ຈັດຝຶກອົບຮົມການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານລັດຖະການ

02/10/2026

ຈັດຝຶກອົບຮົມການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານລັດຖະການ

ໃນລະຫວ່າງວັນທີ 28-30 ກັນຍາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຊຸດຝຶກອົບຮົມ ຫົວຂໍ້: "ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານລັດຖະການ" ຢູ່ທີ່ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື. ໂດຍການເປັນປະທານຮ່ວມຂອງ ທ່ານ ຂັນທອງ ຍິ້ນດາວົງ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື ແລະ ທ່ານ ປອ. ອາຣົມຮັກ ໄຊຊະນະສົງຄາມ, ຮັກສາການ ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ,ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍມີ ຄະນະພະແນກ, ພະນັກງານ-ລັດຖະກອນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອັດຕະປື ພ້ອມດ້ວຍ ຕາງໜ້າຈາກຫ້ອງການເຕັກໂນໂລຊີ ແລະ ການສື່ສານ ຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດຈໍານວນ 30 ທ່ານ.

ຊຸດຝຶກອົບຮົມຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະດ້ານ ເຕັກໂນໂລຊີ ໃຫ້ແກ່ພະນັກງານ-ລັດຖະກອນ ຢູ່ພາຍໃນແຂວງ ໃນການນຳໃຊ້ເຄື່ອງມື AI ເຂົ້າໃນການວິເຄາະຂໍ້ມູນ, ການຮ່າງເອກະສານທາງການ, ການວາງແຜນ ແລະ ການປະມວນຜົນວຽກງານ ເພື່ອເພີ່ມຄວາມໄວ, ຄວາມຖືກຕ້ອງ ແລະ ເຮັດໃຫ້ການປະຕິບັດວຽກງານມີປະສິດທິພາບສູງຂຶ້ນ.

ໃນພິທີ, ຄະນະປະທານ ໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນ ແລະ ການນຳໃຊ້ເຕັກໂນໂລຊີ AI ເຂົ້າໃນວຽກງານຕົວຈິງ ເພື່ອຍົກສູງປະສິດທິພາບ ໃນການປະຕິບັດວຽກງານຢ່າງຮອບດ້ານ. ພ້ອມດຽວກັນນັ້ນ, ຄະນະປະທານ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ສຶກສາຮຽນຮູ້, ແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ, ນຳໃຊ້ເຄື່ອງມື AI ຢ່າງເໝາະສົມ, ມີຄວາມຮັບຜິດຊອບ, ມີຄວາມປອດໄພ  ແລະ ນຳເອົາຄວາມຮູ້ທີ່ໄດ້ຮັບ ໄປໝູນໃຊ ເຂົ້າໃນວຽກງານຂອງອົງກອນຢ່າງມີປະສິດທິຜົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ