ກຕສ ຝຶກອົບຮົມ ສ້າງຄວາມອາດສາມາດການນໍາໃຊ້ເຕັກໂນໂລຊີອັດສະລິຍະ

02/10/2026

ກຕສ ຝຶກອົບຮົມ ສ້າງຄວາມອາດສາມາດການນໍາໃຊ້ເຕັກໂນໂລຊີອັດສະລິຍະ

ໃນລະຫວ່າງວັນທີ 29 ກັນຍາ ຫາ 01 ຕຸລາ 2026, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຝຶກອົບຮົມ ຫົວຂໍ້: ສ້າງຄວາມອາດສາມາດການນໍາໃຊ້ເຕັກໂນໂລຊີອັດສະລິຍະ ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ສາລະວັນ ແລະ ແຂວງ ເຊກອງ, ໂດຍການຊີ້ນຳຍຸກຍູ້ລົງເຄື່ອນໄຫວວຽກງານຂອງ ທ່ານ ໄຊສົງຄາມ ພານຸວົງ ຫົວໜ້າສະຖາບັນຄົ້ນຄວ້ານຳໃຊ້ ເຕັກໂນໂລຊີອັດສະລິຍະ,  ມີວິທະຍາກອນ ແລະ ສໍາມະນາກອນຈາກພະແນກການອ້ອມຂ້າງແຂວງ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ.

ເນື້ອໃນການຝຶກອົບຮົມໃນຄັ້ງນີ້ແມ່ນສຸມໃສ່ວຽກງານປັນຍາປະດິດ ຫຼື AI. ເຊິ່ງໄດ້ກາຍເປັນເຕັກໂນໂລຊີສຳຄັນ ທີ່ມີບົດບາດໃນການຍົກສູງ ປະສິດທິ ພາບຂອງການເຮັດວຽກ, ການວິເຄາະຂໍ້ມູນ, ການຕັດສິນໃຈ, ການບໍລິຫານຈັດການ ແລະ ການໃຫ້ບໍລິການສາທາລະນະ, ສຳລັບພາກລັດ AI ບໍ່ແມ່ນພຽງແຕ່ເຄື່ອງມືທາງເຕັກນິກເທົ່ານັ້ນ ແຕ່ຍັງເປັນປັດໃຈສຳຄັນໃນການປັບປຸງຮູບແບບການເຮັດວຽກ, ຫຼຸດຜ່ອນການເຮັດວຽກໃນປະຈຳວັນ, ເພີ່ມຄວາມຖືກຕ້ອງໃນການຈັດການຂໍ້ມູນ ແລະ ການບໍລິຫານລັດ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ຄວາມຮູ້ພື້ນຖານການນໍາໃຊ້ປັນຍາປະດິດ (AI) ແລະ ເຕັກນິກການປ້ອນຄໍາສັ່ງ ໃຫ້ AI ເຮັດວຽກໄດ້ຢ່າງຖຶກຕ້ອງ, ການນໍາໃຊ້ປັນຍາປະດິດສ້າງສັນ ເພື່ອການວິເຄາະຂໍ້ມູນ ແລະ ການສ້າງສື່ຕ່າງໆ ເຂົ້າໃນວຽກງານຫ້ອງການ, ຄວາມຮູ້ພື້ນຖານການນໍາໃຊ້ອິນເຕີເນັດແຫ່ງສັບພະສິ່ງ ( IOT )ການນໍາໃຊ້ AI ຢ່າງມີຈັນຍາບັນ ແລະ ຄວາມ ຮັບຜິດຊອບ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ