ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມສໍາມະນາລະດັບສູງດ້ານເສດຖະກິດດິຈິຕອນ ຂອງອົງການຮ່ວມມືຊຽງໄຮ ປະຈໍາປີ 2026

24/09/2026

ຄະນະຜູ້ແທນ ກຕສ ເຂົ້າຮ່ວມກອງປະຊຸມສໍາມະນາລະດັບສູງດ້ານເສດຖະກິດດິຈິຕອນ ຂອງອົງການຮ່ວມມືຊຽງໄຮ ປະຈໍາປີ 2026

ໃນລະຫວ່າງວັນທີ 11-17 ກັນຍາ 2026 ຜ່ານມາ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ນຳໂດຍ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາລະດັບສູງດ້ານເສດຖະກິດດິຈິຕອນ ຂອງອົງການຮ່ວມມືຊຽງໄຮ ປະຈໍາປີ 2026 (SCO Digital Economy Forum) ແລະ ກິດຈະກຳທີ່ກ່ຽວຂ້ອງ, ທີ່ນະຄອນຫຼວງປັກກິ່ງ ແລະ ເຂດປົກຄອງຕົນເອງຊິນຈ່ຽງ, ສປ ຈີນ.

ກອງປະຊຸມສຳມະນາລະດັບສູງດັ່ງກ່າວ, ຈັດຂຶ້ນເພື່ອເສີມຂະຫຍາຍການດຳເນີນການຕາມຖະແຫຼງການຮ່ວມຂອງອົງການຮ່ວມມືຊຽງໄຮ (SCO) ໃນການສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານການພັດທະນາເສດຖະກິດດິຈິຕອນ, ພາຍໃຕ້ຫົວຂໍ້ “Promoting SCO Data Connectivity, Shaping the Future with AI” ເຊິ່ງເນັ້ນໃສ່ການເຊື່ອມໂຍງຂໍ້ມູນ, ການນຳໃຊ້ປັນຍາປະດິດ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕອນ ເພື່ອສ້າງທິດທາງໃໝ່ໃນການພັດທະນາ.

:

ໃນໂອກາດນີ້, ຄະນະຜູ້ແທນ ກຕສ ເຂົ້າຮ່ວມແລກປ່ຽນທັດສະນະ ແລະ ປະສົບການກັບບັນດາຜູ້ແທນຈາກປະເທດຕ່າງໆ ໃນຂອບຂອງກອງປະຊຸມ ໂດຍເນັ້ນໃສ່ບັນຫາດ້ານຂໍ້ມູນ, ການເຊື່ອມໂຍງດິຈິຕອນ, AI ແລະ ການພັດທະນາໂຄງລ່າງດິຈິຕອນ. ພ້ອມນີ້, ຄະນະຜູ້ແທນກຕສ ຍັງໄດ້ເຂົ້າຮ່ວມ Thematic Forum ດ້ານ Digital Connectivity ພາຍໃຕ້ຫົວຂໍ້ “Co-building Open and Efficient Digital Connectivity Corridors” ເພື່ອແລກປ່ຽນທັດສະນະກ່ຽວກັບການສ້າງຊ່ອງທາງເຊື່ອມໂຍງດິຈິຕອນທີ່ເປີດກວ້າງ ແລະ ມີປະສິດທິພາບ.

ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ຍັງໄດ້ເຂົ້າຮ່ວມ ແລະ ມີຄຳເຫັນແລກປ່ຽນໃນກອງປະຊຸມປຶກສາຫາລືສະເພາະ ລະດັບລັດຖະມົນຕີ ກ່ຽວກັບເສດຖະກິດດິຈິຕອນ (SCO Ministerial-Level Closed-Door Meeting on Digital Economy) ທີ່ນະຄອນອູຣູມູຊີ, ເຂດປົກຄອງຕົນເອງ ຊິນຈ່ຽງ. ກອງປະຊຸມດັ່ງກ່າວ ເປັນເວທີສຳລັບຜູ້ແທນຂັ້ນສູງ ແລະ ຫົວໜ້າຄະນະຜູ້ແທນ ຈາກບັນດາປະເທດໃນຂອບ SCO ເພື່ອປຶກສາຫາລື ແລະ ແລກປ່ຽນທັດສະນະຕໍ່ທິດທາງການຮ່ວມມືດ້ານເສດຖະກິດດິຈິຕອນ, ນະໂຍບາຍດ້ານຄວາມປອດໄພຂໍ້ມູນຂ້າມແດນ, ການພັດທະນາໂຄງລ່າງພື້ນຖານດິຈິຕອນ ແລະ ການຊຸກຍູ້ການຄ້າດິຈິຕອນ. ຄະນະຜູ້ແທນ ຕສ ຍັງໄດ້ເຂົ້າຮ່ວມກອງປະຊຸມສຳມະນາດ້ານເສດຖະກິດດິຈິຕອນສຳລັບ SCO ທີ່ນະຄອນປັກກິ່ງ ແລະ ການທັດສະນະສຶກສາທີ່ກ່ຽວຂ້ອງທັງຢູ່ ປັກກິ່ງ ແລະ ອູຣຸມຊີ, ເພື່ອຮຽນຮູ້ ແລະ ແລກປ່ຽນປະສົບການຈາກ ສປ ຈີນ ໃນດ້ານເສດຖະກິດດິຈິຕອນ, ການຄ້າດິຈິຕອນ, AI, ອຸດສາຫະກຳອັດສະລິຍະ ແລະ ການນຳໃຊ້ດິຈິຕອນໃນຂະແໜງການຕ່າງໆ.

:

ການເຂົ້າຮ່ວມຄັ້ງນີ້, ເປັນໂອກາດສຳຄັນໃຫ້ ສປປ ລາວ ໄດ້ແລກປ່ຽນທັດສະນະ, ຮຽນຮູ້ບົດຮຽນ ແລະ ຊອກຫາໂອກາດຮ່ວມມືກັບ ສປ ຈີນ ແລະ ບັນດາປະເທດຄູ່ຮ່ວມມືຂອງ SCO ໃນດ້ານໂຄງລ່າງພື້ນຖານດິຈິຕອນ, ການເຊື່ອມໂຍງຂໍ້ມູນ, ການຄ້າດິຈິຕອນ ແລະ AI. ທັງຍັງເປັນການເປີດໂອກາດໃຫ້ ສປປ ລາວ ໄດ້ເຂົ້າຮ່ວມ ແລະແລກປ່ຽນທັດສະນະໃນຂອບການຮ່ວມມືຂອງ SCO ຫຼັງຈາກ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມສົນທະນາຂອງ SCO ໃນເດືອນກໍລະກົດ 2026, ພ້ອມທັງສືບຕໍ່ສົ່ງເສີມການຮ່ວມມືດ້ານດິຈິຕອນໃນອະນາຄົດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ