12/10/2026
ໃນລະຫວ່າງວັນທີ 14 – 18 ກັນຍາ 2026 ຜ່ານມາ, ຢູ່ທີ່ກົມຄື້ນຄວາມຖີ່ວິທະຍຸສື່ສານ, ກະຊວງເຕັກໂນໂລຊີແລະການາື່ສານ (ກຕສ) ໄດ້ຈັດການຝຶກອົບຮົມ ພາຍໃຕ້ໂຄງການຊ່ວຍເຫຼືອລ້າດ້ານຊ່ຽວຊານ ຂອງອົງການໂທລະຄົມມະນາຄົມອາຊີ-ປາຊີຟິກ (APT) ສຳລັບ ສປປ ລາວ ປີ 2026, ໂດຍການໃຫ້ກຽດເຂົ້າຮ່ວມເປີດການຝຶກອົບຮົມຂອງ ທ່ານ ປອ. ວິທະຍາ ໄຊວິສິດ, ຮອງຫົວໜ້າກົມຄື້ນຄວາມຖີ່ວິທະຍຸສື່ສານ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 5 ວັນ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາພະແນກພາຍໃນກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ.

ການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າ, ຮຽນຮູ້ ແລະ ຝຶກປະຕິບັດບັນດາເນື້ອໃນເຕັກນິກທີ່ສຳຄັນ ດັ່ງນີ້: ກົດລະບຽບຄື້ນຄວາມຖີ່ວິທະຍຸສື່ສານ: ສຶກສາກົດລະບຽບຄື້ນຄວາມຖີ່ຂອງອົງການ ITU(ITU Radio Regulations- RR), ການຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ (Allocations, Allotments, Assignments), ບົດບາດຂອງສະພາບໍລິຫານກົດລະບຽບຄື້ນຄວາມຖີ່ (RRB) ແລະ ຄ່າທຳນຽມໃນການຂຶ້ນທະບຽນເຄືອຂ່າຍດາວທຽມ (Cost Recovery / Council Decision 482), ຂັ້ນຕອນການປະສານງານ ແລະ ການບັນທຶກຂໍ້ມູນ: ຮຽນຮູ້ຂັ້ນຕອນການປະສານງານຕາມມາດຕາ Article 9 ຂອງ ITU-RR, ການບັນທຶກຂໍ້ມູນໃນຖານ MIFR, ການປະສານງານສອງຝ່າຍ (Bilateral Coordination), ຂັ້ນຕອນການປະສານງານສຳລັບລະບົບດາວທຽມວົງໂຄຈອນຕ່ຳ (Non-GSO) ແລະ ສະຖານີດາວທຽມພື້ນດິນ (Earth Stations). ການນຳໃຊ້ລະບົບເຄື່ອງມືຂອງ ITU: ສຶກສາຫຼັກການຮັບເອກະສານ (Receivability) ແລະ ການໃຊ້ງານລະບົບ e-Submission, e-Communications, BR IFIC, ແລະ ITU Space Explorer. ການກຳນົດພາລາມິເຕີເຕັກນິກ ແລະ ຊອບແວປະມວນຜົນ: ຝຶກປະຕິບັດການກຳນົດຄ່າ EIRP, PFD, G/T ແລະ ການໃຊ້ຊອບແວ SpaceCap v10 ແລະ SpaceVal ໃນການປ້ອນ ແລະ ກວດສອບຂໍ້ມູນຂອງ Filing ດາວທຽມ. ການແຕ້ມເຂດບໍລິການ ແລະ ກໍລະນີສຶກສາ: ການໃຊ້ໂປຣແກຼມ ITU GIMS ເພື່ອແຕ້ມເຂດບໍລິການ (Service Area) ຂອງດາວທຽມ ພ້ອມທັງຄົ້ນຄວ້າກໍລະນີຕົວຈິງສຳລັບຕຳແໜ່ງ 128.5°E GSO ຂອງ ສປປ ລາວ.


ຜ່ານການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ມີໂອກາດແລກປ່ຽນ, ສົນທະນາຮັບຄວາມຮູ້ ແລະ ທັກສະຕົວຈິງໃນການນຳໃຊ້ຊອບແວຂອງ ITU (SpaceCap, SpaceVal, GIMS) ເຊິ່ງຈະເປັນພື້ນຖານອັນສຳຄັນໃນການເພີ່ມຂີດຄວາມສາມາດ ແລະ ຄວາມເຂົ້າໃຈກ່ຽວກັບຂັ້ນຕອນການຍື່ນເອກະສານ Filing ດາວທຽມ ແລະ ປະສານງານຄື້ນຄວາມຖີ່ດາວທຽມຢ່າງລະອຽດ, ຖືກຕ້ອງ ແລະ ເປັນລະບົບ.
:
ພ້ອມກັນນັ້ນ, ກໍໄດ້ໄປຢ້ຽມຊົມສະຖານີດາວທຽມພາກພື້ນດິນ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ. ເຊິ່ງໄດ້ຮັບຟັງປະຫວັດຄວາມເປັນມາຂອງການພັດທະນາດາວທຽມລາວ ແລະ ພົບປະຄະນະອຳນວຍການ ແລະ ອ້າຍນ້ອງພະນັກງານຂອງບໍລິສັດ.



