ກຕສ ເຂົ້າຮ່ວມສໍາມະນາລະດັບອະນຸພາກພື້ນ ວ່າດ້ວຍການເພີ່ມຂີດຄວາມສາມາດດ້ານເສດຖະກິດດິຈິຕອນ

04/08/2026

ກຕສ ເຂົ້າຮ່ວມສໍາມະນາລະດັບອະນຸພາກພື້ນ ວ່າດ້ວຍການເພີ່ມຂີດຄວາມສາມາດດ້ານເສດຖະກິດດິຈິຕອນ

ໃນລະຫວ່າງວັນທີ 29–31 ກໍລະກົດ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຕາງໜ້າໂດຍ ກົມເຕັກໂນໂລຊີດິຈິຕອນ ແລະ ບັນດາກົມກ່ຽວຂ້ອງຂອງ ໄດ້ເຂົ້າສໍາມະນາລະດັບອະນຸພາກພື້ນ ວ່າດ້ວຍການເພີ່ມຂີດຄວາມສາມາດດ້ານເສດຖະກິດດິຈິຕອນ, ທີ່ເມືອງວັງວຽງ, ແຂວງວຽງຈັນ. ຊຶ່ງຈັດໂດຍກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ໂດຍໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດການຮ່ວມມື ແມ່ນໍ້າຂອງ–ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Special Fund), ພາຍໃຕ້ຫົວຂໍ້ “ການເພີ່ມຂີດຄວາມສາມາດດ້ານເສດຖະກິດດິຈິຕອນ ເພື່ອຊຸກຍູ້ການເຕີບໂຕທາງເສດຖະກິດໃນອະນາຄົດ ໃນຂອບການຮ່ວມມືອະນຸພາກພື້ນ ແມ່ນໍ້າຂອງ–ແມ່ນໍ້າລ້ານຊ້າງ”, ມີຜູ້ເຂົ້າຮ່ວມປະມານ 50 ຄົນ, ຈາກ 6 ປະເທດສະມາຊິກ MLC ຄື: ກໍາປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ທີ່ມາຈາກພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພ້ອມທັງຜູ້ຕາງໜ້າຈາກພາກທຸລະກິດ ແລະ ອົງກອນທີ່ກ່ຽວຂ້ອງ.

ການສໍາມະນາຄັ້ງນີ້, ກໍເພື່ອເປັນການຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມຜູ້ນໍາ MLC ຄັ້ງທີ 4 (ປີ 2023) ແລະ ແຜນປະຕິບັດງານ 5 ປີ (2023–2027) ທີ່ເນັ້ນໃສ່ການສົ່ງເສີມການຮ່ວມມືດ້ານນະວັດຕະກໍາ, ເຕັກໂນໂລຊີ, ການເຊື່ອມໂຍງດີຈີຕອນ ແລະ ການຄ້າທາງເອເລັກໂຕຣນິກຂ້າມແດນ, ເພື່ອຫຼຸດຜ່ອນຊ່ອງວ່າງການພັດທະນາດ້ານເສດຖະກິດດິຈິຕອນລະຫວ່າງປະເທດສະມາຊິກ. ການສໍາມະນາໄດ້ປຶກສາຫາລືໃນ 2 ຫົວຂໍ້ສໍາຄັນ ຄື: (1) ການປັບປຸງນະໂຍບາຍ ແລະ ຂອບກົດໝາຍໃຫ້ສອດຄ່ອງກັນ ເພື່ອການເຊື່ອມໂຍງເສດຖະກິດດີຈີຕອນໃນພາກພື້ນ; ແລະ (2) ການສົ່ງເສີມ MSMEs ໃນການເຂົ້າຮ່ວມການຄ້າທາງເອເລັກໂຕຣນິກຂ້າມແດນ ຜ່ານແພລດຟອມດີຈີຕອນ.

ການເຂົ້າຮ່ວມຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນເວທີຄັ້ງນີ້ ສະທ້ອນໃຫ້ເຫັນບົດບາດສໍາຄັນຂອງກະຊວງ ໃນການຂັບເຄື່ອນນະໂຍບາຍການພັດທະນາເສດຖະກິດດິຈິຕອນ, ການສ້າງຄວາມພ້ອມດ້ານດິຈິຕອນຂອງ ສປປ ລາວ ແລະ ການຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ເສດຖະກິດດິຈິຕອນກັບບັນດາປະເທດໃນຂອບ MLC ແລະ ພາກພື້ນອາຊຽນ ເພື່ອຮອງຮັບການເຕີບໂຕທາງເສດຖະກິດຢ່າງຍືນຍົງໃນອະນາຄົດ. ພ້ອມນີ້, ກຕສ ໄດ້ປະກອບຄໍາເຫັນແລກປ່ຽນໃນຫຼາຍຫົວຂໍ້ສໍາຄັນ ທີ່ກ່ຽວຂ້ອງກັບການພັດທະນາເສດຖະກິດດິຈິຕອນຂອງ ສປປ ລາວ, ໂດຍເນັ້ນໃສ່ການປັບປຸງນະໂຍບາຍ, ຂອບກົດໝາຍ, ການເຊື່ອມໂຍງໂຄງສ້າງພື້ນຖານດິຈິຕອນ, ການພັດທະນາລະບົບນິເວດດິຈິຕອນ ແລະ ການສົ່ງເສີມ MSMEs ໃຫ້ສາມາດເຂົ້າຮ່ວມການຄ້າທງເອເລັກໂຕຣນິກຂ້າມແດນໄດ້ຢ່າງມີປະສິດທິຜົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ