ຄະນະຜູ້ແທນ ສປປ ລາວ ເດີນທາງເຂົົ້າຮ່ວມຝຶກອົບຮົມດ້ານປັນຍາປະດິດ(AI) ສໍາລັບພະນັກງານ ການນໍາຂັ້ນສູງ

28/08/2026

ຄະນະຜູ້ແທນ ສປປ ລາວ ເດີນທາງເຂົົ້າຮ່ວມຝຶກອົບຮົມດ້ານປັນຍາປະດິດ(AI) ສໍາລັບພະນັກງານ ການນໍາຂັ້ນສູງ

 

 ໃນລະຫວ່າງວັນທີ 10-17 ສິງຫາ 2026 ທີ່ຜ່ານມາ, ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນຂັ້ນນຳພາ-ຄຸ້ມຄອງ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍ ບັນດາກະຊວງອ້ອມຂ້າງ ແລະ ຕາງໜ້າຈາກພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງບໍລິຄໍາໄຊ ເດີນທາງໄປເຂົ້າຮ່ວມການຝຶກອົບຮົມດ້ານປັນຍາປະດິດ(AI) ສໍາລັບພະນັກງານການນໍາຂັ້ນສູງ ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງຈ້ວງກວາງຊີ, ຊຶ່ງຈັດໂດຍ: ຫ້ອງການພັດທະນາຂໍ້ມູນຂະໜາດໃຫຍ່ ແລະ ພະແນກການຕ່າງປະເທດ ຂອງເຂດປົກຄອງຕົນເອງຈ້ວງກວາງຊີ, ທີ່ສູນຝຶກອົບຮົມ ອຸດສະຫະກໍາເສດຖະກິດ    ດິຈິຕອນອາຊຽນ-ຈີນ ຂອງເຂດປົກຄອງຕົນເອງຈ້ວງກວາງຊີ

ການຝຶກອົບຮົມໃນຄັ້ງນີ້, ເປັນຄັ້ງທໍາອິດທີ່ໄດ້ເຊີນເອົາພະນັກງານຂັ້ນນໍາພາ-ຄຸ້ມຄອງ ຂອງ ສປປ ລາວ ເຂົ້າຮ່ວມຊຸດຝຶກອົບຮົມດ້ານປັນຍາປະດິດ (AI). ໃຫ້ກຽດຂຶ້ນກ່າວພິທີເປີດຊຸດຝຶກອົບຮົມໂດຍ ສະຫາຍ ຈ້າວ ຈື້ ກັ່ງ, ຮອງເລຂາທິການຄະນະກຳມະການປົກຄອງ, ຫົວໜ້າພະແນກການພັດທະນາຂໍ້ມູນຂະໜາດໃຫຍ່ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຮ່ວມກັບ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ  ກຕສ ແຫ່ງ ສປປ ລາວ ທັງສອງທ່ານໄດ້ມີຄຳເຫັນອັນເຕັມໄປດ້ວຍ ໄມຕີຈິດມິດຕະພາບອັນດີ ຕໍ່ກັບການຮ່ວມມືຂອງສອງປະເທດ ລາວ-ຈີນ ກໍຄືການຮ່ວມກັນປະກອບສ່ວນອີກວຽກງານໜຶ່ງ ທີ່ສຳຄັນ ເພື່ອກ້າວໄປສູ່ການພັດທະນາເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ;  

:

  ການຝຶກອົບຮົມດັ່ງກ່າວ, ເປັນການຝຶກອົບຮົມວຽກງານດ້ານອຸດສາຫະກຳປັນຍປະດິດ(AI), ທີ່​ສຳ​ຄັນ​ແມ່ນ​ໄດ້ຮຽນຮູ້ທິດສະດີວິທີການ-ຂັ້ນຕອນ ແລະ ການຈັດຕັ້ງປະຕິບັດ ທີ່​ຖືກ​ຕາມ​ເປົ້າ​ໝາຍ. ເຊີ່ງເຮົາສາມາດເຫັນໄດ້ອັນພົ້ນເດັ່ນໃນການນຳສະເໜີ ຂອງຜູ້ຊ່ຽວຊານທີ່ໄດ້ຖ່າຍທອດໃຫ້ແກ່ຊຸດຝຶກອົບຮົມ ໃນຫຼາຍຂົງເຂດວຽກງານເຊັ່ນວ່າ: ວຽກງານບໍລິຫານລັດ ແລະ ສັງຄົມ ກໍຄື: ການຄຸ້ມຄອງລັດຖະບານດິຈິຕອນ ແລະ ສັງຄົມ, ຄວາມປອດໄພຂອງປັນຍາປະດິດ, ການປະຍຸກໃຊ້ AI ເຂົ້າໃນບັນດາຂະແໜງການສະເພາະຫລາຍຂະແໜງການ ເຊັ່ນ: ການເງິນ (FinTech), ດ້ານການແພດ, ດ້ານກະສິກໍາ, ດ້ານການສຶກສາ, ດ້ານພາສາວັດທະນະທຳ ແລະ ການທ່ອງທ່ຽວ ແລະ ອື່ນໆ.

 ໃນໂອກາດເຂົ້າຮ່ວມຝຶກອົບຮົມຄັ້ງນີ້, ຄະນະຜູ້ແທນຂອງ ສປປ ລາວ ນຳພາໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຮັບກຽດ ໂດຍ ສະຫາຍ ຊາຍ ຫຍຸນ ເກີ, ຄະນະປະຈໍາພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ຮອງປະທານເຂດປົກຄອງຕົນເອງຈ້ວງກວາງຊີ ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ກັບການ ເຂົ້າຢ້ຽມຢາມຂອງຄະນະຜູ້ແທນ ສປປ ລາວ ເຊິ່ງທັງສອງຝ່າຍໄດ້ຢ້ຽມຢາມພົບປະຮ່ວມກັນແລກປ່ຽນແນວທາງການຮ່ວມມືໃນຕໍ່ໜ້າ ເພື່ອສົ່ງເສີມການພັດທະນາພື້ນຖານໂຄງລ່າງ ບົນພື້ນຖານການພັດທະນາລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ, ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຫັນເປັນດິຈິຕອນ ຂອງ ສປປ ລາວ ອີກດ້ວຍ; 

 

 ໃນວັນທີ 15 ສິງຫາ 2026, ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ  ກຕສ ພ້ອມດ້ວຍຄະນະນຳ  ໄດ້ເຂົ້າຮ່ວມການພົບປະ 3 ຝ່າຍ ຮ່ວມກັບ ຫ້ອງການພັດທະນາຖານຂໍ້ມູນຂະໜາດໃຫຍ່ເຂດປົກຄອງຕົນເອງຈ້ວງກວາງຊີ ນໍາໂດຍ ທ່ານ ສາງ ລຽງ ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ ເເລະ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຮົງກົງ ນໍາໂດຍ ທ່ານ ໂກ່ວ ອີ້ໂຄ (Guo Yike), ຮອງອະທິການບໍດີ ພ້ອມດ້ວຍຄະນະ  ທີ່ສູນຝຶກອົບຮົມອຸດສະຫະກຳເສດຖະກິດດິຈິຕອນ ອາຊຽນ-ຈີນ.ການພົບປະດັ່ງກ່າວ ແມ່ນເປັນການພົບປະ ເພື່ອນຳສະເໜີການຮ່ວມມືໃນຕໍ່ໜ້າກ່ຽວກັບການພັດທະນາພື້ນຖານໂຄງລ່າງ ດິຈິຕອນ ຂອງ ສປປ ລາວ, ນໍາສະເໜີກ່ຽວກັບການພັດທະນາປັນຍາປະດິດເຂົ້າໃນວຽກງານລັດຖະການ (DOP) ຂອງຮົງກົງ ເຊັ່ນ: ການຂຽນເອກະສານ ທາງການ, ການຈັດກອງປະຊຸມ, ການປະຕິບັດວຽກງານຢູ່ພາກສ່ວນຕ່າງໆ ເເລະ ສະເໜີການຮ່ວມມືໃນຕໍ່ໜ້າດ້ານປັນຍາປະດິດ ລະຫວ່າງ ກະຊວງ ເຕັກໂນໂລຊີ ເເລະ ການສື່ສານ, ຫ້ອງການພັດທະນາຖານຂໍ້ມູນຂະໜາດໃຫຍ່ເຂດປົກຄອງຕົນເອງຈ້ວງກວາງຊີ ເເລະ ວີທະຍາໄລວິທະຍາສາດ ເເລະ ເຕັກໂນໂລຊີ ຮົງກົງ.

 

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ