31/07/2026
ເພື່ອເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ບັນດາໂຄງການການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໄດ້ເນັ້ນໜັກວຽກງານວິທະຍາສາດ, ນະວັດຕະກຳ ແລະ ເຕັກໂນໂລຊີດິຈິຕອນ ເປັນວຽກບູລິມະສິດຕົ້ນຕໍອັນໜຶ່ງ ໃນການສ້າງສາພັດທະນາ ສປປ ລາວ. ເຫັນໄດ້ຄວາມສໍາຄັນຂອງຍຸກການປະຕິວັດອຸດສາຫະກຳ ຄັ້ງທີ 4 ແລະ ການສ້າງເສດຖະກິດດິຈິຕອນ, ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ມີມະຕິຮັບຮອງ ວິໄສທັດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃນວັນທີ 16 ພະຈິກ 2021, ເຊິ່ງປະກອບດ້ວຍ 8 ຍຸດທະສາດ ແລະ 14 ແຜນງານ (ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ສະບັບເລກທີ 278/ລບ, ລົງວັນທີ 22 ພຶດສະພາ 2024, ແມ່ນໜຶ່ງໃນ 14 ແຜນງານດັ່ງກ່າວ).

ໃນວັນທີ 27 ກໍລະກົດ 2026, ຫ້ອງການ ກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ), ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ ດໍາລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ສະບັບເລກທີ 278/ລບ, ລົງວັນທີ 22 ພຶດສະພາ 2024 ຂຶ້ນທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ, ຮອງປະທານສະພາບໍລິຫານ, ຜູ້ປະຈໍາການ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ກຕສ ແລະ ທ່ານ ປອ.ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ. ມີບັນດາທ່ານຜູ້ເຂົ້າຮ່ວມຈາກ ພຕສ ນະຄອນຫຼວງວຽງຈັນ, ບັນດາຄະນະກຳມະການປົກຄອງເມືອງ, ຫ້ອງການ ຕສ ເມືອງ ແລະ ບັນດາພະແນກການອ້ອມຂ້າງ ພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 95 ທ່ານ, ຍິງ 45 ທ່ານ.

ໃນກອງປະຊຸມ ທ່ານ ປະລິນຍາ ພົມມະວິເສດ, ຫົວໜ້າຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ໄດ້ເຜີຍແຜ່ ດໍາລັດ ສະບັບເລກທີ 278/ລບ ແລະ ໃຫ້ຮູ້ວ່າ ດໍາລັດ ສະບັບນີ້ ເປັນເຄື່ອງມືນິຕິກຳທີ່ສໍາຄັນ ໃນການກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງກອງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ, ໂປ່ງໃສ ແລະ ສາມາດຊຸກຍູ້ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີ ໃຫ້ລົງເລິກເຖິງຮາກຖານທ້ອງຖິ່ນຢ່າງແທ້ຈິງ. ທັງນີ້ ກໍເພື່ອແນ່ໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງ, ເປັນເອກະພາບກັນ ກ່ຽວກັບເນື້ອໃນຂອງດໍາລັດດັ່ງກ່າວ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນພະແນກ ຕສ ນະຄອນຫຼວງ, ຫ້ອງການ ຕສ ເມືອງ ແລະ ບັນດາພະແນກການອ້ອມຂ້າງ. ພ້ອມທັງເປີດໂອກາດໃຫ້ມີການສົນທະນາ, ແລກປ່ຽນ ແລະ ຕອບຂໍ້ຂ້ອງໃຈຕ່າງໆ ຢ່າງກົງໄປກົງມາ.

ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ເປັນກອງທຶນຂອງລັດທີ່ສ້າງຕັ້ງຂື້ນເພື່ອສະສົມ ແລະ ລະດົມທຶນ ຈາກພາຍໃນ ແລະ ຕ່າງປະເທດ ນໍາໃຊ້ເຂົ້າໃນການຫັນເປັນດິຈິຕອນ, ການຂະຫຍາຍ ແລະ ພັດທະນາໂຄ່ງລ່າງພື້ນຖານໂທລະຄົມມະນາຄົມໄປເຖິງຊົນນະບົດເຂດຫ່າງໄກສອກຫຼີກ, ການພັດທະນາຊັບ ພະຍາກອນມະນຸດ, ຖານດິຈິຕອນ ຄວາມປອດໄພຂອງການນໍາໃຊ້ເຕັກໂນໂລຊີ, ດິຈິຕອນ ອອກໄປສູ່ບັນດາເມືອງ ແລະ ຕາແສງ ໃຫ້ໄດ້ຮັບການພັດທະນາຢາງບໍ່ຢຸດຢັ້ງ ແລະ ເພື່ອຮັບປະກັນໃຫ້ກອງປະຊຸມດັ່ງກ່າວສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ສາມາດເຂົ້າໃຈຢ່າງເລິກເຊີງ ໃນແຕ່ລະມາດຕາ ຂອງດໍາລັດໄດ້ຢ່າງຖືກຕ້ອງ ກັບຄວາມເປັນຈິງ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແລະ ກາຍເປັນຮູບປະທໍາທີ່ແທ້ຈິງ ເພື່ອປະກອບຄໍາຄິດຄໍາເຫັນມະຕິກອງປະຊຸມແນໃສ່ເຮັດໃຫ້ດຳລັດສະບັບນີ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຊ່ວຍຂັບເຄື່ອນການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ຫັນເປັນດິຈິຕອນ ກໍຄືວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ພາຍໃນປະເທດ.

