02 ໜ່ວຍພັກຮາກຖານ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

15/08/2026

02 ໜ່ວຍພັກຮາກຖານ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ

ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2026, ທີ່ຫ້ອງປະຊຸມຊັ້ນ 01, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ໜ່ວຍພັກຮາກຖານກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ. ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ປະທານກວດກາ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາສະຫາຍເລຂາ, ຮອງເລຂາ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ກົມ/ທຽບເທົ່າ ພ້ອມດ້ວຍສະມາຊິກພັກ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ກົມຄື້ນຄວາມຖີ່ວິທະຍຸສື່ສານ ເຂົ້າຮ່ວມຈຳນວນ 50 ກວ່າສະຫາຍ.

ໃນພິທີ ສະຫາຍ ສົມພອນ ສີຫາລາດ, ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຄື້ນຄວາມຖີ່ວິທະຍຸສື່ສານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ ຈຳນວນ 05 ສະຫາຍ, ຍິງ 03 ສະຫາຍ ແລະ ສະຫາຍ ປອ. ປະດັບໄຊ ໄຊຍະໂຄດ, ກຳມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 03 ສະຫາຍ, ຍິງ 02 ສະຫາຍ. ພ້ອມນີ້, ສະຫາຍ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ປະທານກວດກາ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ບັນດາສະຫາຍ ທີ່ໄດ້ເຂົ້າເປັນສະມາຊິກພັກສົມບູນ.

ໃນຕອນທ້າຍ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍ ທີ່ໄດ້ເລື່ອນຈາກສະມາຊິກພັກສໍາຮອງຂຶ້ນເປັນ ສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ. ຊຶ່ງບັນດາສະຫາຍໄດ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ໄດ້ຜ່ານຜ່າການຝຶກຝົນຫຼໍ່ຫຼອມຈົນສາມາດເຂົ້າເປັນສະມາຊິກພັກສົມບູນໃນຄັ້ງນີ້. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ແລະ ບັນດາສະມາຊິກພັກທັງໝົດ ຈົ່ງເອົາໃຈໃສ່ກໍາແໜ້ນບັນດາສິດ ແລະ ໜ້າທີ່ ພ້ອມທັງບັນດາຂໍ້ຫ້າມ ຂອງສະມາຊິກພັກ, ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ໃນການພັດທະນາຕົນເອງ, ມີແບບແຜນວິທີເຮັດວຽກທີ່ດີ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກສາມູນເຊື້ອຄຸນສົມບັດສິນທຳປະຕິວັດ, ຄວາມສາມັກຄີ ແລະ ການຕຳນິຕິຊົມກັນຢ່າງເປັນປົກກະຕິ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສຸມທຸກສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຂັ້ນເທິງມອບໝາຍໃຫ້ເປັນຕົ້ນແມ່ນ ວຽກງານການຫັນເປັນດິຈິຕອນ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເຮົາໃຫ້ນັບມື້ນັບຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ