27/07/2026
ວັນທີ 24 ກໍລະກົດ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໂດຍກົມເຕັກໂນໂລຊີດີຈີຕອນ ຮ່ວມມືກັບ ບໍລິສັດ Real World Asset Inc (RWA) ປະເທດ ສ.ເກົາຫຼີ ໄດ້ຈັດງານສຳມະນາພາຍໃຕ້ຫົວຂໍ້ “ໂອກາດແຫ່ງອານາຄົດ: ການປ່ຽນຜ່ານຈາກ Web2 ສູ່ Web3 (Seize the Future: Web2 to Web3 Transformation 2nd)” ຄັ້ງທີ 2 ຢ່າງເປັນທາງການ ທີ່ໂຮງແຮມເມືອງແທງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການ Startups ຢ່າງພ້ອມພຽງ.

ງານສຳມະນາໃນຄັ້ງນີ້ ເປັນການສືບຕໍ່ຜັນຂະຫຍາຍຄວາມສຳເລັດຈາກຄັ້ງທີ 1 (ເດືອນເມສາ 2026) ໂດຍມຸ່ງເນັ້ນການຍົກລະດັບຈາກ “ຄວາມຮູ້” ໄປສູ່ “ການລົງມືຈັດຕັ້ງປະຕິບັດຕົວຈິງ” ແລະ ການສ້າງລະບົບນິເວດດີຈີຕອນ (Ecosystem) ທີ່ເຂັ້ມແຂງ ຜ່ານ 3 ເປົ້າໝາຍຫຼັກ ຄື: ການລົງເລິກການໃຊ້ໂຄງລ່າງ Blockchain ຜ່ານ Xphere Mainnet, ການແບ່ງປັນຕົວແບບຄວາມສຳເລັດ (Use Cases) ເຊັ່ນ: ລະບົບ Okardcare ແລະ Bitqik, ພ້ອມທັງການເປີດໂອກາດເຂົ້າເຖິງແຫຼ່ງທຶນສາກົນຈາກ RWA Co., Ltd.


ພາຍໃນງານໄດ້ມີ ພິທີລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມື (MOA) ຢ່າງເປັນທາງການ ລະຫວ່າງ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ໂດຍ ທ່ານ ວິຣະສັກ ວິຣະວົງ ແລະ ບໍລິສັດ RWA Co., Ltd ໂດຍ ທ່ານ Soonyun Kim ໂດຍມີ 2 ຂົງເຂດຍຸດທະສາດຫຼັກ ຄື: ການເຊື່ອມໂຍງລະບົບ Xphere Project: ນຳເອົາເຕັກໂນໂລຊີ Digital Token "Xphere" ແລະ ໂຄງສ້າງພື້ນຖານເທິງ Xphere Mainnet ເຂົ້າສູ່ລະບົບກະດານຊື້-ຂາຍ Bitqik ຢ່າງປອດໄພ. Lao Blockchain Festival: ຮ່ວມກັນເປັນເຈົ້າພາບຈັດງານມະຫາກໍາລະດັບສາກົນ ໃນໄຕມາດທີ 1 ຂອງປີ 2027 ເພື່ອດຶງດູດການລົງທຶນ ແລະ ນະວັດຕະກຳຈາກທົ່ວໂລກສູ່ ສປປ ລາວ.
ໃນໂອກາດດັງກ່າວ ກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມມີການແລກປ່ຽນຄໍາຄິດຄໍາເຫັນ ຈາກນັ້ນ ໄດ້ມີພິທີເຊັ່ນສັນຍາຮ່ວມມື MOA ລະຫວ່າງ ບໍລິສັດ RWA ແລະ ບໍລິສັດ Bitqik ໃນຕອນທ້ານ ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ຢ້ຽມຊົມບູດວາງສະແດງ.


ຂ່າວ: ກົມເຕັກໂນໂລຊີດິຈິຕອນ
ພາບ: ທ່ານ ພຸດດວອນພາສຸວັນ

