ກຕສ ຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງຊາດ

07/08/2026

ກຕສ ຫວນຄືນມູນເຊື້ອວັນສໍາຄັນຕ່າງໆຂອງຊາດ

ວັນທີ 07 ສິງຫາ 2026, ທີ່ຫ້ອງປະຊຸມໃຫຍ່, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປາຖະກະຖາເນື່ອງໃນ ວັນຄ້າຍເກີດປະທານສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026); ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຄົບຮອບ 49 ປີ (18 ກໍລະກົດ 1977-18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-5 ກັນຍາ 2026) ໂດຍການເຜີຍແຜ່ຂອງ ທ່ານ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະພັກ ຄະນະນໍາກະຊວງ ພ້ອມດ້ວຍສະມາຊິກພັກ-ພະນັກງານຫຼັກແຫຼ່ງເຂົ້າຮ່ວມ ຂຳນວນ 355 ກວ່າຄົນ.

ໂອກາດນີ້ ທ່ານ ສັນຕິສຸກ ສິມມາລາວົງ ໄດ້ເລົ່າຄືນຊີວິດແຫ່ງການກຳເນີດ ແລະ ການເຄື່ອນໄຫວ ປະຕິວັດຕໍ່ສູ້ຕ້ານຈັດກະພັດຜູ້ຮຸກຮານ ຍອມເສຍສະຫຼະເລືອດເນື້ອຂອງ ປະທານ ສຸພາ ນຸວົງ ເຊິ່ງຕະຫຼອດ ຊີວິດຂອງ ທ່ານປະທານ ສຸພາ ນຸວົງ ແມ່ນໄດ້ອຸທິດໃຫ້ແກ່ການປະຕິວັດຊາດ ຍອມເສຍສະຫຼະ ທຸກສິ່ງທຸກຢ່າງ ຄວາມຢູ່ດີກິນດີ ຢູ່ສຸກສະບາຍໃນພະລາດສະວັງ ຫຼວງພະບາງ ເຂົ້າສູ່ການປະຕິວັດຕໍ່ສູ້ ຕ້ານຈັກກະພັດທີ່ມາຮຸກຮານ ທີ່ຫວັງເອົາປະເທດລາວເປັນຫົວເມືອງຂຶ້ນ ຄວາມຮັກຊາດຮັກບ້ານເກີດ ເມືອງນອນຂອງ ທ່ານ ສຸພາ ນຸວົງ ສະແດງອອກໃນບົດປາໄສຂອງເພິ່ນທີ່ໄດ້ກ່າວໄວ້ວ່າ ແຜ່ນດິນ ຂອງລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນ ພວກເຮົາຕ້ອງສາມັກຄີກັນ ໂຮມແຮງກັນ ຕໍ່ສູ້ກູ້ຊາດອັນແສນຮັກ ຂອງພວກເຮົາ ຄືນມາໃຫ້ໄດ້ເພື່ອໃຫ້ພະນັກງານ-ສະມາຊິກພັກຜູ້ເກີດໃໝ່ ໃຫຍ່ລຸນຄວນຖືເອົາເປັນແບບຢ່າງ ແລະ ສືບຕໍ່ປົກປັກຮັກສາປະເທດຊາດໃຫ້ຍືນຍົງຕະຫຼອດໄປ.

ພ້ອມນີ້, ທ່ານຍັງໄດ້ຫວນຄືນປະຫວັດສາດການຮ່ວມມືຂອງສອງຊາດລາວ-ຫວຽດນາມຕັ້ງແຕ່ຊຸມປີ 1930 ເປັນຕົ້ນມາທີ່ມີຄວາມສາມັກຄີຮັກແພງແບບອ້າຍນ້ອງຮ່ວມມືຮ່ວມແຮງຕໍ່ສູ້ຕ້ານຈັກກະພັດທີ່ມາຮຸກຮານ ເພື່ອເຮັດໃຫ້ການຮ່ວມມືຮັກແພງມີຄວາມຍືນຍົງຍິ່ງຂຶ້ນສອງຊາດລາວ-ຫວຽດນາມຈຶ່ງມີການເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມມາເຖິງປັດຈຸບັນ.

:

ນອກນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ມະຕິ ວ່າດ້ວຍການເພີ່ມທະວີການນໍາພາ ຂອງພັກຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາ ຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງໃນໄລຍະໃໝ່ ແລະ ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນ ກໍານົດພະນັກງານນໍາພາ-ຄຸ້ມຄອງ (ສະບັບປັບປຸງ)

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ