13/08/2026
ໃນຕອນບ່າຍຂອງວັນທີ 13 ສິງຫາ 2026, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5, ຕຶກສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໂດຍການຮ່ວມມືກັບ ສະມາຄົມ ໄອຊີທີ ແລະ ດິຈີຕອນ ລາວ ( Lao ICT and Digital Association) ຫລື LIDA ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2026 ຂຶ້ນໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີທ່ານ ວາລະໄຊ ເລັ່ງສະຫວັດ, ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ, ມີເອກອັກຄະລັດຖະທູດ, ບັນດາທຸຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມຈຳນວນ 300 ທ່ານ.

:
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວວ່າ: ປະຈຸບັນ, ໂລກພວມກ້າວເຂົ້າສູ່ຍຸກທີ່ຂໍ້ມູນ, ປັນຍາປະດິດ (AI), ລະບົບຄລາວຄອມພິ້ວຕິງ, ເຕັກໂນໂລຊີການເຊື່ອມໂຍງ, ຄວາມປອດໄພທາງໄຊເບີ, ແພລັດຟອມດິຈິຕອນ ແລະ ນະວັດຕະກຳດິຈິຕອນ ໄດ້ກາຍເປັນປັດໄຈພື້ນຖານຂອງການແຂ່ງຂັນ ແລະ ການພັດທະນາ ໃນທຸກຂະແໜງວຽກງານ. ເຕັກໂນໂລຊີກຳລັງປ່ຽນແປງວິທີການຜະລິດ, ການບໍລິຫານ, ການຄ້າ, ການສຶກສາ, ສາທາລະນະສຸກ, ການສື່ສານ ແລະ ວິຖີຊີວິດຂອງປະຊາຊົນຢ່າງວ່ອງໄວ. ສຳລັບ ສປປ ລາວ, ການຫັນເປັນດິຈິຕອນ ບໍ່ແມ່ນພຽງແຕ່ການນຳເອົາອຸປະກອນໃໝ່ມາໃຊ້ ແຕ່ແມ່ນການປ່ຽນວິທີຄິດ, ວິທີບໍລິຫານ ແລະ ວິທີໃຫ້ບໍລິການ. ຈຸດໝາຍສູງສຸດແມ່ນເພື່ອຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະສິດທິພາບ, ຊ່ວຍໃຫ້ທຸລະກິດຫຼຸດຕົ້ນທຶນ ແລະ ເຂົ້າເຖິງຕະຫຼາດ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງໂອກາດ ແລະ ການບໍລິການຢ່າງທົ່ວເຖິງ. ໂດຍສະເພາະການຫຼຸດຜ່ອນຊ່ອງວ່າງດິຈິຕອນລະຫວ່າງຕົວເມືອງກັບຊົນນະບົດ, ການຍົກສູງຄຸນນະພາບ ແລະ ລາຄາທີ່ສາມາດເຂົ້າເຖິງໄດ້, ການພັດທະນາທັກສະ ແລະ ການສ້າງຄວາມເຊື່ອໝັ້ນໃນລະບົບດິຈິຕອນ ຂອງ ສປປ ລາວ.

:
ການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈຳປີ 2026 ໂດຍມີຈຸດປະສົງ ຄື: (1)ເພື່ອໂຄສະນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ດິຈິຕອນ ຂອງ ສປປ ລາວ; (2)ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳ ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈິຕອນທີ່ທັນສະໄໝ ເຂົ້າໃນທຸກຂະແໜງການເພື່ອພັດທະນາ ເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; 3)ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ແຜນພັດທະນາເສດຖະກິດ ດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດ ດິຈິຕອນ ໃຫ້ປາກົດຜົນເປັນຈິງ; (4)ເພື່ອສົ່ງເສີມ ແລະ ຊຸກຍູ້ນັກຮຽນ-ນັກສຶກສາ, ປະຊາຊົນຜູ້ທີ່ມີຄວາມຮູ້ຄວາມສາມາດເຂົ້າເຖິງໂອກາດທາງດ້ານການແຂ່ງຂັນດ້ານເຕັກໂນໂລຊີນະວັດຕະກຳ, ຄວາມປອດໄພທາງດ້ານໄຊເບີ ໃນລະດັບຊາດ ເພື່ອສົ່ງຕໍ່ໂອກາດໃນການແຂ່ງຂັນລະດັບພາກພື້ນ ແລະ ສາກົນ.
ງານສັບປະດາດິຈິຕອນ ປະຈຳປີ 2026 ນີ້, ຈະຈັດຂຶ້ນລະຫວ່າງ ວັນທີ 21-25 ຕຸລາ 2026, ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ນະຄອນຫຼວງງວຽງຈັນ ສປປ ລາວ. ພາຍໃຕ້ ຄໍາຂວັນ: “ຍູ້ແຮງການຫັນເປັນລັດຖະບານດິຈິຕອນ, ສ້າງແຮງງານດິຈິຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ”. (Accelerating Digital Governance, Cultivating a Digital Workforce, and Driving Innovation into the AI Era).


:
ງານໃນຄັ້ງນີ້ ເປັນງານມະຫະກຳເຕັກໂນໂລຊີ ໄອຊີທີ ແລະ ນະວັດຕະກຳດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ: (1)ກອງປະຊຸມລະດັບສູງວ່າດ້ວຍການຫັນເປັນດິຈິຕອນ (Lao Digital Forum) ທີ່ໄດ້ເຊີນ ບັນດາການນໍາຂອງບັນດາປະເທດອາຊຽນ, ຄະນະນຳຂອງແຕ່ລະກະຊວງ ແລະ ທ້ອງຖີ່ນ ເພື່ອເຂົ້າຮ່ວມແລກປ່ຽນບົດຮຽນໃນການຫັນແຕ່ລະຂະແໜງການເປັນທັນສະໄໝ ແລະ ເພື່ອປືກສາຫາລື ແນວທາງການເຊື່ອມໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງແຕ່ລະຂະແໜງການ; (2)ກອງປະຊຸມສຳມະນາວິຊາການ ກ່ຽວກັບການຫັນເປັນລັດຖະບານດິຈິຕອນ, ການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການສ້າງເສດຖະກິດດິຈິຕອນ, ສໍາມະນາອຸດສາຫະກໍາ 4.0 ແລະ ເຕັກໂນໂລຊີອັດສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ຖານຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດຊັບພະສິ່ງ (IoT), ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບຕະຫຼາດແຮງງານໃນຍຸກດິຈິຕອນ ແລະ ອື່ນໆ; (3)ງານວາງສະແດງ ແລະ ການສາທິດ ຜົນສໍາເລັດ ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄ້ວາ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈໍານວນ 200 ກວ່າ ຮ້ານວາງສະແດງ (booth); (4)ເວທີການພົບປະ (Networking), ສົນທະນາ, ປຶກສາຫາລື ແລະ ແລກປ່ຽນ ຄໍາເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ, ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ, (5)ກິດຈະກໍາການແຂ່ງຂັນ ເຕັກໂນໂລຊີນະວັດຕະກໍາ, E-sport, ການແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ອື່ນໆ.
:
ຕອນທ້າຍ, ທ່ານຍັງໄດ້ກ່າວ ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດເອກະຊົນ ແລະ ຜູ້ປະກອບການດ້ານໄອຊີທີ ແລະ ດິຈິຕອນທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວ ບັນດາເຜົ່າ ເຂົ້າຮ່ວມໃນງານດັ່ງກ່າວ ເພື່ອໂຄສະນາເຜີຍແຜ່, ວາງສະແດງຜົນງານ, ທ່ຽວຊົມຜະລິດຕະພັນ ແລະ ເຂົ້າມາມີສ່ວນຮ່ວມໃນງານຄັ້ງນີ້ຢ່າງເປັນຂະບວນຟົດຟື້ນ.




