ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າພົບປະຄະນະຜູ້ແທນ ບໍລິສັດ Kaspersky ເພື່ອປຶກສາຫາລືແຜນການຮ່ວມມື ແລະ ການພັດທະນາຊັບພະຍາກອນມະນຸດດ້ານຄວາມປອດໄພໄຊເບີ

30/09/2026

ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າພົບປະຄະນະຜູ້ແທນ ບໍລິສັດ Kaspersky ເພື່ອປຶກສາຫາລືແຜນການຮ່ວມມື ແລະ ການພັດທະນາຊັບພະຍາກອນມະນຸດດ້ານຄວາມປອດໄພໄຊເບີ

ໃນວັນທີ 30 ກັນຍາ 2026 ຜ່ານມາ, ທີ່ ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ Eugene Kaspersky ປະທານບໍລິສັດ Kaspersky ພ້ອມດ້ວຍ ຄະນະ. ຈຸດປະສົງກໍ່ເພື່ອການຮ່ວມມືກັບ ສປປ ລາວ, ໂດຍສະເພາະ ໃນຂົງເຂດວຽກງານຮັກສາຄວາມປອດໄພໄຊເບີ, ການພັດທະນາບຸກຄະລາກອນ ແລະ ການແລກປ່ຽນຄວາມຮູ້ດ້ານເຕັກນິກວິຊາການ.

ການພົບປະໃນຄັ້ງນີ້ ນັບເປັນໂອກາດອັນສໍາຄັນທີ່ສອງຝ່າຍຈະໄດ້ສືບຕໍ່ປຶກສາຫາລື ແລກປ່ຽນໃນບັນດາຂົງເຂດການຮ່ວມມືຕ່າງໆ, ລວມເຖິງບັນດາຫົວຂໍ້ທີ່ໄດ້ຮັບການໂອ້ລົມເນື່ອງໃນໂອກາດທີ່ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມສຳນັກງານໃຫຍ່ຂອງ ບໍລິສັດ Kaspersky ໃນເດືອນ ມິຖຸນາ 2026 ທີ່ຜ່ານມາ, ການຫັນປ່ຽນສູ່ດິຈິຕອນ ກຳລັງຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ກາຍເປັນປັດໃຈພື້ນຖານສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ການບໍລິຫານລັດ, ການໃຫ້ບໍລິການປະຊາຊົນ ແລະ ການເຊື່ອມໂຍງລະຫວ່າງປະເທດ. ແຕ່ຄຽງຄູ່ກັບໂອກາດ ແລະ ຜົນປະໂຫຍດຂອງດິຈິຕອນ, ຄວາມສ່ຽງ ແລະ ໄພຄຸກຄາມທາງໄຊເບີກໍມີແນວໂນ້ມເພີ່ມຂຶ້ນ, ມີຄວາມສັບຊ້ອນ ແລະ ມີຮູບແບບໃໝ່ໆຫຼາຍຂຶ້ນເລື້ອຍໆ, ບໍລິສັດ Kaspersky ໃນຖານະທີ່ເປັນອົງກອນທີ່ມີປະສົບການ ແລະ ຄວາມຊ່ຽວຊານດ້ານຄວາມປອດໄພໄຊເບີ ຈະສາມາດເປັນຄູ່ຮ່ວມມືທີ່ສໍາຄັນໃນການແລກປ່ຽນປະສົບການຄວາມຮູ້ ແລະ ບົດຮຽນຕ່າງໆ ທີ່ຈະຊ່ວຍສະໜັບສະໜູນການພັດທະນາຂີດຄວາມສາມາດຂອງ ກະຊວງ ຕສ ໄລຍະຕໍ່ໄປ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ