ກອງປະຊຸມ ຝຶກອົບຮົມກ່ຽວກັບ ການຕ້ານຄວາມຮຸນເເຮງຕໍ່ເເມ່ຍິງ ເເລະ ເດັກດ້ວຍການນໍາໃຊ້ເຕັກໂນໂລຊີ

24/08/2026

ກອງປະຊຸມ ຝຶກອົບຮົມກ່ຽວກັບ ການຕ້ານຄວາມຮຸນເເຮງຕໍ່ເເມ່ຍິງ ເເລະ ເດັກດ້ວຍການນໍາໃຊ້ເຕັກໂນໂລຊີ

ໃນວັນທີ 22 ສິງຫາ 2026, ທີ່ໂຮງແຮມລາວພຣາຊາ, ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບອົງການສະຫະປະຊາຊາດ ໄດ້ຈັດຝຶກອົບຮົມ ກ່ຽວກັບການຕ້ານຄວາມຮຸນເເຮງຕໍ່ເເມ່ຍິງ ເເລະ ເດັກ ດ້ວຍການນໍາໃຊ້ເຕັກໂນໂລຊີ (Introductory Training on Technology-Facilitated Violence Against Women (TFVAW)). ໂດຍການເປັນປະທານຮ່ວມຂອງ ທ່ານ ສຸເນັດໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພທາງໄຊເບີ ແລະ ທ່ານ Dao Xuan Lai, ຮອງຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ, ປກສ, ຜູ້ຊ່ຽວຊານ ແລະ ແຂກຜູ້ມີກຽດຈາກອົງການຈັດຕັ້ງຕ່າງໆ ຈຳນວນ 50 ກວ່າທ່ານ.

ທ່ານ ສຸເນັດໂຕ ຊາພັກດີ ໄດ້ຍົກໃຫ້ເຫັນເຖິງການລໍ້ລວງທາງເພດປະມານ 1 ໃນ 3 ຂອງຜູ້ໃຊ້ອິນເຕີເນັດໃນໂລກແມ່ນເດັກນ້ອຍ ແລະ ຫຼາຍກວ່າ 80% ຂອງເດັກນ້ອຍ, ໃນບາງປະເທດລາຍງານວ່າເຄີຍປະເຊີນກັບຄວາມສ່ຽງ ຫຼື ການຕິດຕໍ່ທີ່ບໍ່ເໝາະສົມ ຈາກຜູ້ໃຫຍ່ທີ່ບໍ່ຮູ້ນາມໃນໂລກອອນລາຍ, ຮູບແບບ Cyberbullying (ຂົ່ມຂູ່) ໃສ່ເດັກຫຼາຍກວ່າ 33% ຂອງເດັກນ້ອຍ ແລະ ໄວໜຸ່ມ (ອາຍຸ 13-15 ປີ) ເຄີຍຂົ່ມຂູ່ ຜ່ານສື່ສັງຄົມອອນລາຍ (Social Media), ເຊິ່ງສົ່ງຜົນກະທົບຕໍ່ການຮຽນ ແລະ ສຸຂະພາບຈິດ, ການນຳໃຊ້ເຕັກໂນໂລຊີ AI ເພື່ອສ້າງຮູບພາບ ຫຼື ວິດີໂອອານາຈານປອມຂອງແມ່ຍິງ ແລະ ເດັກນ້ອຍ ເພີ່ມຂຶ້ນຢ່າງໄວວາ ແລະ ກາຍເປັນໄພຂົ່ມຂູ່ໃໝ່ທີ່ຮັບມືໄດ້ຍາກ ໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍ. ສະນັ້ນ, ການຝຶກອົບຮົມໃນຄັ້ງນີ້ ກໍເພື່ອຍົກລະດັບຄວາມຮູ້ ແລະ ທັກສະແມ່ຍິງ ແລະ ເດັກນ້ອຍ ໃຫ້ມີຄວາມໝັ້ນໃຈຕໍ່ເຈົ້າໜ້າທີ່ ໃນການຈໍາແນກກໍລະນີຄວາມຮຸນແຮງບົນພື້ນຖານທາງເພດ ຜ່ານເຕັກໂນໂລຊີ, ເສີມສ້າງການຕອບໂຕ້ ແລະ ແກ້ໄຂໃນເບື້ອງຕົ້ນ, ເຈົ້າໜ້າກ່ຽວຂ້ອງ (ຜູ້ຮັບເລື່ອງ) ຕ້ອງດຳເນີນການໃນຊົ່ວໂມງທຳອິດທີ່ຜູ້ເຄາະຮ້າຍເຂົ້າມາແຈ້ງຄວາມ. ເສີມຂະຫຍາຍການຮຽນຮູ້ ເພື່ອຮັບຮູ້ວ່າການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຜ່ານເຕັກໂນໂລຊີ ແມ່ນຮູບແບບໜື່ງຂອງຄວາມຮຸ່ນແຮງ. ພ້ອມທັງໃຫ້ເຂົ້າໃຈຂັ້ນຕອນ ແລະ ເສັ້ນທາງໃນການຊ່ວຍເຫຼືອ/ດຳເນີນຄະດີ  ເພື່ອເກັບກໍາ ແລະ ປົກປ້ອງຫຼັກຖານ ທີ່ປະກົດຢູ່ເທິງໜ້າຈໍໃຫ້ທັນການກ່ອນທີ່ຫຼັກຖານນັ້ນຈະຖືກລຶບ ຫຼື ຫາຍໄປ.

ຂ່າວ: ກົມຄວາມປອດໄພທາງໄຊເບີ

ພາບ: ທ່ານ ພຸດດາວອນ ພາສຸວັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ