11/08/2026
ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ ແລະ ຂະແໜງໂຄງລ່າງພື້ນຖານຂໍ້ມູນຂ່າວສານ. ໂດຍການເປັນປະທານ ຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຜູ້ຕາງໜ້າຈາກກະຊວງ, ອົງການທຽບເທົ່າ, ສະຖາບັນການເງິນ, ຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ລັດວິສາຫະກິດ, ຜູ້ຊ່ຽວຊານ, ແຂກຜູ້ມີກຽດ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມສໍາມະນາ ຈຳນວນ 100 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມສຳມະນາ ກໍເພື່ອຮັບມື ແລະ ປ້ອງກັນ ໄພຄຸກຄາມທາງໄຊເບີ ເຫຼົ່ານັ້ນຢ່າງມີປະສິດທິພາບ, ມີຄວາມຈໍາເປັນຕ້ອງໄດ້ສຸມໃສ່ ແຜນການຮັບມືໃນຕໍ່ໜ້າດ້ານນິຕິກໍາ ສືບຕໍ່ສ້າງ ປັບປຸງ ບັງຄັບໃຊ້ ກົດໝາຍ ແລະ ບັນດາຂໍ້ກໍານົດ, ມາດຕະຖານເຕັກນິກ ໃຫ້ມີຄວາມຮັດກຸມ ສອດຄ່ອງກັບສະພາບການປ່ຽນແປງ ແລະ ມາດຕະຖານສາກົນ, ດ້ານເຕັກນິກເພີ່ມທະວີການລົງທຶນ ແລະ ພັດທະນາເຄື່ອງມື ລະບົບເຝົ້າລະວັງ ຕິດຕາມກວດກາ ຄວາມປອດໄພທາງໄຊເບີ (SOC) ແລະ ລະບົບປ້ອງກັນໄພຄຸກຄາມທີ່ທັນສະໄໝ, ສ້າງຄວາມເຂັ້ມແຂງໃຫ້ກັບທີມງານຕອບໂຕ້ເຫດສຸກເສີນທາງໄຊເບີຂອງບັນດາຂະແໜງການ ໃຫ້ມີຄວາມສາມາດໃນການກວດຈັບ, ວິເຄາະ ແລະ ຕອບໂຕ້ໄພຄຸກຄາມໄດ້ຢ່າງທັນທ່ວງທີ, ດ້ານການຮ່ວມມືເພີ່ມທະວີການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງພາກລັດ, ພາກທຸລະກິດ, ພາກເອກະຊົນ, ສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການອິນເຕີເນັດ (ISPs) ພາຍໃນປະເທດ, ພ້ອມທັງເສີມຂະຫຍາຍການຮ່ວມມືກັບ ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ແລະ ປະເທດຄູ່ຮ່ວມເຈລະຈາ, ດ້ານການໃຫ້ຄວາມຮູ້ການສ້າງກິດຈະກຳ ເຜີຍແຜ່ໃຫ້ສັງຄົມຮູ້ທັນ ປ້ອງກັນ ແລະ ລະມັດລະວັງໄພຄຸກຄາມທາງໄຊເບີ. ສຸດທ້າຍນີ້ ນັກສຳມະນາ ພ້ອມກັນເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນ ໃນຊ່ວງເວລາຂອງການສົນທະນາ ຢ່າງກົງໄປກົງມາ ກັບບັນດາວິທະຍາກອນ ແລະ ຄະນະຮັບຜິດຊອບ ເພື່ອໃຫ້ສາມາດນໍາເອົາຄວາມຮູ້ ແລະ ປະສົບການໄປປະກອບໃຊ້ໃນວຽກງານຢ່າງເໝາະສົມ.

ຂ່າວ: ກົມຄວາມປອດໄພທາງໄຊເບີ
ພາບ: ທ່ານ ພຸດດາວອນ ພາສູ່ວັນ

