07/10/2026
ໃນວັນທີ 06 ຕຸລາ 2026, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ສຕສ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີສະເຫຼີມສະ ຫຼອງວັນຄູແຫ່ງຊາດ (07 ຕຸລາ) ຄົບຮອບ 32 ປີ ຢ່າງມີຄວາມໝາຍ-ຄວາມສຳຄັນ ພ້ອມທັງຈັດພິທີມອບ-ຮັບ ປະກາສະນິຍະບັດ ໃຫ້ແກ່ນັກສຶກສາ ປະ ລິນຍາຕີ ພາກປົກກະຕິ ແລະ ປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ 6 ສາຂາວິສະວະກຳເຕັກໂນໂລຊີຂໍ້ມູນຂ່າວ ສານ ທີ່ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ມ່ວນຊື່ນ, ພ້ອມທັງພັດທະນາສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອເປັນການປະກອບສ່ວນໃນການຂັບເຄື່ອນ 3 ເສົາຄໍ້າ ໃນການຫັນເປັນດິຈິຕອນ ຂອງ ສປປ ລາວ.


ພິທີອັນຊົງກຽດນີ້ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີ ທ່ານ ປະລິນຍາເອກ ປະດັບໄຊ ໄຊຍະໂຄດ, ຫົວໜ້າ ສະຖາ ບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ພ້ອມ ດ້ວຍຕາງໜ້າຈາກບັນດາກົມ, ສູນ, ສະຖາບັນ, ອົງ ການ, ຊ່ຽວຊານຈາກອົງການ NIPA ປະຈໍາ ສຕສ, ສູນ KADA ປະຈໍາ ສຕສ, ຕາງໜ້າບັນດາບໍລິສັດ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນສົກສຶກສາ 2025-2026 ນີ້, ສຕສ ໄດ້ສ້າງຜົນງານອັນໂດດເດັ່ນ ໃນການສ້າງບັນດາ “ຊັບພະ ຍາກອນມະນຸດດິຈິຕອນ” ອອກສູ່ສັງຄົມ ໂດຍມີນັກສຶກສາສໍາເລັດການສຶກສາຕົວຈິງ ຈໍານວນທັງໝົດ 60 ຄົນ. ໃນນັ້ນ, ນັກສຶກສາ ຫຼັກສູດ ປະລິນຍາຕີ ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວ ສານ ພາກປົກກະຕິ ຈໍານວນ 49 ຄົນ ແລະ ປະລິນ ຍາຕີ ຕໍ່ເນື່ອງ ຈໍານວນ 11 ຄົນ. ນອກຈາກນີ້, ສະ ຖາບັນ ຍັງໄດ້ຍົກລະດັບຄວາມສາມາດດ້ານວິຊາ ການ ເພື່ອຕອບສະໜອງຄວາມຕ້ອງການບຸກຄະລາກອນດ້ານເຕັກໂນໂລຊີ ຂອງພາກລັດ ແລະ ເອກະ ຊົນ, ເສີມສ້າງທັກສະດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ກຽມຄວາມພ້ອມໃຫ້ແກ່ການຫັນເປັນດິຈິຕອນຂອງປະເທດ ຜ່ານການຮ່ວມມືກັບບັນດາບໍລິສັດຊັ້ນນຳ ເຊັ່ນ: ລັດວິສະຫະກິດ ລາວໂທລະຄົມມະຫາຊົນ, ອີທີແອລ ຈຳກັດ, ຫົວເຫວີຍ ເທັກ ໂນໂລຊີ (ລາວ) ຈໍາກັດ, ສະກາຍໂທລະຄົມ, ສະຕາໂທລະຄົມ ຈຳກັດ, ຮຸ່ງອາລຸນ ເທັກໂນໂລຢີ ຈຳກັດ, ລາຍລາວແລັບ ໄອຊີທີ ໂຊລູເຊີນ ຈຳກັດ, ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ (ກົມສື່ສານ, ກະຊວງປ້ອງກັນປະເທດ), ຄະນະວິທະຍາ ສາດທຳມະຊາດ ມະຫາວິທະຍາໄລ ແຫ່ງຊາດ, ອົງ ການ NIPA ແລະ ມະຫາວິທະຍາໄລ ໃນພາກພື້ນ ເຊັ່ນ: ສສ. ຫວຽດນາມ, ສປ. ຈີນ, ກຳປູເຈຍ ແລະ ໄທ ເປັນຕົ້ນ.

ເຊິ່ງໃນພິທີ ຄະນະນຳ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ທິດຊີ້ນໍາ, ທິດທາງ ແລະ ເປົ້າ ໝາຍໃນສົກສຶກສາ 2026-2027 ໃນການຍົກລະດັບບຸກຄະລາກອນ: ສົ່ງເສີມຄູ-ອາຈານ ໃນການ ຄົ້ນຄວ້າວິໄຈວິທະຍາສາດ ແລະ ເພີ່ມຫຼັກສູດ AI ເຂົ້າໃນການຮຽນ-ການສອນ, ພັດທະນາຫຼັກສູດທັນສະໄໝ: ປັບປຸງ ຫຼັກສູດໄລຍະສັ້ນ-ໄລຍະຍາວ, ໃຫ້ກ້າວສູ່ຍຸກປັນຍາປະດິດ, ກະກຽມການປັບປຸງສະຖາບັນ: ເລັ່ງປັບປຸງໂຄງລ່າງພື້ນຖານ ແລະ ກົງຈັກການຈັດຕັ້ງ ເພື່ອຍົກລະດັບຄຸນນະພາບທາງດ້ານການສຶກສາ ຂອງສະຖາບັນ, ແລະ ທ່ານຍັງໄດ້ເໜັ້ນໜັກຄວາມສໍາຄັນຕື່ມອີກ “ການສອນໜັງສືເປັນເລື່ອງທີ່ງ່າຍ ແຕ່ການທີ່ຈະສອນຄົນ ຫຼື ສອນນັກ ຮຽນ-ນັກສຶກສາ ໃຫ້ກາຍເປັນຄົນດີ, ຄົນເກັ່ງ ແບບມີວິໄນ ແລະ ກະຕັນຍູ ແມ່ນຍາກ, ພວກເຮົາຕ້ອງໄດ້ສືບຕໍ່ພັດທະນາ ກໍ່ສ້າງບຸກຄະລາກອນ ແລະ ປັບປຸງ ຫຼັກສູດ ຊັ້ນສູງ ແລະ ປະລິນຍາຕີ ໃຫ້ແທດເໝາະກັບການປ່ຽນແປງຂອງເຕັກໂນໂລຊີ ເພື່ອຍົກລະ ດັບຄຸນນະພາບ ການຮຽນ-ການສອນ ຂອງສຕສ ໃຫ້ທັນກັບການປ່ຽນໃໝ່ທາງດ້ານເຕັກໂນໂລຊີ.
:
ພິທີດັ່ງກ່າວໄດ້ປິດລົງດ້ວຍບັນຍາກາດອັນອົບອຸ່ນ, ພາກພູມໃຈ ແລະ ເຕັມໄປດ້ວຍຮ້ອຍຍິ້ມ ຂອງບັນດາຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ຈົບໃໝ່ ທີ່ພ້ອມຈະກ້າວອອກໄປເປັນກຳລັງສໍາຄັນໃນການຂັບເຄື່ອນ 3 ເສົາຄໍ້າ: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຢ່າງແຂງແຮງ.



