ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2

04/08/2026

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2

ໃນຕອນເຊົ້າຂອງວັນທີ 04 ສິງຫາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2 ໃຫ້ຜູ້ເຮັດວຽກງານກວດກາ ຂອງຫ້ອງການ, ບັນດາກົມ, ສູນ, ສະຖາບັນ, ອົງການ, ຫ້ອງການກອງທຶນ ແລະ ບັນດາບໍລິສັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງ ກຕສ, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 (ຕຶກ F), ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຫຼັກ 3), ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ  ກຕສ ແລະ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ. ການຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2 ໄດ້ດຳເນີນເປັນໄລຍະເວລາ 5 ວັນ (ໃນລະຫວ່າງວັນທີ 03 ເຖີງ 07 ສິງຫາ 2026), ມີຜູ້ເຂົ້າຮ່ວມທັັງໝົດ 86 ທ່ານ, ຍິງ 39 ທ່ານ, ໃນນີ້ ມີນັກສຳມະນາກອນ ເຂົ້າຮ່ວມຝຶກອົບຮົມທັງໝົດ 48 ທ່ານ, ຍິງ 22 ທ່ານ.

ຈຸດປະສົງສຳຄັນຂອງການຈັດຝຶກອົບຮົມໃນຄັ້ງນີ້, ເພື່ອເປັນການຖ່າຍທອດດ້ານຄວາມຮູ້ ໃຫ້ພະນັກງານທີ່ເຮັດໜ້າທີ່ກວດກາຢູ່ບັນດາໜ່ວຍພັກຮາກຖານ ແລະ ຄະນະພັກຮາກຖານ. ຊຶ່ງຕ້ອງການໃຫ້ວຽກງານກວດກາ ກາຍເປັນເຄື່ອງມື ທີ່ເປັນສິ່ງທີ່ປ້ອງກັນ ບໍ່ໃຫ້ມີປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບວິໄນຂອງພັກ ເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານ ທົ່ວອົງຄະນະພັກກະຊວງ.

ໃນພິທີ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ໄດ້ກ່າວວ່າ: ວຽກງານກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະຂັ້ນ, ເປັນວຽກໜຶ່ງໃນວຽກງານກໍ່ສ້າງພັກ-ພະນັກງານ, ເປັນໜ້າທີ່ຂອງອົງການເສນາທິການຂອງຄະນະພັກ ທີ່ເຮັດວຽກງານຕິດຕາມ, ກວດກາສະເພາະ, ເປັນວຽກທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກຈາກນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດ ຊອບໃນການຄົ້ນຄວ້າ, ເອົາໃຈໃສ່ຮັບຟັງການບັນຍາຍຂອງອາຈານ, ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ສົນທະນາແລກປ່ຽນບົດຮຽນ ຈາກພາກທິດສະດີ ສົມທຽບໃສ່ການປະຕິບັດຕົວຈິງ ເພື່ອຜັນຂະຫຍາຍໃຫ້ໄດ້ຕາມ 4 ຄຸນລັກສະນະຂອງການກວດກາ ຄື: “ມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊືື່, ມືສະອາດ”. ພ້ອມນີ້, ທ່ານໄດ້ເນັ້ນຕື່ມວ່າ ການຝຶກອົບຮົມ ແມ່ນເປັນເວທີເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ມີການສົນທະນາ-ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນກ່ຽວກັບປະສົບການ ໃນການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະຜ່ານມາ ເພື່ອໃຫ້ບັນດາສະຫາຍ ທີ່ເປັນຜູ້ເຮັດວຽກງານກວດກາ ກາຍເປັນຜູ້ທີ່ມີຄວາມເຂັ້ມແຂງ, ສາມາດເປັນເສນາທິການທີ່ແຂງແຮງ, ໜັກແໜ້ນໃນວຽກງານກວດກາ ໃຫ້ຄະນະພັກຂັ້ນຕົນ ແລະ ຂໍໃຫ້ຖືເອົາການຝຶກອົບຮົມໃນຄັ້ງນີ້ ເປັນໂອກາດໃນການແກ້ໄຂບັນຫາຄົງຄ້າງ ແລະ ສ້າງຄວາມເອກະພາບ ໃນການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຕ່ລະໜ່ວຍພັກຂອງຕົນ ໃຫ້ມີປະສິດທິຜົນສູງສຸດ.

ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ມີຄໍາເຫັນຕໍ່ການຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງສະຫາຍ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານກວດກາພັກ ໂດຍສະເພາະແມ່ນການກວດກາໃນວາລະການຮ່ວມຊີວິດພັກ, ການຂະຫຍາຍສະມາຊິກພັກ, ວຽກງານກວດກາລັດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຢ່າງແທ້ຈິງ, ຜູ້ກວດກາຕ້ອງເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມແຂງ ແລະ ປະຕິບັດໜ້າທີ່ຕາມພາລະບົດບາດສິດໜ້າທີ່ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ເອົາໃຈໃສ່ຄົ້ນຄວ້າເອົາທິດສະດີ-ທຽບເອົາພຶດຕິກຳຕົວຈິງທີ່ເກີດຂຶ້ນມາເປັນບົດຮຽນ ແລະ ໜູນໃຊ້ເຄື່ອງມືທັນສະໄໝເຂົ້າໃນວຽກງານກວດກາ.

ບົດຂ່າວ: ປະລິນຍາ ບາລະຈິດ ກົມກວດກາ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ