ຮອງລັດຖະມົນຕີ ກຕສ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາໄອຊີທີ ສາກົນ ຄັ້ງທີ 12

07/10/2026

ຮອງລັດຖະມົນຕີ ກຕສ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາໄອຊີທີ ສາກົນ ຄັ້ງທີ 12

ລະຫວ່າງວັນທີ 29 ກັນຍາ - 02 ຕຸລາ 2026 ຜ່ານມານີ້, ຄະນະຜູ້ແທນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີ ກຕສ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນໍາໄອຊີທີ ສາກົນ ຄັ້ງທີ 12 (12th Global ICT leadership forum) ທີ່ນະຄອນຫຼວງເຊອູນ ສ. ເກົາຫຼີ.

ກອງປະຊຸມແລກປ່ຽນລະດັບສູງຄັ້ງນີ້ ໄດ້ເຊື້ອເຊີນບັນດາລັດຖະມົນຕີ ຈາກບັນດາປະເທດ ເຊັ່ນ: ສສ ຫວຽດນາມ, ຟີລິປິນ, ພູຖານ, ອຸສເບກິສຖານ, ກຽກກິສະຖານ, ປານາມາ, ອີຢີບ ແລະ ຜູ້ນໍາດ້ານນະໂຍບາຍຈາກທົ່ວໂລກເຂົ້າຮ່ວມ ເພື່ອກຳນົດທິດທາງຮ່ວມກັນໃນການພັດທະນາເຕັກໂນໂລຊີປັນຍາປະດິດ (AI) ຢ່າງມີຄວາມຮັບຜິດຊອບ, ກວມລວມ ແລະ ກໍ່ໃຫ້ເກີດປະໂຫຍດແກ່ທຸກຄົນ. ພ້ອມທັງ ຮ່ວມສ້າງກົນໄກ ແລະ ຍຸດທະສາດທີ່ເປັນຮູບປະທຳສຳລັບການຮ່ວມມືດ້ານການຫັນເປັນ AI ໃນລະດັບໂລກ.

:

ນອກຈາກນີ້, ທ່ານໄຊຊະນະ ສິດທິພອນ, ຍັງໄດ້ຮ່ວມແລກປ່ຽນໃນເວທີເສວະນາກ່ຽວກັບສະພາບການພັດທະນາເອໄອຢູ່ ສປປ ລາວ ແລະ ຍົກໃຫ້ເຫັນສິ່ງທ້າທາຍ ແລະ ທິດທາງແຜນການຕໍ່ໜ້າ ທີ່ຕ້ອງຮ່ວມກັນການພັດທະນາເອໄອ ເພື່ອໃຫ້ເກີດປະໂຫຍດຕໍ່ພາກລັດ ແລະປະຊາຊົນ ຢ່າງແທ້ຈິງ.

ການເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳໄອຊີທີສາກົນ ຄັ້ງທີ 12 ໃນຄັ້ງນີ້ ຖືເປັນກ້າວສໍາຄັນໃນການເຊື່ອມໂຍງ ສປປ ລາວ ເຂົ້າກັບເຄືອຂ່າຍດີຈີຕອນມາດຕະຖານສາກົນ, ທັງເປັນການເປີດໂອກາດໃໝ່ໆ ໃນການດຶງດູດການຮ່ວມມື ແລະ ການລົງທຶນ ເພື່ອຂັບເຄື່ອນເສດຖະກິດດີຈີຕອນຂອງລາວໃຫ້ຂະຫຍາຍໂຕຢ່າງແຂງແກ່ນ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ