ກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ

28/08/2026

ກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ

ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2026 ທີ່ຜ່ານມາ, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນປະສົບການ ກ່ຽວກັບການຈັດຕັ້ງປະຕິບັດການຫັນເປັນລັດຖະບານດິຈິຕອນ ຮ່ວມກັບ ບໍລິສັດ (VNPT-I) ຈາກ ສສ. ຫວຽດນາມ ຂື້ນທີ່ໂຮງແຮມ ລາດຊະວົງ ວັນດາ ວິສຕ້າ, ນະຄອນຫຼວງວຽຈັນ. ໃຫ້ກຽດເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີຫົວໜ້າ/ຮອງຫົວໜ້າ ຈາກຫ້ອງການ, ກົມ ພາຍໃນ ກຕສ, ຈາກບັນກາກະຊວງ ແລະ ອົງການທຽບເທົ່າ  ເຂົ້າຮ່ວມຈຳນວນ 60 ກວ່າທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອແບ່ງປັນປະສົບການ ແລະ ບົດຮຽນຈາກປະເທດຫວຽດນາມ ໃນການຂັບເຄື່ອນການຫັນເປັນດິຈິຕອນ ແລະ ການພັດທະນາລັດຖະບານດິຈິຕອນ ເພື່ອນໍາມາປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງ ການພັດທະນາລັດຖະບານດິຈິຕອນ ຂອງ ສປປ ລາວ.

:

ໃນທີ່ປະຊຸມ, ຊ່ຽວຊານຈາກ VNPT-I ໄດ້ນໍາສະເໜີພາບລວມ ກ່ຽວກັບການຫັນເປັນດິຈິຕອນແຫ່ງຊາດຂອງຫວຽດນາມ, ຍຸດທະສາດ ແລະ ແຜນງານການພັດທະນາລັດຖະບານດິຈິຕອນ, ລວມທັງການສ້າງຖານຂໍ້ມູນແຫ່ງຊາດ, ເວທີດິຈິຕອນກາງ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມກັນນັ້ນ, ຍັງໄດ້ແບ່ງປັນບົດຮຽນ ແລະ ປັດໄຈຄວາມສໍາເລັດ ໃນການດໍາເນີນວຽກງານດັ່ງກ່າວ. ພ້ອມນີ້, ການນຳສະເໜີຍັງໄດ້ສຸມໃສ່ການພັດທະນາແພລດຟອມດິຈິຕອນ ທີ່ນຳໃຊ້ຮ່ວມກັນ ເພື່ອຮອງຮັບການເຊື່ອມໂຍງຂໍ້ມູນ, ການພິສູດຢືນຢັນຕົວຕົນດິຈິຕອນ, ການຮັບ-ສົ່ງເອກະສານເອເລັກໂຕຣນິກ ແລະ ການໃຫ້ບໍລິການພາກລັດຜ່ານລະບົບດິຈິຕອນ. ພ້ອມທັງໄດ້ແນະນຳຂົງເຂດບູລິມະສິດທີ່ ສປປ ລາວ ຄວນໃຫ້ຄວາມສຳຄັນໃນໄລຍະຕໍ່ໄປ ເຊັ່ນ: ການບໍລິການພາກລັດດິຈິຕອນ, ສາທາລະນະສຸກດິຈິຕອນ, ການທ່ອງທ່ຽວດິຈິຕອນ ແລະ ຂະແໜງການສຳຄັນອື່ນໆ.

ໃນໂອກາດຽວກັນນີ້, ທັງສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບການກຳນົດແຜນດຳເນີນງານ (Roadmap) ສຳລັບການຫັນເປັນລັດຖະບານດິຈິຕອນຂອງ ສປປ ລາວ ໃນອະນາຄົດ ໂດຍເນັ້ນໃສ່ການສ້າງພື້ນຖານຂໍ້ມູນດິຈິຕອນ, ການຍົກລະດັບບໍລິການພາກລັດ, ການພັດທະນາບຸກຄະລາກອນ ແລະ ການສ້າງກົນໄກການປະສານງານລະຫວ່າງບັນດາກະຊວງ ແລະ ອົງການພາກລັດ.

:

ການສຳມະນາແລກປ່ຽນໃນຄັ້ງນີ້, ຖືເປັນຂໍ້ມູນອ້າງອີງທີ່ສຳຄັນ ສຳລັບ ສປປ ລາວ ໃນການສຶກສາ, ຄົ້ນຄວ້າ ແລະ ກຳນົດແນວທາງພັດທະນາລັດຖະບານດິຈິຕອນ ໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນສູງຂຶ້ນ ເພື່ອຍົກລະດັບການບໍລິການປະຊາຊົນ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມດິຈິຕອນຂອງປະເທດໃນອະນາຄົດ.

 

ກອງປະຊຸມສໍາມະນາດັ່ງກ່າວໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ