ຝຶກອົບຮົມການພັດທະນາເວັບໄຊ ໃຫ້ແກ່ພະນັກງານກະຊວງເຕັກໂນໂລຊີ ແລະ ການສື່ສານ

10/08/2026

ຝຶກອົບຮົມການພັດທະນາເວັບໄຊ ໃຫ້ແກ່ພະນັກງານກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນລະຫວ່າງວັນທີ 27 ກໍລະກົດ 2026 ຜ່ານມາ ໄດ້ຈັດຝຶກອົບຮົມໃນຫົວຂໍ້ "ການພັດທະນາເວັບໄຊ (Full Stack Web Development )" ທີ່ສະຖາບັນເຕັກໂນໂລຊີ ແລະ ການສື່ສານ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ພ້ອມທັງໄດ້ຮັບກຽດອາຈານສອນຈາກ ສ. ເກົາຫຼີ ທີ່ປະຈໍາສູນ Korea-ASEAN Digital Academy (KADA) ປະຈໍາລາວ ມາເປັນຜູ້ຖ່າຍທອດຄວາມຮູ້ ແລະ ມີຜູ້ຕາງໜ້າເຂົ້າຮ່ວມຈາກ ບັນດາກົມ, ສູນ, ສະຖາບັນທຽບເທົ່າ ພາຍໃນ ກະຊວງ ຕສ ລວມທັງໝົດຈຳນວນ 30 ທ່ານ.  

ການຈັດຝຶກອົບຮົມຄັ້ງນີ້, ເປັນໜຶ່ງໃນ ແຜນກິດຈະກຳທີ່ຜັນຂະຫຍາຍ ການຮ່ວມມືລະຫວ່າງ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການ KWISA. ເນື້ອໃນຫຼັກຂອງການຝຶກອົບຮົມ ແມ່ນເນັ້ນໃສ່ການພັດທະນາເວັບໄຊແບບ Full Stack ເຊິ່ງກວມເອົາທັງດ້ານ Front End ແລະ Back End, ໂດຍມີເປົ້າໝາຍເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນໍາຄວາມຮູ້ ແລະ ທັກສະ ທີ່ໄດ້ຮັບໄປປະຍຸກໃຊ້ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ. ນອກນັ້ນ, ຍັງໄດ້ເປັນການເປີດໂອກາດໃຫ້ກັບນັກສຳມະນາກອນມີການສົນທະນາ, ແລກປ່ຽນຂໍ້ມູນ. ຊື່ງການສົນທະນາແມ່ນມີຄວາມຟົດຟື້ນ, ຄວາມຫຼາກຫຼາຍ ແລະ ເປັນໂອກາດອັນດີ ເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນການພັດທະນາເວັບໄຊ, ເປັນການສ້າງຄວາມອາດສາມາດ ແລະ ເຮັດໃຫ້ລັດຖະກອນ ເຂົ້າໃຈຄວາມສໍາຄັນ, ສາມາດຖອດຖອນບົດຮຽນ ເພື່ອປັບໃຊ້ໃນການພັດທະນາວຽກງານການສ້າງ ແລະ ນຳເອົາຜົນງານໄປຕໍ່ຍອດ ໃນການສ້າງນະວັດຕະກຳໃໝ່ໆ ເພື່ອມາຮັບໃຊ້ໃນວຽກງານ ແລະ ສັງຄົມ.

:

ໂອກາດນີ້, ທ່ານ ນາງ ວັນນະພາ ພົມມະທັນສີ ໄດ້ກ່າວວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເປັນໜື່ງໃນກິດຈະກໍາ ເພື່ອຜັນຂະຫຍາຍບົດບັນທືກດັ່ງກ່າວ ແລະ ມີຈຸດປະສົງ ເພື່ອແລກປ່ຽນບົດຮຽນ, ສ້າງຄວາມອາດສາມາດ  ຂອງພະນັກງານ-ລັດຖະກອນ ພາຍໃນກະຊວງ ແລະ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາທັກສະບຸກຄະລາກອນພາຍໃນກະຊວງ ໃຫ້ສາມາດກ້າວທັນກັບສະພາບການພັດທະນາທາງດ້ານເຕັກໂນໂລຊີໃນປັດຈຸບັນ.

:

ການຈັດຝຶກອົບຮົມໄດ້ດໍາເນີນໄປເປັນເວລາ 10 ວັນ (ລະຫວ່າງວັນທີ 27 ກໍລະກົດ - 07 ສິງຫາ 2026) ຈຶ່ງສໍາເລັດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ