24/08/2026
ໃນວັນທີ 21 ສິງຫາ 2026, ທີ່ສູນອິນເຕີເນັດແຫ່ງຊາດ, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກວ້າງຜ່ານຮ່າງແຜນຍຸດທະສາດການພັດທະນາໄປສະນີ 10 ປີ ຮອດປີ 2035 ຂຶ້ນ. ໄດ້ຮັບກຽດເປັນປະທານຄັ້ງນີ້ໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາກົມ/ທຽບເທົ່າກົມພາຍໃນກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະກອບມີ: ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມຈຳນວນ 30 ກວ່າທ່ານ.
ກອງປະຊຸມຈັດຂຶ້ນໂດຍມີຈຸດປະສົງ ເພື່ອນໍາສະເໜີ ແລະ ຜ່ານຮ່າງເນື້ອໃນຂອງແຜນຍຸດທະສາດການພັດທະນາໄປສະນີ 10 ປີ ຮອດປີ 2035, ພ້ອມທັງເປີດໂອກາດໃຫ້ບັນດາກົມ/ທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນພິຈາລະນາ, ປະກອບຄໍາຄິດເຫັນ, ຂໍ້ສະເໜີ ແລະ ຄໍາແນະນໍາຕໍ່ຮ່າງແຜນຍຸດທະສາດ ໃຫ້ມີຄວາມຄົບຖ້ວນ ແລະ ສາມາດນໍາໄປປະຕິບັດໄດ້ຈິງໄດ້. ກອງປະຊຸມໄດ້ຮັບຟັງການນໍາສະເໜີພາບລວມ ຂອງຮ່າງແຜນຍຸດທະສາດ ໂດຍເນັ້ນໃສ່ສະພາບປັດຈຸບັນ, ທ່າອ່ຽງ ແລະ ສິ່ງທ້າທາຍຂອງຂະແໜງການໄປສະນີ ທັງພາຍໃນ ແລະ ລະດັບສາກົນ. ພ້ອມນີ້, ຍັງໄດ້ສະເໜີວິໄສທັດ, ເປົ້າໝາຍລວມ, ບັນດາຍຸດທະສາດ, ມາດຕະການ ແລະ ໂຄງການສໍາຄັນ ສໍາລັບໄລຍະ 10 ປີ ເພື່ອວາງທິດທາງການພັດທະນາຂະແໜງການໄປສະນີ ໃຫ້ສາມາດຕອບສະໜອງຕໍ່ການປ່ຽນແປງຂອງຍຸກດິຈິຕອນ ແລະ ຄວາມຕ້ອງການຂອງປະຊາຊົນ. ການຈັດກອງປະຊຸມໃນຄັ້ງນີ້, ຖືເປັນອີກຂັ້ນຕອນສໍາຄັນ ໃນການສ້າງການມີສ່ວນຮ່ວມຈາກຫຼາຍພາກສ່ວນ ເພື່ອຮ່ວມກັນວາງຮາກຖານສໍາລັບການພັດທະນາຂະແໜງການໄປສະນີຂອງ ສປປ ລາວ ໃຫ້ທັນສະໄໝ, ມີຄວາມສາມາດແຂ່ງຂັນ, ມີປະສິດທິພາບ, ເຊື່ອມໂຍງກັບດິຈິຕອນ ແລະ ສາມາດຕອບສະໜອງຕໍ່ການຂະຫຍາຍຕົວຂອງ E-Commerce, ການຄ້າຂ້າມແດນ ແລະ ເສດຖະກິດດິຈິຕອນໃນອະນາຄົດ.
ຂ່າວ: ກົມໄປສະນີ
ພາບ: ທ່ານ ພຸດດວອນ ພາສຸວັນ

