ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມ China -ASEAN Ministeral Roundtable AI ແລະ China ASEAN EXPO (CAEXPO) 2026 ; ທີ່ ນະຄອນໜານໜິງ, ສປ ຈີນ.

19/09/2026

ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມ China -ASEAN Ministeral Roundtable AI  ແລະ China ASEAN EXPO (CAEXPO) 2026 ; ທີ່ ນະຄອນໜານໜິງ, ສປ ຈີນ.

ໃນລະຫວ່າງວັນທີ່ 17 – 18 ນຳພາໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສປປລາວ ພ້ອມດ້ວຍ ຄະນະຜູ້ແທນ ໄດ້ເຂົ້າກອງປະຊຸມລັດຖະມົນຕີໂຕະມົນ ກ່ຽວກັບວຽກງານ ປັນຍາປະດິດ ພາຍໃຕ້ຫົວຂໍ້ “ການຮ່ວມມືດ້ານການຄຸ້ມຄອງ ແລະ ຮ່ວມກັນສ້າງອະນາຄົດທີ່ປອດໄພ AI ” ເຊິ່ງ ໄດ້ຮັບກຽດເປັນປະທານ ໂດຍ ທ່ານ ເສິນ ກັງ ເລຂາພັກແຂວງກວາງຊີ ສປ ຈີີນ ແລະ ມີບັັນດາລັດຖະມົນຕີ ພ້ອມດ້ວຍ ຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

          ໃນກອງປະຊຸມ, ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ມີຄຳເຫັນກ່ຽວກັບ ການພັດທະນາ ປັນຍາປະດິດ ໃຫ້ເປັນທ່າແຮງ ແກ່ ສປປ ລາວ, ໂດຍເນັ້ນໜັກວ່າ ປັນຍາປະດິດ ແລະ ການຫັນເປັນດິຈິຕອນ ມີຄວາມຈຳເປັນສຳລັບການເພີ່ມຂີດຄວາມສາມາດໃນການແຂ່ງຂັນລະດັບຊາດ, ລວມເຖິງການປັບປຸງການບໍລິການສາທາລະນະ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີປະສິດທິພາບດີຂຶ້ນ. ເຖິງຢ່າງໃດກໍຕາມ, ການຂະຫຍາຍຕົວຢ່າງໄວວາ ແລະ ລັກສະນະຂ້າມພົມແດນຂອງການປະຍຸກໃຊ້ປັນຍາປະດິດ ກໍອາດນຳມາເຖິງຄວາມສ່ຽງ ເຊັ່ນ: ຄວາມປອດໄພຂອງຂໍ້ມູນ, ຄວາມເປັນສ່ວນຕົວ ແລະ ອື່ນໆ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ພວກເຮົາຕ້ອງຮັກສາຄວາມສົມດຸນລະຫວ່າງນະວັດຕະກຳ ປັນຍາປະດິດ ແລະ ຄວາມປອດໄພທີ່ເຂັ້ມແຂງ ເພື່ອຮັບປະກັນວ່າ ເຕັກໂນໂລຊີດັ່ງກ່າວນີ້ ຈະຖືກພັດທະນາຢ່າງປອດໄພ ແລະ ນຳໃຊ້ເປັນກຳລັງແຮງເພື່ອສ້າງຜົນປະໂຫຍດແກ່ສັງຄົມ.

          ພ້ອມກັນນັ້ນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍ່ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການພັດທະນາລະບົບຄວາມປອດໄພປັນຍາປະດິດ ຮ່ວມກັບ ຫ້ອງການພັດທະນາຂໍ້ມູນໃຫຍ່ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຕ່າງໜ້າ ໂດຍ ທ່ານ ພວງປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຈ້າວ ຈື້ກັ່ງ ຫົວໜ້າຫ້ອງການພັດທະນາຂໍ້ມູນໃຫຍ່ ແຂວງກວາງຊີ.

          ພາຍຫຼັງກອງປະຊຸມ ທ່ານ ລມຕ ພ້ອມດ້ວຍ ຄະນະຜູ້ແທນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ເຂົ້າຮ່ວມຢ້ຽມຊົມງານວາງສະແດງ (CAEXPO) 2026 ແລະ ບັນຮ້ານວາງສະແດງຈາກແຂວງເຊກອງ ສປປລາວ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ