29/07/2026
ໃນລະຫວ່າງ ວັນທີ 28 – 31 ກໍລະກົດ 2026, ທີ່ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ເປີດຝຶກອົບຮົມ 2 ຫົວຂໍ້ສຳຄັນ ຄື: “ຄວາມປອດໄພ ທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ” ແລະ “ການເພີີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ” ໄດ້ຮັບກຽດ ເປັນປະທານກ່າວເປີດພິທີດັ່ງກ່າວໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກ ບັນດາກະຊວງ, ສະຖາບັນການສຶກສາ, ຜູ້ປະກອບທຸລະກິດ ເຂົ້າຮ່ວມຫຼາຍກວ່າ 60 ກວ່າທ່ານ.

ການຈັດຝຶກອົບຮົມທັງ 2 ຫົວຂໍ້ນີ້ ສອດຄ່ອງໂດຍກົງກັບ ວິໄສທັດແຫ່ງຊາດ ວ່າດ້ວຍ ການພັດທະນາເສດຖະກິດດິຈິຕອນ ໄລຍະ 20 ປີ (2021–2040); ຍຸດທະສາດແຫ່ງຊາດ ວ່າດ້ວຍ ການພັດທະນາເສດຖະກິດດິຈິຕອນ ໄລຍະ 10 ປີ (2021–2030), ແລະ ແຜນພັດທະນາ ເສດຖະກິດດິຈິຕອນ 5 ປີ (2021–2025) ເຊິ່ງໄດ້ກຳນົດທິດທາງການພັດທະນາ ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ແລະ ວາງພື້ນຖານສຳຄັນໃຫ້ແກ່ການສ້າງ ໂຄງລ່າງ, ທັກສະ, ການບໍລິການ ແລະ ກົນໄກຄຸ້ມຄອງດິຈິຕອນຂອງປະເທດ.
:
ຫົວຂໍ້ “ຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ”: ເນັ້ນໃສ່ການຄຸ້ມຄອງ, ການວາງນະໂຍບາຍ, ການປ້ອງກັນໄພຂົ່ມຂູ່ທາງໄຊເບີ ແລະ ການລະເມີດຂໍ້ມູນ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນ.
:
ຫົວຂໍ້ “ການເພີ່ມຂີດຄວາມສາມາດ ໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການຫັນເປັນດິຈິຕອນ”: ສົ່ງເສີມຜູ້ປະກອບການແມ່ຍິງ (ໂດຍສະເພາະ MSMEs) ໃນການນຳໃຊ້ເຄື່ອງມືດິຈິຕອນ ເພື່ອຂະຫຍາຍຕະຫຼາດ, ສ້າງຕົວຕົນອອນລາຍ, ບໍລິຫານຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການແຂ່ງຂັນ.

ການຈັດຝຶກອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນເຖິງການປະສານງານທີ່ດີ ລະຫວ່າງ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສູນຝຶກອົບຮົມ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອການພັດທະນາອາຊີ ແລະ ປາຊີຟິກ (APCICT) ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິໄສທັດຮ່ວມກັນ ໃນການສ້າງສັງຄົມ ແລະ ເສດຖະກິດ ດິຈິຕອນ ທີ່ທົ່ວເຖິງ, ປອດໄພ ແລະ ຍືນຍົງ.
ຂ່າວ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ
ພາບ ທ່ານ ພຸດດາວອນ ພາສຸວັນ

