ພິທີມອບຜົນງານຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ແລະ ພິທີປະກາດພະນັກງານທີ່ຄົບເງື່ອນໄຂ ອອກພັກການ-ຮັບອຸດໜູນບຳນານ

28/07/2026

ພິທີມອບຜົນງານຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ແລະ ພິທີປະກາດພະນັກງານທີ່ຄົບເງື່ອນໄຂ ອອກພັກການ-ຮັບອຸດໜູນບຳນານ

ກົມຈັດຕັ້ງ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີມອບຜົນງານຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ແລະ ພິທີປະກາດພະນັກງານທີ່ຄົບເງື່ອນໄຂ ອອກພັກການ-ຮັບອຸດໜູນບຳນານ. ໂດຍການເປັນປະທານຂອງທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະລັດຖະມົນຕີ, ພະນັກງານອາວຸໂສບໍານານ, ຄະນະກົມ/ທຽບເທົ່າ, ບັນດາທ່ານຫົວໜ້າໜ່ວຍງານ, ອານຸກຳມະການ ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ທີ່ຮັບໃຊ້ກອງປະຊຸມ ອາຊຽນ ປີ 2024, ທ່ານຜູ້ອໍານວຍການ ບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງ ຕສ, ບັນດາທ່ານຜູ້ອໍານວຍການ ບໍລິສັດ ຂົນສົ່ງໂລຈິສຕິກ ແລະ ພະນັກງານກະຊວງ ຕສ ລວມທັງໝົດຈຳນວນ 300 ກວ່າທ່ານ.

ໃນພິທີດັ່ງກ່າວ ທ່ານ ມະໂນທອງ ວົງລໍຄຳ ຫົວໜ້າກົມຈັດຕັ້ງ ກໍ່ໄດ້ຂຶ້ນກ່າວຈຸດປະສົງ ແລະ ປະກາດພະນັກງານທີ່ຄົບເງື່ອນໄຂອອກພັກການ-ຮັບອຸດໜູນບຳນານ, ຈຳນວນ 05 ທ່ານ, ແລະ ປະກາດຮັກສາການຂັ້ນກົມ ຈຳນວນ 01 ທ່ານ, ປະດັບຫຼຽນ ແລະ ມອບການຍ້ອງຍໍໃຫ້ແກ່ກົມກອງ ແລະ ບຸກຄົນ ທີ່ທີ່ມີຜົນງານບັ້ນກະກຽມ ແລະ ດໍາເນີນການເປັນປະທານ ອາຊຽນ ຄັ້ງທີ 44 ແລະ 45 ຂອງ ສປປ ລາວ ປີ 2024 ແລະ ມອບການຍ້ອງຍໍຜົນງານບັ້ນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໂດຍໃຫ້ກຽດຂຶ້ນມອບ-ຮັບ ແລະ ປະດັບຫຼຽນກາແຮງງານ ຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ.

 

ສືບຕໍ່ຕາມວາລະ ທ່ານ ຫົວໜ້າກົມຈັດຕັ້ງ ກໍ່ຂຶ້ນກ່າວ ມອບການຍ້ອງຍໍຜົນງານປະຈໍາປີ 2025 ໃຫ້ແກ່ພະນັກງານ-ລັດຖະກອນບັນດາກົມ/ທຽບເທົ່າ ພາຍໃນຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດຂຶ້ນມອບຂອງທ່ານ ປອ ສັນຕິສຸກ ສິມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ