05/10/2026
ໃນຕອນເຊົ້າຂອງວັນທີ 02 ຕຸລາ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສ່ອງແສງວຽກງານກວດກາ ປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ທີ່ຫ້ອງປະຊຸມ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະ ທານກອງປະຊຸມ ໂດຍສະຫາຍ ນ. ສຸພາລັກ ສີລາເພັດ, ກຳມະການຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ, ເຊິ່ງມີກຳມະການຄະນະບໍລິຫານງານພັກ, ປະທານຄະນະກວດກາພັກຮາກຖານ, ປະທານກວດ ກາໜ່ວຍພັກ, ຄະນະກົມ, ຄະນະພະແນກຂອງກົມກວດກາ, ຜູ້ຊ່ວຍວຽກງານກວດກາ ຂອງຫ້ອງການ, ບັນດາກົມ, ສູນ, ສະຖາບັນ, ອົງການ ແລະ ບັນດາບໍລິສັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ ລວມທັັງໝົດ 48 ສະຫາຍ, ຍິງ 22 ສະຫາຍ.
ຈຸດປະສົງສຳຄັນຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບ, ຕີລາຄາ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານກວດກາ ປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ປີ 2026 ຂອງຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ, ເຜີຍແຜ່ມະຕິວ່າດ້ວຍ ການເພີມທະວີ, ສະກັດກັ້ນ, ຕ້ານ ແລະ ແກ້ ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດ ການຫຍໍ້ທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ແລະ ເຜີຍແຜ່ ບົດແນະນຳວ່າດ້ວຍ ການຈັດຕັ້ງປະຕິບັດ ກົດລະບຽບພັກ ສະໄໝທີ XII ກ່ຽວກັບວຽກງານຕິດຕາມ, ກວດກາຂອງພັກ.

ໃນກອງປະຊຸມ ສະຫາຍ ນ. ສຸພາລັກ ສີລາເພັດ ກຳມະການຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດເຜີຍ ແຜ່ ບົດແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ກົດ ລະບຽບພັກສະໄໝທີ XII ກ່ຽວກັບວຽກງານຕິດ ຕາມ, ກວດກາຂອງພັກ, ເຊິ່ງສະຫາຍໄດ້ກ່າວວ່າ ວຽກງານກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະຂັ້ນ, ເປັນວຽກໜຶ່ງໃນວຽກງານກໍ່ສ້າງພັກ - ພະນັກງານ, ເປັນໜ້າທີ່ຂອງອົງການເສນາທິການ ຂອງຄະນະພັກ ທີ່ເຮັດວຽກງານຕິດຕາມ, ກວດກາສະເພາະ, ເປັນວຽກທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິ ຕໍ່ ເນື່ອງ ແລະ ຂາດບໍ່ໄດ້ ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກຈາກນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ເລຂາຄະນະພັກຮາກຖານ, ປະທານຄະນະກວດກາພັກຮາກຖານ, ປະທານກວດກາໜ່ວຍພັກ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມ ກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປັບ ປຸງເນື້ອໃນຮູບການ, ວິທີການກວດກາ ໃຫ້ວຽກ ງານກວດກາ ກາຍເປັນເຄື່ອງມື ເພຶ່ອປ້ອງກັນບໍ່ໃຫ້ມີປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ຫຼື ການ ລະເມີດລະບຽບວິໄນຂອງພັກ ເກີດຂຶ້ນ ໃນສະເພາະໜ້າ ແລະ ຍາວນານ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນກອງປະຊຸມ ສະຫາຍ ມັງກອນ ແກ້ວຄຳດີ ຮອງປະທານຄະນະກວດກາພັກກະຊວງ, ຮອງຫົວໜ້າກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຜີຍແຜ່ ມະຕິ ວ່າດ້ວຍ ການເພີມທະວີ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາ ສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງ ຄົມ ແລະ ຜ່ານບົດສະຫຼຸບປະຈຳໄຕມາດ III ແລະ ທິດທາງແຜນການ ປະຈຳໄຕມາດ IV ປີ 2026.
ໃນຕອນທ້າຍ ສະຫາຍ ນ. ສຸພາລັກ ສີລາເພັດ ປະທານກອງປະຊຸມ ຍັງໄດ້ເນັ້ນຕື່ມວ່າ ກອງປະຊຸມສ່ອງແສງວຽກງານກວດກາຄັ້ງນີ້ ແມ່ນເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນກ່ຽວກັບປະສົບ ການ ໃນການຈັດຕັ້ງປະຕິບັດວຽກງານກວດກາ ໄລຍະຜ່ານມາ ເພື່ອໃຫ້ບັນດາສະຫາຍ ກາຍເປັນຜູ້ທີ່ມີຄວາມເຂັ້ມແຂງ, ສາມາດເປັນເສນາທິການທີ່ແຂງແຮງ, ໜັກແໜ້ນໃນການຈັດຕັ້ງປະຕິບັດວຽກ ງານກວດກາ ຢູ່ໜ່ວຍພັກຂອງຕົນ ໃຫ້ມີຄວາມສັກ ສິດ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ

