07/08/2026
ໃນວັນທີ 03 ສິງຫາ 2026 ທີ່ຜ່ານມາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກກະຊວງເຕັກໂນໂລຊີ ແລະ ການສື່ສານ (ເປີດກວ້າງ) ຄັ້ງທີ 4, ສະໄໝທີ III ທີ່ຫ້ອງປະຊຸມສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໂດຍເປັນປະທານຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ, ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຳນວນ 30 ກວ່າສະຫາຍ.

ຈຸດປະສົງກໍ່ເພື່ອສະຫຼຸບລາຍງານ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະພັກກະຊວງ ແລະ ຄວາມຄືບໜ້າ ການຈັດຕັ້ງປະຕິບັດ 7 ວຽກຈຸດສຸມ ທີ່ເປັນບູລິມະສິດ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນວາລະດັ່ງກ່າວ ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ກໍໄດ້ສະຫຼຸບຕີລາຄາການນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານ 6 ເດືອນ ຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງອົງຄະນະພັກ ສະໄໝທີ III, ສະຫາຍ ໄຊຊະນະ ສິດທິພອນ ກຳມະການປະຈຳພັກ ກໍ່ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາຂະແໜງ ເຕັກໂນໂລຊີ ແລະ ການສື່ສານ 6 ເດືອນ ຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 (ແຜນ 5 ປີ ຄັ້ງທີ IV ແຕ່ປີ 2026-2030), ສະຫາຍ ໄຊລືຊາ ອິນສີຊຽງໃໝ່ກຳມະການປະຈຳພັກ, ປະທານ ຄະນະກວດກາພັກ ກໍໄດ້ສະຫຼຸບລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາພັກ-ກວດກາລັດ ພາຍໃນກະຊວງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ຫຼັງຈາກນັ້ນກໍ່ໄດ້ດໍາເນີນກອງປະຊຸມແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ.




ຂ່າວ: ພະແນກປະຊາສໍາພັນ ແລະ ຂໍ້ມູນຂ່າວສານ

