10/08/2026
ໃນວັນທີ 07 ສິງຫາ 2026 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2, ຂຶ້ນທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 (ຕຶກ F) ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຫຼັກ 3). ໂດຍການເປັນປະທານຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈໍາພັກ, ປະທານຄະນະກວດ ກາພັກກະຊວງ, ຮອງລັດຖະມົນຕີ ກຕສ, ມີຄູຝຶກຈາກຄະນະກວດກາສູນກາງພັກ, ບັນດາຄະນະໜ່ວຍພັກຮາກຖານ, ຄະນະພັກຮາກຖານ ຂອງບັນດາບໍລິສັດ ວິສາຫະກິດ ທີ່ຂື້ນກັບກະຊວງ, ຄະນະຮັບຜິດຊອບ ແລະ ນັກສຳມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີປິດຊຸດຝຶກອົບຮົມຄັ້ງນີ້, ສະຫາຍ ນ. ສຸພາລັກ ສີລາເພັດ ກໍາມະການຄະນະບໍລິຫານງານພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມກວດກາ ໄດ້ຜ່ານບົດສະຫຼຸບກ່ຽວກັບຜົນສຳເລັດໃນຄັ້ງນີ້, ຊຶ່ງໄດ້ດຳເນີນມາແຕ່ວັນທີ 03 ຫາ 07 ສິງຫາ 2026 ຈໍານວນ 05 ວັນ (ວັນລັດຖະການ) ດ້ວຍຜົນສໍາເລັດອັນຈົບງາມ. ຜ່ານການຝຶກອົບຮົມ ເຮັດໃຫ້ນັກສໍາມະນາກອນ ໄດ້ເຂົ້າໃຈ ແລະ ຮັບຮູ້ໄດ້ ກ່ຽວກັັບບົດຮຽນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ຢ່າງເລິກເຊິ່ງ. ເຫັນໄດ້ເຖີງຄວາມໝາຍຄວາມສໍາຄັນຂອງວຽກງານກວດກາຢ່າງຈະແຈ້ງ. ໂດຍສະເພາະວຽກງານຕິດຕາມ, ກວດກາພັກ-ລັດ ເປັນວຽກໜຶ່ງທີ່ຕ້ອງໄດ້ເຮັດເປັນປົກກະຕິ, ເປັນປະຈໍາ ແລະ ຂາດບໍ່ໄດ້.
:
ພ້ອມນັ້ນ, ສະຫາຍ ນ. ບຸນສົງ ແກ້ວຈັນມີ ກຳມະການໜ່ວຍພັກຮາກຖານກົມ, ປະທານກວດກາໜ່ວຍພັກຮາກຖານກົມ, ຮອງຫົວໜ້າກົມກວດກາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການອະນຸມັດນັກສຳມະນາກອນ ເຂົ້າຮ່ວມຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ 2, ສະບັບເລກທີ 1805/ກຕສ, ລົງວັນທີ 21 ກໍລະກົດ 2026
:
ໃນໂອກາດດັ່ງກ່າວນີ້, ສະຫາຍ ໄຊລືຊາ ອີນສີຊຽງໃໝ່ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມ ທັງໝົດ 48 ສະຫາຍ, ຍິງ 22 ສະຫາຍ. ພ້ອມນີ້, ສະຫາຍ ຍັງໄດ້ສະແດງຄວາມຂອບໃຈມາຍັງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງສູນກາງ ທີ່ໄດ້ໃຫ້ການຮ່ວມມື ແລະ ຕອບສະໜອງນັກວິທະຍາກອນ, ເອກະສານບົດຮຽນການຝືກອົບຮົມໃນຄັ້ງ. ພ້ອມນັ້ນ, ສະຫາຍໄດ້ເນັ້ນໃຫ້ບັນດານັກສຳມະນາກອນ ນໍາເອົາບົດຮຽນ, ວິທີການ, ບົດຮຽນຖອດຖອນ ແລະ ທັກສະຕ່າງໆ ທີ່ໄດ້ຮັບຈາກການຝຶກອົບຮົມ ໄປໝູນໃຊ້ຢ່າງປະດິດສ້າງ, ເລິກເຊິ່ງ ແລະ ເປັນຮູບປະທຳ ເຂົ້າໃນວຽກງານຕົວຈິງ ຢູ່ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານຂອງຕົນ ໂດຍໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້: ຍົກສູງບົດບາດເສນາທິການ ແລະ ຄວາມສັກສິດຂອງລະບຽບກົດໝາຍ ເຮັດໃຫ້ວຽກງານກວດກາ ຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ, ຕິດຕາມກວດກາການປະຕິບັດລະບຽບວິໄນພັກ, ກົດໝາຍລັດຢ່າງຕັ້ງໜ້າ, ເດັດດ່ຽວໜຽວແນ່ນ ແລະ ທັນການ, (2)ຫັນປ່ຽນດ້ວຍເຕັກໂນໂລຊີ ແລະ ຫັນເປັນດິຈິຕອນ ໃນຍຸກແຫ່ງການຫັນເປັນດິຈິຕອນ ແລະ ການພັດທະນາເສດຖະກິດດິຈິິຕອນ ຂອງກະຊວງ. ຜູ້ເຮັດວຽກງານກວດກາ ຕ້ອງເປັນແບບຢ່າງ ພ້ອມທັງເປັນໃຈກາງໃນການນຳໃຊ້ເຕັກໂນໂລຊີ, ລະບົບຖານຂໍ້ມູນ ແລະ ເຄື່ອງມືທັນສະໃໝ ເຂົ້າໃນການຕິດຕາມ, ກວດກາ, ເກັບກຳ ແລະ ຄຸ້ມຄອງຂໍ້ມູນຂ່າວສານ ໃຫ້ມີຄວາມປອດໄພສູງ, ວ່ອງໄວ, ຖືກຕ້ອງ ແລະ ຮັບປະກັນ ຄວາມໂປ່ງໃສ(3) ສ້າງຄວາມສາມັກຄີ, ປົກປ້ອງຄວາມຖືກຕ້ອງ ແລະ ແກ້ໄຂບັນຫາຢ່າງມີຫຼັກການ ຕ້ອງຍຶດໝັ້ນຫຼັກການ ລວມສູນປະຊາທິປະໄຕ, ແກ້ໄຂຄຳຮ້ອງຟ້ອງ, ຄຳຮ້ອງທຸກ ຫຼື ປະກົດການຫຍໍ້ທໍ້ຕ່າງໆ ດ້ວຍຄວາມຍຸຕິທຳ, ປອດໃສ, ພາວະວິໄສ, ຄວາມສັດຊື່ບໍລິສຸດ, (4)ເອົາໃຈໃສ່ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ: ຖືເອົາວຽກງານກວດກາເປັນມາດຕະການປ້ອງກັນແຕ່ຫົວທີ, ຕັກເຕືອນ, ຊ່ວຍເຫຼືອ ແລະ ປິ່ນປົວສຶກສາ ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ເລີ່ມສະພາບຄວາມສັບສົນໃນໜ້າທີການເມືອງ ໃຫ້ກັບຄືນສູ່ເສັ້ນທາງທີ່ຖືກຕ້ອງ ຕາມຫຼັກການຂອງພັກ; (5)ການປະສານສົມທົບ ແລະ ຕິດຕາມກວດກາຢ່າງເປັນລະບົບ: ກ່ຽວກັບການຮ່ວມມືປະສານສົມທົບ ລະຫວ່າງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມກົມກຽວ, ແລກປ່ຽນຂໍ້ມູນຂ່າວສານກັນ ຢ່າງເປັນປະຈຳ, ປົກກະຕິ ແລະ ຕໍ່ເນື່ອງ ເພື່ອບໍ່ໃຫ້ມີຊ່ອງຫວ່າງໃນການປະຕິບັດໜ້າທີ່.
ຂ່າວສານ: ປະລິນຍາ ບາລະຈິດ
ພາບ: ທ່ານພຸດດາວອນ ພາສຸວັນ

