27/07/2026
ໃນລະຫວ່າງວັນທີ 16 - 20 ກໍລະກົດ 2026 ຜ່ານມາ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າຮ່ວມງານປະຊຸມ ປັນຍາປະດິດໂລກ 2026, ທີ່ນະຄອນຊຽງໄຮ້, ສປ ຈີນ ພາຍໃຕ້ຄຳຂວັນ “ການຮ່ວມມືດ້ານປັນຍາປະດິດ ເພື່ອອະນາຄົດທີ່ຮຸ່ງເຮືອງ” (AI Partnership for a Brighter Future). ໂດຍໃນກອງປະຊຸມຄັ້ງນີ້, ສປປ ລາວ ໄດ້ເຂົ້າຮ່ວມເຊັນສົນທິສັນຍາເປັນຄະນະສ້າງຕັ້ງອົງການຮ່ວມມືປັນຍາປະດິດໂລກ (World Artificial Intelligence Cooperation Organization ຫຼື WAICO) ເຊິ່ງມີທ່ານ ຮອງນາຍົກ, ລັດຖະມົນຕີກະຊວງການຕ່າງປະເທດເປັນຜູ້ລົງນາມເຂົ້າເປັນສະມາຊິກ ແລະ ທ່ານ ລັດຖະມົນຕີ ກຕສ ເປັນຄະນະ.


ໃນພິທີເປີດກອງປະຊຸມຄັ້ງນີ້, ທ່ານ ສີ ຈິ້ນຜິງ ປະທານນາທິບໍດີ ແຫ່ງ ສປ ຈີນ ໄດ້ກ່າວເປີດພິທີຢ່າງເປັນທາງການ ແລະ ໄດ້ເນັ້ນໜັກເຖິງການພັດທະນາ ປັນຍາປະດິດທີ່ເນັ້ນມະນຸດເປັນສູນກາງ, ມີຄວາມປອດໄພ ແລະ ມີຈັນຍາບັນ ໂດຍທ່ານໄດ້ສະເໜີ 4 ທັດສະນະຫຼັກຄື: ການເປີດກວ້າງ ແລະ ນະວັດຕະກຳ, ຄວາມປອດໄພ ແລະ ການຄວບຄຸມຂອງມະນຸດ, ການມີສ່ວນຮ່ວມທາງວັດທະນະທຳ, ແລະ ຄວາມສາມັກຄີໃນການບໍລິຫານຈັດການລະດັບໂລກ. ພ້ອມດຽວກັນນີ້, ທ່ານຍັງໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນບັນດາປະເທດກຳລັງພັດທະນາໃນໄລຍະ 5 ປີຕໍ່ໜ້າ ໂດຍການສະໜອງໂຄງການຝຶກອົບຮົມ AI ຈຳນວນ 5,000 ທຶນ, ສ້າງສູນຮ່ວມມື AI, ແລະ ແບ່ງປັນລະບົບເຕືອນໄພອຸຕຸນິຍົມ MAZU ເພື່ອໃຫ້ AI ເປັນກຳລັງຂັບເຄື່ອນທີ່ສ້າງປະໂຫຍດໃຫ້ກັບມວນມະນຸດຢ່າງແທ້ຈິງ.
ພ້ອມກັນນີ້, ທ່ານ ລັດຖະມົນຕີ ກຕສ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ໃນການຄຸ້ມຄອງປັນຍາປະດິດສາກົນ ເຊິ່ງມີຈຸດປະສົງແມ່ນເພື່ອສ້າງການຮ່ວມມືລະດັບສາກົນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງຍືນຍົງ ແລະ ຮັບປະກັນວ່າເຕັກໂນໂລຊີປັນຍາປະດິດຈະຖືກພັດທະນາໄປໃນທິດທາງທີ່ປອດໄພ ແລະ ມີຈັນຍາບັນ. ໂດຍມີບັນດາຜູ້ແທນຈາກອົງການສາກົນ ແລະ ປະເທດຕ່າງໆ ເຂົ້າຮ່ວມ ແລະ ແລກປ່ຽນທັດສະນະທີ່ໜ້າສົນໃຈກ່ຽວກັບເຕັກໂນໂລຊີປັນຍາປະດິດ. ໃນນັ້ນ, ທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປ ຈີນ ໄດ້ເນັ້ນໜັກເຖິງການສ້າງຄວາມສົມດຸນລະຫວ່າງການພັດທະນາ ແລະ ຄວາມປອດໄພ ຂອງປັນຍາປະດິດ, ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ໄດ້ຍົກໃຫ້ເຫັນເຖິງ ຊ່ອງວ່າງດ້ານ ເອໄອ ທີ່ອາດເຮັດໃຫ້ປະເທດກຳລັງພັດທະນາຖືກປະຖິ້ມໄວ້ທາງຫຼັງ ຫາກບໍ່ມີການຮ່ວມມື ໃນການສ້າງຂີດຄວາມສາມາດ ແລະ ການແບ່ງປັນຊັບພະຍາກອນຢ່າງເທົ່າທຽມ ແລະ ຍັງໄດ້ໃຫ້ຄຳນິຍາມໃໝ່ຂອງ AI ວ່າແມ່ນ ປັນຍາປະສານ (Augmented Intelligent). ນອກຈາກນັ້ນ, ຍັງມີຄຳເຫັນຈາກທ່ານເລຂາທິການອາຊຽນ, ຜູ້ຕາງໜ້າຈາອົງການຈັດຕັ້ງສາກົນ ແລະ ຜູ້ນຳຂອງປະເທດຕ່າງໆ ກໍໄດ້ໃຫ້ຄຳເຫັນແລກປ່ຽນຢ່າງສ້າງສັນ ເຊິ່ງທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສືສານ ແຫ່ງ ສປປ ລາວ ກໍໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ສະແດງຄວາມຍິນດີທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນປະເທດຮ່ວມກໍ່ຕັ້ງອົງການ WAICO ພ້ອມທັງໄດ້ສະເໜີໃຫ້ ສປປ ລາວ ເປັນຈຸດໝາຍປາຍທາງຂອງການລົງທຶນໃນຮູບແບບ “Green AI Computing Hub” ທີ່ນຳໃຊ້ທ່າແຮງດ້ານພະລັງງານສະອາດ ແລະ ເຂດເສດຖະກິດພິເສດ ເພື່ອຮອງຮັບໂຄງລ່າງພື້ນຖານດ້ານເອໄອທີ່ເປັນມິດຕໍ່ສິ່ງແວດລ້ອມ.

ພາຍໃນກອງປະຊຸມນີ້, ຍັງມີການຈັດກອງປະຊຸມສະເພາະດ້ານອີກຫຼາຍກວ່າ 140 ຫົວຂໍ້ ທີ່ເນັ້ນໜັກໃສ່ນະວັດຕະກຳ ແລະ ການບໍລິຫານຄຸ້ມຄອງເຕັກໂນໂລຊີທີ່ທັນສະໄໝ ແລະ ມີການວາງສະແດງຜະລິດຕະພັນດ້ານ ປັນຍາປະດິດ ຈາກບໍລິສັດຕ່າງໆຫຼາຍກວ່າ 1,100 ບໍລິສັດ, ມີການວາງສະແດງຜົນງານນະວັດຕະກຳເອໄອ ຫຼາຍກວ່າ 3,000 ລາຍການ ເຊິ່ງທັງໝົດນີ້ແມ່ນຖືກຈັດສະແດງເທິງພື້ນທີ່ຫຼາຍກວ່າ 100,000 ຕາແມັດ.

ນອກຈາກນີ້, ຄະນະຜູ້ແທນ ກຕສ ຍັງໄດ້ພົບປະກັບພາກສ່ວນອື່ນໆ ເພື່ອສົນທະນາແລກປ່ຽນບົດຮຽນການຄຸ້ມຄອງ ແລະ ນຳໃຊ້ເຕັກໂນໂລຊີປັນຍາປະດິດ ເຂົ້າໃນຂົງເຂດຕ່າງໆຂອງ ສປປ ລາວ ເປັນຕົ້ນແມ່ນການພົບປະ ແລະ ຢ້ຽມຢາມ ນິຄົມຄົ້ນຄວ້າ ແລະ ພັດທະນາ ຂອງບໍລິສັດຫົວເວີຍ ຖືກສ້າງຂຶ້ນເທິງພື້ນທີ່ກວ່າ 400 ເຮັກຕາ.

ໃນໄລຍະດັ່ງກ່າວ, ຄະນະຜູ້ແທນ ກຕສ ຍັງໄດ້ໄປຢ້ຽມຢາມ ມະຫາວິທະຍາໄລ ຊຽງໄຮ້ ຈ່ຽວທົ່ງ (Shanghai Jiaotong University) ທີ່ເປັນມະຫາວິທະຍາໄລທີ່ມີຊື່ສຽງອັນດັບຕົ້ນໆຂອງ ສປ ຈີນ ເພື່ອແລກປ່ຽນບົດຮຽນການນຳໃຊ້ລະບົບປັນຍາປະດິດ ເຂົ້າໃນການສະໜັບສະໜູນການບໍລິຫານຄຸ້ມຄອງ ແລະ ການສຶກສາຂອງມະຫາວິທະຍາໄລ.

