ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະມາຄົມສຽງແຄນລາວ

17/08/2026

ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະມາຄົມສຽງແຄນລາວ

        ໃນວັນທີ 17 ສິງຫາ 2026, ທີ່ ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຄຳພັນ ເໝືອນສິດທິດາ, ກຳມະການສູນກາງແນວລາວສ້າງຊາດ, ກຳມະການຄະນະບໍລິຫານສະຫະພັນຊາວໜຸ່ມລາວ, ປະທານສະມາຄົມສຽງແຄນລາວ ພ້ອມຄະນະ ໃນການເຂົ້າຢ້ຽມຄຳນັບຄັ້ງນີ້ ໄດ້ຮ່ວມປຶກສາຫາລື ແລະ ແລກປ່ຽນກ່ຽວກັບ ການຂໍອະນຸມັດນຳໃຊ້ທີ່ດິນລັດ ຢູ່ແຫ່ງໃດແຫ່ງໜຶ່ງທີ່ເໝາະສົມ ເພື່ອກໍ່ສ້າງພິພິທະພັນມູນເຊື້ອແຄນລາວ ແລະ ເພື່ອອວຍພອນທີ່ທ່ານດຳລົງຕຳແໜ່ງໃໝ່ອັນຊົງກຽດ ແລະ ສູງສົ່ງ, ສະມາຄົມສຽງແຄນ ບໍ່ໄດ້ນັ່ງນອນເສີຍ, ຈຶ່ງຂໍເຂົ້າພົບ ຢ້ຽມຄຳນັບມາໃນໂອກາດນີ້.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ