24/08/2026
ຕອນແລງຂອງວັນທີ 20 ສິງຫາ 2026, ທີ່ຫ້ອງປະຊຸມຊັ້ນ 5, ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ສຕສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງ ສຳລັບ 6 ເດືອນທ້າຍປີ 2026 ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກຕສ ມີທ່ານຫົວໜ້າອົງການ, ຮອງຫົວໜ້າອົງການ, ຕາງໜ້າກົມບັນດາກົມ/ທຽບເທົ່າ, ສູນ, ສະຖາບັນ, ບັນດາຜູ້ບໍລິຫານບໍລິສັດໂທລະຄົມມະນາຄົມ, ອິນເຕີເນັດ ຄູ່ຮ່ວມມື ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ພອນສະຫວັດ ຄົງສະຫວັດ ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນໃນ 6 ເດືອນຕົ້ນປີ 2026. ຊຶ່ງສາມາດຍາດມາໄດ້ຫຼາຍຜົນງານເຊັ່ນ: ອອກໃບສັ່ງມອບ ເພື່ອມອບເຂົ້າງົບປະມານແຫ່ງລັດ ໄດ້ທັງໝົດ ຈຳນວນ 74.133.159.600 ກີບ, ຄິດເປັນ 98.51% ທຽບໃສ່ແຜນປີຜ່ານມາ ອດທ ຂື້ນແຜນໄວ້ ແມ່ນ 75.252.226. 200 ກີບ, ໄດ້ສ້າງ ແລະ ປັບປຸງນິຕິກຳຄຸ້ມຄອງ 4 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການຂື້ນທະບຽນເລກໝາຍໂທລະສັບ, ຂໍ້ຕົກລົງວ່າດ້ວຍການດຳເນີນທຸລະກິດ ບໍລິການອິນເຕີເນັດ ທີ່ປັບປຸງໃໝ່, ຂໍ້ຕົກລົງ ວ່າດ້ວຍ ການຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ ໄປສູ່ເຂດຫ່າງໄກສອກຫຼີກ ແລະ ຂໍ້ຕົກລົງວ່າດ້ວຍລະບຽບການນຳໃຊ້ເງິນທີ່ໄດ້ຮັບຈາກການປັບໃໝ ການລະເມີດກົດໝາຍ ແລະ ລະບຽບການໂທລະຄົມມະນາຄົມ ແລະ ອິນເຕີເນັດ. ນອກຈາກນີ້, ກອງປະຊຸມໄດ້ເຜີຍແຜ່ຄຳສັ່ງຂອງທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການດຳເນີນທຸລະກິດ, ການຂຶ້ນທະບຽນເລກໝາຍໂທລະສັບ ແລະ ການສະໜອງບໍລິການໂທລະຄົມມະນາຄົມ-ອິນເຕີເນັດ ເພື່ອສະກັດກັ້ນກຸ່ມຄົນບໍ່ດີ ນໍາໃຊ້ເຂົ້າໃນການກໍ່ອາຊະຍາກຳທາງໄຊເບີ ແລະ ການພະນັນອອນລາຍ ສະບັບ ເລກທີ 2023/ກຕສ, ວັນທີ 19 ສິງຫາ 2026 ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ.
:
ສຳລັບທິດທາງ 06 ເດືອນທ້າຍປີ 2026, ອົງການດັດສົມໂທລະຄົມມະນາຄົມ ໄດ້ວາງຄາດໝາຍສູ້ຊົນຄື: ສ້າງແຜນລາຍຮັບເຂົ້າງົບປະມານ ໃຫ້ບໍ່ຫຼຸດ 75,25 ຕື້ກວ່າກີບ ແລະ ຈະສຸມໃສ່ປັບປຸງນິຕິກຳທີ່ກ່ຽວຂ້ອງ ຄຽງຄູ່ກັບວຽກງານຈຸດສຸມທາງດ້ານເຕັກນິກ ແມ່ນການຍົກລະດັບການຄຸ້ມຄອງເລກໝາຍໂທລະສັບໃຫ້ທັນສະໄໝ ແລະ ຊຸກຍູ້ການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມໄປສູ່ເຂດຊົນນະບົດໃຫ້ໄດ້ຕາມແຜນການ.
ໂອກາດນີ້, ກອງປະຊຸມຍັງໄດ້ຟັງການໂອ້ລົມ ແລະ ທິດຊີ້ນຳຈາກທ່ານ ຮອງລັດຖະມົນຕີ ກຕສ. ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ເນັ້ນໜັກໃຫ້ພະນັກງານທຸກຄົນ ສືບຕໍ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ່ XII ຂອງພັກ ເຂົ້າໃນວຽກງານຕົວຈິງ, ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ, ຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ ປີ 2026-2040, ເອົາໃຈໃສ່ຈັດຕັ້ງປະຕິບັດ ໂຄງການຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ ແລະ ອິນເຕີເນັດຄວາມໄວສູງ ໄປສູ່ເຂດຫ່າງໄກສອກຫຼີກ, ສືບຕໍ່ຄົ້ນຄ້ວາ ແລະ ປັບປຸງບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ສຳເລັດຕາມແຜນການທີ່ວາງໄວ້ ແລະ ຍົກລະດັບວຽກວິຊາສະເພາະອື່ນໆ ເພື່ອຮອງຮັບການຫັນເປັນດິຈິຕອນຂອງ ສປປ ລາວ ແລະ ປະກອບສ່ວນເຂົ້າໃນວຽກງານລວມຂອງກະຊວງ ໃຫ້ມີປະສິດທິພາບສູງສຸດ.
:
ໃນຕອນທ້າຍ, ໄດ້ມີການມອບຫຼຽນປ້ອງກັນຄວາມສະຫງົບ ແລະ ໃບຍ້ອງຍໍ ໃນການປະຕິບັດໜ້າທີ່ວຽກງານປະຈໍາປີ 2025 ໃຫ້ແກ່ພະນັກງານ ພາຍໃນ ອົງການດັດສົມໂທລະຄົມມະນາຄົມ.
ຂ່າວ-ພາບ: ພະແນກສັງລວມ, ອົງການດັດສົມໂທລະຄົມມະນາຄົມ

