ກອງປະຊຸມເຜີຍແຜ່ນິຕິກຳສະບັບໃໝ່ 2 ສະບັບ ເພື່ອຍົກສູງປະສິດທິພາບການຄຸ້ມຄອງຂະແໜງໂທລະຄົມ.

15/08/2026

ກອງປະຊຸມເຜີຍແຜ່ນິຕິກຳສະບັບໃໝ່ 2 ສະບັບ ເພື່ອຍົກສູງປະສິດທິພາບການຄຸ້ມຄອງຂະແໜງໂທລະຄົມ.

ໃນຕອນບ່າຍ ວັນທີ 10 ສິງຫາ 2026, ທີ່ຫ້ອງປະຊຸມຊັ້ນ 4, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ເຂດຫຼັກ 3), ນະຄອນຫຼວງວຽງຈັນ,  ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳໃໝ່ກ່ຽວກັບວຽກງານໂທລະຄົມມະນາຄົມ ຈຳນວນ 2 ສະບັບ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ. ໂດຍການເປັນປະທານຂອງ ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ມີບັນດາຄະນະອົງການ, ຄະນະພະແນກພາຍໃນ ອດທ, ບັນດາຜູ້ຕາງໜ້າຈາກບັນກົມ, ສູນ, ສະຖາບັນ ພາຍໃນ ກຕສ, ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຂົ້າຮ່ວມທັງແບບຊຶ່ງໜ້າ ແລະ ລະບົບອອນລາຍ.

:

ການເຜີຍແຜ່ນິຕິກຳໃໝ່ ກ່ຽວກັບວຽກງານໂທລະຄົມມະນາຄົມໃນຄັ້ງນີ້, ກໍເພື່ອເປັນບ່ອນອີງ ແລະ ເຄື່ອງມືດ້ານນິຕິກຳ ໃນການຈັດຕັ້ງປະຕິບັດວຽກງານກ່ຽວກັບການຊຸກຍູ້ການຂະຫຍາຍເຄື່ອຂ່າຍໂທລະຄົມມະນາຄົມໄປສູ່ເຂດຫ່າງໄກສອກຫຼີກ ແລະ ການນຳໃຊ້ຄ່າປັບໃໝຕ່າງໆ. ໂດຍນິຕິກຳທີ່ນຳມາເຜີຍແຜ່ໃນຄັ້ງນີ້ມີ ຈຳນວນ​ 2 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ ໄປສູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ສະບັບເລກທີ 1887/ກຕສ, ລົງວັນທີ 31 ກໍລະກົດ 2026 ແລະ ຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເງິນປັບໃໝການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບວຽກດັດສົມໂທລະຄົມມະນາຄົມ ສະບັບເລກທີ 1888/ກຕສ, ລົງວັນທີ 31 ກໍລະກົດ 2026.

ເນື້ອໃນສຳຄັນຂອງ ຂໍ້ຕົກລົງ ທັງ 02 ສະບັບ ເປັນຕົ້ນແມ່ນ ໄດ້ກຳນົດຈຸດປະສົງ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຊຸກຍູ້ການເຂົ້າເຖິງການບໍລິການດ້ານໂທລະຄົມ ແລະ ຫຼຸດຜ່ອນຊ່ອງຫວ່າງທາງດ້ານດິຈິຕອນລະຫວ່າງຕົວເມືອງ ແລະ ຊົນນະບົດ, ກຳນົດຫຼັກການ, ລະບຽບ ແລະ ເປົ້າໝາຍໃນການນຳໃຊ້ເງິນປັບໃໝ່ທີ່ມີການລະເມີດລະບຽບການທາງດ້ານໂທລະຄົມມະນາຄົມ ແລະ ອື່ນໆ. ນອກຈາກນີ້, ໃນວາລະກອງປະຊຸມໄດ້ເປີດໂອກາດໃຫ້ມີການສົນທະນາ, ແລກປ່ຽນ ແລະ ຕອບຂໍ້ຂ້ອງໃຈຕ່າງໆ ຢ່າງກົງໄປກົງມາ ຖືເປັນກົນໄກສຳຄັນໃນການສ້າງຄວາມຮັບຮູ້, ເຊື່ອມຊຶມ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ຕໍ່ກັບເນື້ອໃນຂອງຂໍ້ຕົກລົງຢ່າງເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງມີປະສິດທິພາບ.

ພາບ ແລະ ຂ່າວ ໂດຍ: ພະແນກສັງລວມ, ອົງການດັດສົມໂທລະຄົມມະນາຄົມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ