ກອງປະຊຸມປະສານງານຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມຊາຍແດນ ໄທ - ລາວ ຄັ້ງທີ 15

06/10/2026

ກອງປະຊຸມປະສານງານຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມຊາຍແດນ ໄທ - ລາວ ຄັ້ງທີ 15

ໃນລະຫວ່າງວັນ​ທີ 28-30 ກັນຍາ 2026 ຜ່ານມາ, ກົມ​​ຄື້ນ​ຄວາມ​ຖີ່ວິທະຍຸສື່ສານ, ກະ​ຊວງ​ ເຕັກໂນໂລຊີ ແລະ ກາ​ນສື່​ສານ (ກຕສ) ໄດ້ເຂົ້າຮ່ວມ ກອງປະຊຸມປະສານງານຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມຊາຍແດນ ໄທ - ລາວ ຄັ້ງທີ 15 (The 15th Joint Technical Committee on Coordination and Assignment of Frequencies along Lao PDR-Thailand Common Border Meeting (JTC-15) ທີ່ຈັງຫວັດບຶງການ, ປະເທດໄທ. ຕາງ​ໜ້າຄະນະ​ຝ່າຍ​ລາວ ນຳໂດຍ ທ່ານ ມອນສິລິ ດວງມະນີ, ຮອງ​ຫົວ​ໜ້າ​ກົມຄື້ນ​ຄວາມ​ຖີ່ວິທະຍຸສື່ສານ, ກຕສ ແລະ ຕາງ​ໜ້າຄະນະຝ່າຍໄທ ນຳໂດຍ ທ່ານ ສະເໜ່ ສາຍວົງ, ວິສະວະກອນຊ່ຽວຊານພິເສດ, ສໍານັກງານຄະນະກຳມະການກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການໂທລະຄົມມະນາຄົມ ແຫ່ງຊາດ (NBTC). ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງຈາກ ພາກລັດ ແລະ ວິສາຫະກິດ ເຂົ້າຮ່ວມຂອງ ສອງປະເທດ ຄື: ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ, ວິທະຍຸກະຈາຍສຽງ-ໂທລະພາບ, ການບິນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈຳນວນ 98 ທ່ານ.

ໃນກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຂໍ້ມູນ ກ່ຽວກັບນະໂຍບາຍການຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ ແລະ ແຜນການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໃນອະນາຄົດ. ພ້ອມທັງໄດ້ມີການລາຍງານ ຜົນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງດ້ານການປະສານຄື້ນຄວາມຖີ່ວິທະຍຸສື່ສານສຳລັບໂທລະສັບເຄື່ອນທີ່ ລຽບຕາມເຂດຊາຍແດນ. ໃນກອງປະຊຸມໄດ້ບັນລຸ ຂໍ້ຕົກລົງສຳຄັນກ່ຽວກັບ ຄ່າຄວາມແຮງສັນຍານຂ້າມຊາຍແດນ ຄື້ນຄວາມຖີ່ວິທະຍຸສື່ສານ ແຖບ 700 MHz, 850 MHz, 900 MHz, 1800 MHz, 2300 MHz, 2600 MHz ເພື່ອບໍລິການລະບົບໂທລະສັບເຄື່ອນທີ່ 2G/3G/4G/5G ລຽບຕາມຊາຍແດນ ຂອງທັງສອງປະເທດ. ພ້ອມກັນນີ້, ຍັງໄດ້ຕົກລົງສຶກສາຮ່ວມກັນກ່ຽວກັບ ວິທີການ Cell Radius Method ເພື່ອຄວບຄຸມຂອບເຂດຂອງການບໍລິການທີ່ກະຈາຍສັນຍານລ້ຳແດນ ລຽບຕາມຊາຍແດນ.

ກອງປະຊຸມ ຍັງໄດ້ແລກປ່ຽນຂໍ້ມູນດ້ານການປ້ອງກັນອາຊະຍາກຳທາງໄຊເບີ, ຄວາມປອດໄພດ້ານໂທລະຄົມມະນາຄົມ ລຽບຕາມຊາຍແດນ, ການຮ່ວມມືໃນກອງປະຊຸມຄື້ນຄວາມຖີ່ວິທະຍຸສື່ສານໂລກ (WRC-27) ແລະ ການແລກປ່ຽນຂໍ້ມູນດ້ານຄື້ນຄວາມຖີ່ການສື່ສານທາງການບິນ. ທັງສອງຝ່າຍ ໄດ້ຢືນຢັນຄວາມມຸ່ງໝັ້ນໃນການສືບຕໍ່ຮ່ວມມືຢ່າງໃກ້ຊິດ ເພື່ອເຮັດໃຫ້ການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ລຽບຕາມເຂດຊາຍແດນ ລາວ - ໄທ ໃຫ້ມີປະສິດທິຜົນສູງສຸດ ຂອງສອງຊາດ.

ຂ່າວໂດຍ: ນ. ສີໄວ ອຳພອນໄຊ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ