໂອກາດດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ໄດ້ກ່າວປາໄສໃນກອງປະຊຸມ ໂດຍເນັ້ນໜັກວ່າ ການຫັນເປັນດິຈິຕອນ ແລະ ປັນຍາປະດິດ ທີ່ກໍາລັງເປັນແຮງຂັບເຄື່ອນສໍາຄັນຂອງການພັດທະນາໂລກ ແຕ່ຜົນປະໂຫຍດຈາກນະວັດຕະກໍາດິຈິຕອນ ຄວນໄດ້ຮັບການແບ່ງປັນຢ່າງທົ່ວເຖິງ ເພື່ອຫຼຸດຜ່ອນຊ່ອງຫວ່າງການພັດທະນາ ແລະ ບໍ່ໃຫ້ມີປະເທດໃດ ຫຼື ປະຊາຊົນກຸ່ມໃດ ຖືກປະໄວ້ຂ້າງຫຼັງ. ພ້ອມນີ້, ທ່ານໄດ້ນຳສະເໜີຄວາມຄືບໜ້າຂອງ ສປປ ລາວ ໃນການພັດທະນາໂຄງລ່າງພື້ນຖານດິຈິຕອນ, ລັດຖະບານດິຈິຕອນ, ການສ້າງຮ່າງຍຸດທະສາດ AI ແຫ່ງຊາດ ແລະ ໂຄງການພັດທະນາ “LaoAI” (Large Language Model) ເພື່ອຮອງຮັບການນຳໃຊ້ AI ທີ່ສອດຄ່ອງກັບພາສາ, ວັດທະນະທຳ ແລະ ບໍລິບົດການພັດທະນາຂອງຊາດ ພ້ອມທັງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດນຳໃຊ້ AI ຢ່າງມີປະສິດທິຜົນ. ນອກຈາກນີ້, ທ່ານຮອງລັດຖະມົນຕີ ໄດ້ສະເໜີວິໄສທັດການພັດທະນາ Green AI Computing Hub ໂດຍອາໄສທ່າແຮງດ້ານພະລັງງານສະອາດ, ເຂດເສດຖະກິດພິເສດ ແລະ ເຂດເຕັກໂນໂລຊີລະດັບສູງ ເພື່ອຮອງຮັບການລົງທຶນດ້ານສູນຂໍ້ມູນ ແລະ ໂຄງລ່າງ AI ທີ່ເປັນມິດຕໍ່ສິ່ງແວດລ້ອມ. ໃນດ້ານການຮ່ວມມືສາກົນ, ທ່ານ ຮອງລັດຖະມົນຕີ ໄດ້ຢືນຢັນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການຮ່ວມສ້າງລະບົບການຄຸ້ມຄອງ AI ໃນລະດັບສາກົນ ໂດຍ ສປປ ລາວ ມີຄວາມພາກພູມໃຈທີ່ເປັນສະມາຊິກຜູ້ຮ່ວມກໍ່ຕັ້ງ ອົງການຮ່ວມມືປັນຍາປະດິດໂລກ (World Artificial Intelligence Cooperation Organization: WAICO) ເຊິ່ງຈະເປັນເວທີສໍາຄັນໃນການສົ່ງເສີມການແລກປ່ຽນເຕັກໂນໂລຊີ, ການສ້າງຂີດຄວາມສາມາດ, ການພັດທະນາມາດຕະຖານຮ່ວມ ແລະ ການນໍາ AI ມານໍາໃຊ້ຢ່າງປອດໄພ, ມີຄວາມໜ້າເຊື່ອຖື ແລະ ຮັບຜິດຊອບ.

ຕອນທ້າຍ, ທ່ານໄດ້ເນັ້ນຢ້ຳວ່າ ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດຄູ່ຮ່ວມມື ພາຍໃຕ້ຂອບການຮ່ວມມື Digital Silk Road ແລະ WAICO ເພື່ອຮ່ວມກັນສ້າງອະນາຄົດດິຈິຕອນທີ່ເປີດກວ້າງ, ປອດໄພ, ຍືນຍົງ ແລະ ທົ່ວເຖິງ ໂດຍໃຫ້ທຸກປະເທດ ແລະ ທຸກພາກສ່ວນ ສາມາດໄດ້ຮັບຜົນປະໂຫຍດຈາກນະວັດຕະກໍາດີຈີຕອນຢ່າງເທົ່າທຽມ. ພາຍໃນງານ ຍັງໄດ້ມີການຈັດກອງປະຊຸມ ແລະ ກິດຈະກຳປິ່ນອ້ອມທີ່ສຳຄັນ ເຊັ່ນ: ເວທີປຶກສາຫາລືການຮ່ວມມື ແລະ ພັດທະນາການຄ້າທາງເອເລັກໂຕຣນິກເສັ້ນທາງສາຍໄໝດິຈິຕອນ, ການພັດທະນານະວັດຕະກໍາຮ່ວມກັນດ້ານ AI Agents, ການຫັນວຽກງານສາທາລະນະສຸກເປັນດິຈິຕອນ ແລະ ການຫັນມໍລະດົກວັດທະນະທຳເປັນດິຈິຕອນ. ເວທີຕ່າງໆເຫຼົ່ານີ້ ໄດ້ເປັນບ່ອນໃຫ້ພາກລັດ, ເອກະຊົນ ແລະ ອົງການສາກົນ ຮ່ວມກັນແລກປ່ຽນແນວຄິດ, ນຳສະເໜີນະວັດຕະກຳໃໝ່ ແລະ ສ້າງໂອກາດຄວາມຮ່ວມມື ເພື່ອຂັບເຄື່ອນການພັດທະນາດິຈິຕອນຢ່າງຄອບຄຸມ ແລະ ຍືນຍົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ