21/08/2026
ໃນຕອນເຊົ້າຂອງວັນທີ 21 ສິງຫາ 2026, ທີ່ຄະນະວິສະວະກໍາສາດ (ຄວສ), ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນໍາພາ ຫ້ອງການ, ກົມ, ສູນ, ສະຖາບັນ ພາຍໃນ ກຕສ ລົງຢ້ຽມຢາມຖອດຖອນບົດຮຽນ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຮສ ປອ ຄໍາປະສິດ ເທບວົງສາ ຫົວໜ້າຄະນະວິຊາ, ວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ (ມຊ), ແລະ ບັນດາທ່ານຮອງຫົວໜ້າຄະນະວິຊາ, ບັນດາທ່ານ ຫົວໜ້າ/ຮອງ ຫົວໜ້າ ພາກວິຊາຄະນະວິສະວະກໍາສາດ.

ໃນການລົງຢ້ຽມຢາມຖອດບົດຮຽນຄັ້ງນີ້, ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ໃຫ້ກຽດເປັນປະທານກອງປະຊຸມວີຊາການລະຫວ່າງ ກຕສ ແລະ ຄວສ: ຫ້ອງການ ກຕສ ໄດ້ສະເໜີໂດຍ ຫຍໍ້ກ່ຽວກັບພາລະບົດບາດ ແລະ ແຜນພັດທະນາ 5 ປີ ຄັ້ງທີ່ (4) (2026-2030) ຂອງ ກຕສ. ພ້ອມທັງໄດ້ຮັບຟັງການສະເໜີ ຂອງ ປອ ສົມສະໜຸກ ປະທຸມວັນ, ກ່ຽວກັບ ຫຼັກສູດການຮຽນ-ການສອນ ແລະ ວຽກງານຄົ້ນຄວ້າ ດ້ານເຕັກໂນໂລຊີ ແລະ ປັນຍາປະດິດ (AI) ຂອງ ຄວສ ແລະ ວິໄສທັດ, ພ້ອມນີ້, ກອງປະຊຸມເຫັນດີໃນການຮ່າງ MOU ເພື່ອຮ່ວມກັນ ພັດທະນາຫຼັກສູດການຮຽນ - ການສອນ, ການຄົ້ນຄວ້າ ແລະ ການພັດທະນາດ້ານປັນຍາປະດິດ (AI), ເຂົ້າໃນວຽກງານການຫັນເປັນດິຈິຕອນຄື: ລັດຖະບານ, ເສດຖະກິດ ແລະ ສັງຄົມ ດິຈິຕອນ.
.jpeg)
.jpeg)
ໂອກາດດຽວກັນ, ທ່ານລັດຖະມົນຕີ ພ້ອມດ້ວຍຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເຂົ້າຢ້ຽມຊົມ ອາຄານຫ້ອງທົດລອງ (Laboratory Block), ຢ້ຽມຊົມຫ້ອງທົດລອງ ສູນວິສະວະກໍາ ເພື່ອການພັດທະນາແບບຢືນຍົງ (Center of Engineering for Sustainable Development (CESD) ເພື່ອຢ້ຽມຊົມ ບັນດາຫ້ອງທົດລອງເຊັ່ນ:ກ້ອງຈຸລະທັດເອເລັກຕຣອນສະແກນ, ຫ້ອງທົດລອງວິເຄາະດ້ວຍລັງສີ, ຫ້ອງທົດລອງໄຟຟ້າແຮງສູງ, ຫ້ອງທົດລອງການວັດແທກໄຟຟ້າ ແລະ ເອເລັກໂຕຣນິກ, ຫ້ອງທົດລອງການທົດສອບຄຸນສົມບັດທາງຟິຊິກຂອງວັດຖຸ, ຫ້ອງທົດລອງການຂຶ້ນຮູບໂລຫະ ແລະ ຫ້ອງທົດລອງວິສະວະກໍາເອເລັກໂຕຣນິກ.
.jpeg)

.jpeg)
.jpeg)
.jpeg)
.jpeg)


.jpeg)

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

