ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ຜູ້ຕາງໜ້າ UNDP ປະຈຳ ສປປ ລາວ.

27/08/2026

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ຜູ້ຕາງໜ້າ UNDP ປະຈຳ ສປປ ລາວ.

          ໃນຕອນບ່າຍຂອງວັນທີ 20 ສິງຫາ ຜ່ານມານີ້,  ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຕ້ອນຮັບການເຂົ້າຢ້ຽມອໍາລາ ທ່ານ ນາງ Martine Therer, ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ, ເນື່ອງໃນໂອກາດອຳລາກ່ອນສຳເລັດວາລະການປະຈຳການ.

ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວຍິນດີຕ້ອນຮັບ ທ່ານນາງ Martine Therer ໃນຄັ້ງນີ້, ເຊິ່ງເປັນໂອກາດອັນສຳຄັນ ເພື່ອຮ່ວມກັນທົບທວນຄືນຄວາມສຳເລັດ ຂອງການຮ່ວມມືອັນດີງາມ ລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການ UNDP ຕະຫຼອດໄລຍະທີ່ຜ່ານມາ. ທັງເປັນໂອກາດ ອັນມີຄຸນຄ່າ ເພື່ອສະແດງຄວາມຂອບໃຈ ໃນນາມກະຊວງ ຕໍ່ບົດບາດ ແລະ ການປະກອບສ່ວນ ອັນສຳຄັນຂອງ ທ່ານ ນາງ Martine Therer ຕະຫຼອດໄລຍະການດຳລົງຕຳແໜ່ງ ຜູ້ຕາງໜ້າຖາວອນອົງການ UNDP ປະຈຳ ສປປ ລາວ, ໂດຍສະເພາະແມ່ນການຮ່ວມມືອັນແໜ້ນແຟ້ນ ໃນການສະໜັບສະໜຸນວຽກງານ ການຫັນເປັນດິຈິຕອນ ແລະ ສ້າງຄວາມເຂັ້ມແຂງດ້ານການບໍລິຫານລັດຖະບານດິຈິຕອນ ຂອງ ສປປ ລາວ. ພ້ອມນີ້, ກໍຫວັງເປັນຢ່າງຍິ່ງວ່າ ການຮ່ວມມືອັນດີງາມ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກັບ ອົງການ UNDP ໂດຍສະເພາະໃນວຽກງານການຫັນເປັນດິຈິຕອນ ຈະໄດ້ຮັບການສືບຕໍ່ ແລະ ຂະຫຍາຍຄວາມເຂັ້ມແຂງ ຍິ່ງໆຂຶ້ນ ພາຍໃຕ້ການປະຈຳການຂອງຜູ້ຕາງໜ້າ ຄົນຕໍ່ໄປ ຂອງ UNDP.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ